Homeຂ່າວພາຍ​ໃນນາຍົກທອງລຸນ ຊີ້ແຈງຕໍ່ສະພາ ຈະຄວບຄຸມລາຄາສິນຄ້າ ຫລັງເພີ່ມເງິນເດືອນ 500 ກີບຕໍ່ດັດຊະນີ!

ນາຍົກທອງລຸນ ຊີ້ແຈງຕໍ່ສະພາ ຈະຄວບຄຸມລາຄາສິນຄ້າ ຫລັງເພີ່ມເງິນເດືອນ 500 ກີບຕໍ່ດັດຊະນີ!

Published on

ທ່ານ ນາ​ຍົກ​ລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຊີ້​ແຈງຫລາຍ​ບັນຫາ​ ຕໍ່​ບັນດາ​ຄໍາ​ຊັກ​ຖາມ​ຂອງ​ ສະມາ​ຊິກ​ສະພາ​ແຫ່ງ​ຊາດ ໃນໂອກາດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ VIII ວ່າ: ການເພີ່ມເງິນເດືອນ ຈໍານວນ 500 ກີບ ຕໍ່ດັດຊະນີ ເປັນນະໂຍບາຍສໍາຄັນ ໃນການຊ່ວຍແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານ- ລັດຖະກອນ, ແຕ່ຄຽງຄູ່ກັນນັ້ນ ກໍຫລີກລ່ຽງບໍ່​ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ໂດຍສະເພາະສິນຄ້າທີ່ຈໍາເປັນ ໃນການດໍາລົງຊີວິດຂອງປະຊາຊົນ ຕໍ່ກັບບັນຫາດັ່ງກ່າວ, ລັດຖະບານ ໄດ້ຕິດຕາມ ແລະ ມີການຊີ້ນໍາເປັນປົກກະຕິຕໍ່ຂະແໜງການ ເພື່ອມີມາດຕະການໃນການຄຸ້ມຄອງລາຄາສິນຄ້າ ຕາມກົນໄກຕະຫລາດ. ຕໍ່ກັບບັນຫາດັ່ງກ່າວ ເພື່ອເຮັດໃຫ້ສະພາບລາຄາສິນຄ້າມີຄວາມສະຫງົບ ຕໍ່ການເໜັງຕິງລາຄາສິນຄ້າ ໃນນັ້ນ ລວມເຖິງການສວຍໂອກາດຂຶ້ນລາຄາຂອງຜູ້ຄ້າຂາຍ ໂດຍສະເພາະສິນຄ້າທີ່ຈໍາເປັນ ໃນການດໍາລົງຊີວິດຂອງປະຊາຊົນ ເຊິ່ງລັດຖະບານກໍໄດ້ມີມາດຕະການສະເພາະໜ້າ ຄືສືບຕໍ່ປັບປຸງນິຕິກໍາ ແລະ ສ້າງລະບຽບທີ່ຈໍາເປັນເພີ່ມຕື່ມ ໂດຍສະເພາະປັບປຸງບາງມາດຕາຂອງດໍາລັດ 474/ນຍ ໃຫ້ແທດເໝາະກັບສະພາບການຕົວຈິງ. ໃນປັດຈຸບັນ ເພື່ອຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫລາດ; ຈະກໍານົດວິທີການ ແລະ ກົນໄກ ໃນການຕິດຕາມການເໜັງຕີງ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມ ແລະ ສອດຄອງກັບສະພາບຕົວຈິງ; ຈະເຂັ້ມງວດກວດຂັນ ໃນການປະຕິບັດກົດໝາຍ ແລະ ລະບຽບການ ແລະ ລົງໂທດຕໍ່ຜູ້ກະທໍາຄວາມຜິດ.

ສ່ວນມາດຕະການຍາວນານ ແມ່ນຈະສຸມໃສ່ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າທີ່ມີຄຸນນະພາບໃຫ້ຫລາຍຂຶ້ນ, ສົ່ງເສີມການນໍາໃຊ້ ສິນຄ້າຜະລິດພາຍໃນ, ຄົ້ນຄວ້າກໍານົດໂຄງປະກອບລາຄາສິນຄ້າ, ຄົ້ນຄວ້າເພີ່ມລາຍການສິນຄ້າ ຄວບຄຸມລາຄາສະເພາະຂະແໜງ ອຸດສະຫະກໍາ ແລະ ການຄ້າ, ຄົ້ນຄວ້າຈັດຕັ້ງ ແລະ ປັບປຸງກຸ່ມຜູ້ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍສິນຄ້າ ເພື່ອດັດສົມປະລິມານສິນຄ້າໃນທ້ອງຕະຫລາດ ແລະ ມາດຕະການອື່ນໆ. ເຊິ່ງຂະແໜງການຈະສືບຕໍ່ຄົ້ນຄວ້າ ແລະ ກໍານົດເປັນມາດຕະການ ລະອຽດໃນຂັ້ນຕໍ່ໄປ, ແຕ່ເພື່ອຢາກຄຸ້ມຄອງໃຫ້ໄດ້ດີ, ນອກຈາກຂະແໜງການກ່ຽວຂ້ອງ ມີຄວາມຮັບຜິດຊອບແທ້ຕົວຈິງ ແລະ ມີວິທີແກ້ໄຂຢ່າງເປັນເຈົ້າການ, ທຸກພາກສ່ວນຕ້ອງໄດ້ສຶກສາອົບຮົບນໍາພາແນວຄິດ ພໍ່ຄ້າຊາວຂາຍ ໃຫ້ມີຈັນຍາບັນ, ຈັນຍາທໍາ, ບໍ່ໃຫ້ມີການ ສວຍໂອກາດ, ການປັ່ນປວນໃຫ້ສັງຄົມບໍ່ມີຄວາມສະຫງົບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...