spot_img
Homeນານາສາລະ ສັບພະຄຸນທາງຢາຂອງໃບເຕີຍ

 ສັບພະຄຸນທາງຢາຂອງໃບເຕີຍ

Published on

ໃບເຕີຍ ນອກຈາກໃຊ້ປະສົມອາຫານແຕ່ງກິ່ນ, ໃຊ້ເປັນສີແລ້ວ ຍັງມີສັບພະຄຸນທາງຢາອີຫຼາຍຢ່າງທີ່ຫຼາຍຄົນອາດຍັງບໍ່ຮູ້ ບໍ່ວ່າຈະເປັນບຳລຸງຫົວໃຈ, ຮັກສາພະຍາດໄດ້ອີກດ້ວຍ

  • ໃຊ້ເປັນຢາບໍາລຸງຫົວໃຈ ເພາະໃບເຕີຍມີລິດຫຼຸດອັດຕາການເຕັ້ນຂອງຫົວໃຈ ເຊິ່ງຊ່ວຍບຳລຸງຫົວໃຈໄດ້ເປັນຢ່າງດີ, ວິທີກິນຄື ໃຊ້ໃບສົດປະສົມກັບອາຫານ ແລ້ວກິນ ຫຼືໃຊ້ໃບສົດມາຄັ້ນເອົານໍ້າ ແລ້ວກິນເທື່ອລະ 3-4 ບ່ວງແກງ
  • ຊ່ວຍຫຼຸດອາການກະຫາຍ ເພາະໃບເຕີຍມີກິ່ນຫອມເຢັນ, ຫາກເອົາມາປະສົມນໍ້າກິນ ຈະຊ່ວຍດັບຄວາມຢາກກະຫາຍ ຄາຍຄວາມຮ້ອນ, ກິນແລ້ວຮູ້ສຶກຊື່ນໃຈ ແລະຊຸ່ມຄໍໄດ້ດີ, ວິທີເຮັດຄື ເອົາໃບສົດມາລ້າງໃຫ້ສະອາດແລ້ວ ເອົາມາປັ່ນ ຫຼືຕໍາໃຫ້ແຫຼກ ແລ້ວເອົານໍ້າຕື່ມໃສ່ ແລ້ວເອົານໍ້າມາກິນ
  • ຮາກ ແລະຕົ້ນ ໃຊ້ເປັນຢາຮັກສາພະຍາດເບົາຫວານໄດ້ ເພາະຮາກ ແລະຕົ້ນຂອງໃບເຕີຍ ມີລິດຫຼຸດລະດັບນໍ້າຕານໃນເລືອດໄດ້, ວິທີເຮັດຄື ເອົາຮາກ ຫຼືຕົ້ນ ກຳມືໜຶ່ງ ແລ້ວເອົາໄປຕົ້ມເປັນນໍ້າກິນ ທຸກເຊົ້າ- ແລງ ແລະຍັງຂັບປັດສະວະ ໃຫ້ປົກກະຕິອີກດ້ວຍ

ນອກຈາກນີ້ ຍັງຊ່ວຍຫຼຸດອາການອ່ອນເພຍ, ຫຼຸດອາການເປັນໄຂ້ ແລະເພີ່ມກຳລັງໄດ້ເປັນຢ່າງດີ, ເມື່ອເຮົາຮູ້ສັບພະຄຸນຫຼາຍແບບນີ້ແລ້ວ ກໍຄວນຊອກມາກິນ ເພື່ອຫຼຸດພະຍາດຕ່າງໆທີ່ເວົ້າມາ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...