Homeຂ່າວການພັດທະນາກອງປະຊຸມສຳມະນາ TEDxLaneXangAve ຈະຈັດຂຶ້ນເປັນຄັ້ງທຳອິດຢູ່ ສປປ ລາວ ທ້າຍເດືອນພະຈິກນີ້!

ກອງປະຊຸມສຳມະນາ TEDxLaneXangAve ຈະຈັດຂຶ້ນເປັນຄັ້ງທຳອິດຢູ່ ສປປ ລາວ ທ້າຍເດືອນພະຈິກນີ້!

Published on

ໂຄງການ Vientiane Global Shapers ຊຶ່ງຖືກຈັດຕັ້ງຂຶ້ນພາຍໃຕ້ຫົວຂໍ້ສຳມະນາ World Economic Forum ໄດ້ຮັບອະນຸຍາດຈາກ ອົງການ TED ເພື່ອຈັດກອງປະຊຸມສຳມະນາ TEDxLaneXangAve ຂຶ້ນເປັນເທື່ອທຳອິດຢູ່ ສປປ ລາວ ໃນວັນເສົາທີ 26 ພະຈິກ 2016 ທີ່ຈະມາເຖິງນີ້ ທີ່ສະຖາບັນພາສາຝຣັ່ງ ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ ທ່າອ່ຽງຂອງການປ່ຽນແປງ. ຊຶ່ງໂຄງການດັ່ງກ່າວນີ້ ໄດ້ດຳເນີນຂຶ້ນເພື່ອເປີດໂອກາດໃຫ້ກຸ່ມຄົນ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆທີ່ສົນໃຈ ໄດ້ມີການພົບປະສົນທະນາ ແລະ ສ້າງເຄືອຂ່າຍການຮ່ວມມືຮ່ວມກັນ ໃນການເສີມສ້າງປະສົບການ ເພື່ອສົ່ງເສີມໃຫ້ເກີດມີການຮຽນຮູ້ ແລະ ມີແນວຄິດສ້າງສັນທີ່ເປັນປະໂຫຍດ.

ທ່ານ ເບັນຈາມິນ ຊູ ຫົວໜ້າໂຄງການ Vientiane Global Shapers ໄດ້ລະບຸວ່າ ພວກເຮົາມີຄວາມພາກພູມໃຈ ທີ່ຈະໄດ້ມີນັກສຳມະນາກອນຈຳນວນໜຶ່ງ ຊຶ່ງຖືກຄັດເລືອກມາເປັນຢ່າງດີ ຈາກແຕ່ລະຂົງເຂດວຽກງານ ເພື່ອເຂົ້າຮ່ວມໃນກອງປະຊຸມສຳມະນາ TEDxLaneXangAve ໃນຄັ້ງນີ້ ໂດຍແຕ່ລະຄົນ ຈະມີໂອກາດໃຫ້ປະກອບຄຳເຫັນ ປະມານ 10 ນາທີ.  ສ່ວນລາຍລະອຽດກ່ຽວກັບເນື້ອໃນຂອງການສຳມະນາ ຈະມີການແຈ້ງໃຫ້ຮັບຮູ້ໃນອີກບໍ່ດົນນີ້.

ການຈັດກອງປະຊຸມສຳມະນາ TEDxLaneXangAve ດັ່ງກ່າວນີ້ ແມ່ນໄດ້ເຊັນສັນຍາວ່າຈ້າງ ບໍລິສັດ Sengdara Communications ຊຶ່ງເປັນບໍລິສັດຊັ້ນນຳ ໃນການບໍລິຫານຈັດງານ ແລະ ກິດຈະກຳຕ່າງໆໃນລາວ ທີ່ໄດ້ຜ່ານການຮ່ວມງານກັບໂຄງການຂອງບໍລິສັດລະດັບໂລກເຊັ່ນ Google ແລະ ເປັນບໍລິສັດຜູ້ຈັດງານ The Lao Music Awards ແລະ ອື່ນໆ.  ທ່ານ ອະດິຕະ ກິດຕິຄຸນ ຮັກສາການແທນ ຜູ້ຈັດການຝ່າຍບໍລິຫານ ບໍລິສັດ Sengdara Communications ໄດ້ເວົ້າວ່າ ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ບໍລິສັດພວກເຮົາສາມາດເປັນສ່ວນໜຶ່ງ ກັບໂຄງການລະດັບສາກົນ ແລະ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງໂຄງການ Vientiane Global Shapers ທີ່ໄດ້ເປີດໂອກາດໃຫ້ແກ່ພວກເຮົາໃນຄັ້ງນີ້.

ປັດຈຸບັນໂຄງການດັ່ງກ່າວ ໄດ້ເປີດໂອກາດສຳລັບທຸກພາກສ່ວນ ທີ່ຕ້ອງການເປັນຜູ້ສະໜັບສະໜູນ ແລະ ເປີດໂອກາດໃຫ້ຜູ້ທີ່ມີຄວາມສົນໃຈ ຢາກເຂົ້າຮ່ວມໂຄງການດັ່ງກ່າວ ສາມາດຕິດຕໍ່ພົວພັນໄດ້ໂດຍກົງກັບ ທ່ານ ເບັນຈາມິນ ຊູ ເບີໂທລະສັບ 020 5810 8800 ຫລື ທ່ານ ເອັມມີ ຈັນທະພະວົງ 020 2889 8999.  ລາຄາປີ້ເຂົ້າຮ່ວມຮັບຟັງ ກຳນົດລາຄາ 200,000 ກີບ (ແຕ່ມື້ເປີດຂາຍ ວັນທີ 7-15 ພະຈິກ), ຈາກນັ້ນ ລາຄາປີ້ຈະຂາຍໃນລາຄາ 250,000​ ກີບ ຫລັງຈາກວັນທີ 15 ພະຈິກເປັນຕົ້ນໄປ, ກຳນົດບ່ອນນັ່ງຈຳກັດພຽງ 100 ບ່ອນນັ່ງເທົ່ານັ້ນ.  ທ່ານສາມາດເຂົ້າຊື້ປີ້ໄດ້ທີ່ສູນອອກກຳລັງກາຍ ແສງດາຣາ ຟິດເນັດ ເຊັນເຕີ້ ບ້ານສະພານທອງເໜືອ ເລີ່ມແຕ່ວັນທີ 7 ພະຈິກເປັນຕົ້ນໄປ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...