Homeຂ່າວການພັດທະນາລັດຖະບານສປຈີນ ມອບເງິນ 2 ແສນກວ່າໂດລາສະຫະລັດ ໃຫ້ລັດຖະບານລາວ

ລັດຖະບານສປຈີນ ມອບເງິນ 2 ແສນກວ່າໂດລາສະຫະລັດ ໃຫ້ລັດຖະບານລາວ

Published on

ໃນວັນທີ 28 ຕຸລາຜ່ານນີ້ ທີ່ສຳນັກງານ ນາຍົກລັດຖະມົນຕີ, ທ່ານ ກວນ ຮົວ ປິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ໄດ້ມອບເງິນຈຳນວນ 261.800 ໂດລາສະຫະລັດ ໃຫ້ລັດຖະບານລາວ ເພື່ອປະກອບສ່ວນສະໜັບສະໜູນ ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມປີ່ນອ້ອມອື່ນໆ. ຕາງໜ້າລັດຖະບານລາວ ຮັບໂດຍທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົາຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈ, ມາຍັງປະຊາຊົນຈີນ ກໍຄື ພັກ-ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ປະກອບສ່ວນສຳຄັນ ເຂົ້າໃນກອງປະຊຸມສຸດຍອດດັ່ງກ່າວ ທີ່ ສປປ ລາວ ເປັນເຈົ້າພາບ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເງິນຈຳນວນດັ່ງກ່າວໄປນຳໃຊ້ເຂົ້າ ໃນວຽກງານຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນຕື່ມອີກໃນຕໍ່ໜ້າ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...