spot_img
Homeຂ່າວຕ່າງປະເທດຄວາມຄືບໜ້າກ່ຽວກັບສາຍການບິນມາເລເຊຍ

ຄວາມຄືບໜ້າກ່ຽວກັບສາຍການບິນມາເລເຊຍ

Published on

77

ຄວາມຄືບໜ້າກ່ຽວກັບສາຍການບິນມາເລເຊຍ

ນາຍົກມາເລເຊຍກ່າວວ່າ, ເສັ້ນທາງການບິນຂອງເຮືອບິນໂດຍສານສາຍການບິນມາເລເຊຍທີ່ເກີດອຸບັດເຫດນັ້ນ, ໃນຕອນເຊົ້າຂອງວັນທີ 18 ກໍລະກົດນີ້, ທ່ານນາຈິບຕຸນຣາຊັກ ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີວ່າ: ອົງການການບິນພົນລະເຮືອນສາກົນໄດ້ປະກາດແລ້ວວ່າ ເສັ້ນທາງການບິນຂອງເຮືອບິນຖ້ຽວບິນ MH17 ຂອງສາຍການບິນມາເລເຊຍທີ່ເກີດອຸບັດເຫດຕົກຢູ່ພາກຕາເວັນອອກອູແກຣນນັ້ນແມ່ນມີຄວາມປອດໄພດີ. ພ້ອມດຽວກັນນັ້ນ, ທ່ານນາຈິບຊີ້ບອກວ່າ ສະມາຄົມການຂົນສົ່ງທາງອາກາດສາກົນ ກໍໄດ້ຮັບປະກັນວ່າເຂດນ່ານຟ້າທີ່ຖ້ຽວບິນດັ່ງກ່າວບິນຜ່ານນັ້ນບໍ່ແມ່ນເຂດຫ້າມບິນ, ສ່ວນສາຍການບິນມາເລເຊຍກໍຢືນຢັນວ່າ, ເຮືອບິນດັ່ງກ່າວບໍ່ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫຼືອແຕ່ຢ່າງໃດ.
ທ່ານນາຈິບຍັງກ່າວຕື່ມອີກວ່າ: ‘‘ ລັດຖະບານອູແກຣນເຊື່ອໝັ້ນວ່າເຮືອບິນຖ້ຽວບິນ MH17 ທີ່ເດີນທາງອອກຈາກອຳສະເຕີດາມຂອງໂຮນລັງບິນໄປສູ່ກົວລາລຳເປີຂອງມາເລເຊຍໃນວັນທີ 17 ກໍລະກົດນີ້ແມ່ນຖືກຍິງຕົກ. ພວກຂ້າພະເຈົ້າຈະທຳຄວາມພະຍາຍາມຈົນສຸດຄວາມສາມາດເພື່ອສືບສວນຫາສາເຫດທີ່ເຮັດໃຫ້ເກີດເຫດການໃນຄັ້ງນີ້. ຖ້າເຮືອບິນຫາກແມ່ນຖືກຍິງຕົກແທ້, ພວກຂ້າພະເຈົ້າຈະຢຶດຖືວ່າ ຜູ້ກໍ່ເຫດຕ້ອງໄດ້ຖືກຈັບຕົວເພື່ອນຳໄປລົງໂທດຕາມກົດໝາຍຢ່າງຮີບດ່ວນ ”

f.mahasonmagazine

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...