Homeນານາສາລະວິທີແກງປາບໍ່ໃຫ້ມີກິ່ນຄາວ ດ້ວຍວິທີງ່າຍໆ

ວິທີແກງປາບໍ່ໃຫ້ມີກິ່ນຄາວ ດ້ວຍວິທີງ່າຍໆ

Published on

ແມ່ຄົວຫຼາຍຄົນທີ່ເຮັດອາຫານ ຕ້ອງເຄີຍພົບບັນຫາການແກງປາແລ້ວມີກິ່ນຄາວ ມື້ນີ້ເຮົາມີວິທີດີໆ ທີ່ຈະແຕ່ງອາຫານປະເພດປາບໍ່ໃຫ້ຄາວອີກຕໍ່ໄປ ເຊິ່ງສາເຫດຂອງແກງປາແລ້ວຄາວນັ້ນ ຍ້ອນໃນທຳມະຊາດຊີ້ນປາຈະມີໂປຣຕີນ ແລະໄຂມັນຢູ່, ປາຊະນິດໃດມີໂປຣຕີນຫຼາຍກໍຈະມີກິ່ນຄາວຫຼາຍ ເມື່ອຖືກນໍ້າຮ້ອນໂປຣຕີນຢູ່ໃນປາກໍຈະລະລາຍອອກມາ ແລະເຮັດໃຫ້ກິ່ນຄາວແຮງຫຼາຍ

#    ເທັກນິກການແກງປາບໍ່ໃຫ້ມີກິ່ນຄາວ

  • ຕ້ອງລ້າງເມືອກປາອອກໃຫ້ໝົດ
  • ປາດໝາກນາວບາງໆ ແຊ່ໃນນໍ້າທີ່ຈະເອົາໄປລ້າງປາຄື ໝາກນາວ 1 ໜ່ວຍ ຕໍ່ນໍ້າ 1 ລິດ, ເມື່ອເຮົາຄົວປາຮຽບຮ້ອຍແລ້ວ ກໍເອົາປານັ້ນໄປແຊ່ໃນນໍ້າໝາກນາວທີ່ກຽມໄວ້ແລ້ວນັ້ນ
  • ເວລາຕົ້ມນໍ້າ ກໍຄວນໃຫ້ຟົດດີເສຍກ່ອນ ຄ່ອຍເອົາເອົາຫົວຂ່າ ຫຼືຫົວສີໄຄ, ໃບຂີ້ຫູດໃສ່ ເພື່ອດັບຄາວ ແລ້ວກໍເອົາປາລົງ ແລະເມື່ອເອົາໃສ່ໝໍ້ແລ້ວ ບໍ່ຄວນຄົນຈົນກວ່າປາຈະສຸກ

ລອງເອົາເທັກນິກ ແກງປາບໍ່ໃຫ້ມີກິ່ນຄາວ ທີ່ເຮົາເອົາມາຝາກທ່ານຜູ້ອ່ານໃນມື້ນີ້ ໄປເຮັດລອງເບິ່ງຮັບຮອງວ່າ ເວລາທ່ານແກງປາ ຈະບໍ່ມີກິ່ນມາລົບກວນໃຈອີກຕໍ່ໄປ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...