Homeນານາສາລະ5 ເຄັດລັບ ຮັກສາຜັກ ແລະໝາກໄມ້ໃຫ້ດົນນານ

5 ເຄັດລັບ ຮັກສາຜັກ ແລະໝາກໄມ້ໃຫ້ດົນນານ

Published on

ແມ່ຄົວຫຼາຍຄົນ ຄືຊິເຄີຍມີຄວາມກັງວົນ ເວລາຊື້ຜັກ, ໝາກໄມ້ ມາແລ້ວກິນບໍ່ໝົດ ແລ້ວກໍເນົ່າ ເປື່ອຍ ຕ້ອງໄດ້ຖິ້ມ, ມື້ນີ້ເຮົາມີເຄັດລັບຮັກສາຜັກ, ໝາກໄມ້ ບໍ່ໃຫ້ເນົ່າເປື່ອຍໄວ ມາໃຫ້ຮູ້ນຳກັນ

  1. ໝາກກ້ວຍ: ໃຊ້ເຄື່ອງແຟັກອາຫານຫໍ່ ບໍລິເວນຂວັ້ນຂອງຫວີໝາກກ້ວຍ ຈະຊ່ວຍໃຫ້ໝາກກ້ວຍບໍ່ສຸກຫຼາຍ ແລະເນົ່າໄວ ຊ່ວຍໃຫ້ຮັກສາໄວ້ດົນ
  2. ສະຕໍເບີລີ່: ເອົານໍ້າສົ້ມສາຍຊູ ກັບນໍ້າ ມາປະສົມກັບນໍ້າ ແລ້ວລ້າງໝາກສະຕໍເບີລີ່, ຈາກນັ້ນເຊັດໃຫ້ແຫ້ງ ກ່ອນເອົາເຂົ້າຕູ້ເຢັນ
  3. ຜັກໃບຂຽວຕ່າງໆ: ໂດຍການເກັບໃສ່ພາຊະນະ ແລ້ວໃຊ້ກະດາດຄິດຊູ່ ມາປົກຫໍ່ໄວ້ ແລ້ວເອົາເຄື່ອງແຟັກອາຫານມາຫໍ່ໄວ້ອີກຊັ້ນໜຶ່ງ ແລ້ວກໍເອົາເຂົ້າຕູ້ເຢັນ ຈະເຮັດໃຫ້ເຈົ້າມີຜັກໃບຂຽວໄວ້ກິນໄດ້ຫຼາຍມື້ຂຶ້ນ, ຄວນປ່ຽນກະດາດຄິດຊູ່ ເມື່ອເຫັນວ່າເລີ່ມປຽກຊື້ນ
  4. ຜັກກາດດອກ: ເຮັດດ້ວຍວິທີງ່າຍໆຄື ໃຊ້ຟອຍຫໍ່ ແລ້ວຄ່ອຍເກັບໄວ້ໃນຕູ້ເຢັນ
  5. ຫອມບົ່ວ, ຫອມປ້ອມ: ຄວນຕັດຮາກອອກ ແລ້ວກໍເກັບໄວ້ໃນກວດພາສະຕິກ ແລ້ວຄ່ອຍເອົາເຂົ້າຕູ້ເຢັນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...