spot_img
Homeຂ່າວພາຍ​ໃນບາງມາດຕະການຄຸ້ມຄອງບັນຫາໜີ້ສິນຂອງລັດ

ບາງມາດຕະການຄຸ້ມຄອງບັນຫາໜີ້ສິນຂອງລັດ

Published on

ເພື່ອເປັນການຫຼຸດຜ່ອນສະເຫຼີມໄຊການເພີ່ມຂຶ້ນຂອງໜີ້ສິນໃນແຕ່ລະປີລັດຖະບານໄດ້ຈັດສັນທຶນໃຫ້ແຕ່ລະໂຄງການຢ່າງມີຈຸດສຸມຕາມກົດໝາຍວ່າດ້ວຍການ ລົງທຶນ ໂດຍສົມທົບກັບຂະແໜງ ການ ແລະທ້ອງຖິ່ນເພື່ອຈຳກັດ ໂຄງການທີ່ສະເໜີໃໝ່ ແລະພິຈາລະນາແຕ່ລະໂຄງການທີ່ມີຄວາມ ຈຳເປັນເທົ່ານັ້ນເພື່ອຫຼຸດຜ່ອນໜີ້ ສິນທີ່ຈະເກີດຂຶ້ນໃນຕໍ່ໜ້າ.

    ທ່ານ ສຸພັນ ແກ້ວມີໄຊ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຊີ້ແຈງຕໍ່ບັນດາ ສະມາຊິກສະພາແຫ່ງຊາດກ່ຽວ ກັບການຈັດສັນງົບປະມານໃຫ້ ແກ່ໂຄງການລົງທຶນຂອງລັດ ແລະການຄຸ້ມຄອງບໍ່ໃຫ້ມີໜີ້ສິນ ເພີ່ມຂຶ້ນໃນແຕ່ລະປີ ໂດຍທ່ານ ກ່າວວ່າ: ດັ່ງຮູ້ນຳກັນແລ້ວວ່າ ມາດຕາ 19 ຂອງກົດໝາຍວ່າ ດ້ວຍການລົງທຶນຂອງລັດ ແມ່ນ ມາດຕາປັບປຸງຂຶ້ນໃໝ່ຈາກກົດ ໝາຍສະບັບເກົ່າເພື່ອແກ້ໄຂ ແລະ ຈຳກັດບໍ່ໃຫ້ມີການສະເລ່ຍທຶນໃສ່ ໂຄງການ, ການຈັດສັນທຶນໃສ່ໂຄງ ການລະໜ້ອຍເຮັດໃຫ້ຜູ້ປະກອບ ການບໍ່ມິທຶນພຽງພໍໃນການປະຕິ ບັດໂຄງການ, ຜູ້ປະກອບການຈຳ ນວນໜຶ່ງປະລະໂຄງການເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການແກ່ ຍາວບໍ່ສາມາດສຳເລັດຕາມແຜນ ແລະພາໃຫ້ເກີດໜີ້ສິນຂຶ້ນຫຼາຍໃນ ໄລຍະຜ່ານມາ.

ອີງຕາມຮ່າງແຜນການລົງ ທຶນປະຈຳປີ 2017 ນີ້ເຫັນວ່າໂຄງການສືບຕໍ່ໃນທົ່ວປະເທດມີທັງໝົດ 2.361 ໂຄງການ ແລະໂຄງ ການໜີ້ສິນມີ 1.269 ໂຄງການ ລວມມູນຄ່າບັນດາໂຄງການດັ່ງ ກ່າວປະມານ 46 ພັນຕື້ກີບ ໄດ້ ຮັບການຊຳລະຜ່ານມາປະມານ 3,8 ພັນຕື້ກີບ ຍັງຄ້າງຊຳລະຕາມ ມູນຄ່າ ໂຄງການ 42,2 ພັນຕື້ກີບ ແລະຄ້າງຊຳລະຕາມໜ້າວຽກປະ ມານ 23 ພັນຕື້ກີບ, ເນື່ອງຈາກງົບ ປະມານປະຈຳປີ 2017 ໄດ້ຮັບ ພຽງແຕ່ 3,3 ພັນຕື້ກີບ ໃນນັ້ນຈະ ໄດ້ຊຳລະຄືນໃຫ້ແກ່ໂຄງການທີ່ ຖືກເລື່ອນຈ່າຍຈຳນວນ 500 ຕື້ ກີບ ແລະທຶນຈັດສັນຕົວຈິງມີພຽງ ແຕ່ 2,8 ພັນຕື້ກີບ ຊຶ່ງເຫັນວ່າໜ້ອຍຫຼາຍຕາມການສັງລວມ ການຈັດສັນທຶນຂອງຂະແໜງ ການ ແລະທ້ອງຖິ່ນທີ່ສົ່ງມາອາດ ຈະບໍ່ສາມາດຈັດຕັ້ງປະຕິບັດການ ດຸນດ່ຽງທຶນໃຫ້ໄປຕາມມາດຕາ 19 ໄດ້.

ໃນໄລຍະຜ່ານມາກະຊວງແຜນການ ແລະການລົງທຶນກໍໄດ້ແນະ ນຳຂະແໜງການ ແລະທ້ອງຖິ່ນ ເພື່ອໃຫ້ຈັດສັນທຶນຢ່າງມີຈຸດສຸມ ໂດຍສະເພາະແມ່ນໄດ້ອອກນິຕິກຳ ຈຳນວນໜຶ່ງເປັນຕົ້ນຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບ ເລກທີ 19/ນຍ ລົງວັນທີ 21 ມິຖຸນາ 2016 ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະ ມານ 9 ເດືອນ, ຄາດຄະເນການ ຈັດຕັ້ງປະຕິບັດໝົດສົກປີ 2015-2016 ກຽມສ້າງແຜນການ ແລະ ແຜນງົບປະມານປະຈຳປີ 2017 ບົດແນະນຳຂອງລັດຖະມົນຕີແຜນການ ແລະການລົງທຶນສະບັບ ເລກທີ 1526/ຜທ.ກຜ1 ລົງວັນ ທີ 1 ກໍລະກົດ 2016 ເພື່ອຜັນ ຂະຫຍາຍແຈ້ງການດັ່ງກ່າວ ແລະ ແນະນຳຕື່ມໃຫ້ບັນດາກະຊວງ-ອົງການ ແລະທ້ອງຖິ່ນກ່ຽວກັບ ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນ ຂອງລັດ.

ກ່ຽວກັບວຽກງານດັ່ງກ່າວໄລຍະຜ່ານມາເຖິງວ່າໄດ້ມີການ ແນະນຳລະອຽດແຕ່ເຫັນວ່າກະ ຊວງ-ອົງການ ແລະທ້ອງຖິ່ນບໍ່ ສາມາດຈັດສັນທຶນຕາມເພດານ ຂອງຕົນທີ່ໄດ້ຮັບເຂົ້າໃສ່ໂຄງການສືບຕໍ່, ໜີ້ສິນ ແລະໂຄງການສະ ເໜີໃໝ່ໄປຕາມມາດຕາ 19 ໄດ້ເນື່ອງຈາກໄລຍະຜ່ານມາມີຈຳນວນໂຄງການສືບຕໍ່ຫຼາຍແຕ່ໄດ້ ຮັບຊຳລະໜ້ອຍພ້ອມດຽວກັນ ນັ້ນຄວາມຕ້ອງການໃນການພັດ ທະນາຊ້ຳພັດສູງກວ່າຄວາມສາມາດໃນການສະໜອງທຶນ.

ທ່ານ ສຸພັນ ແກ້ວມີໄຊ ກ່າວ ຕື່ມວ່າ: ແນວໃດກໍດີເລີ່ມແຕ່ປີ 2017 ເປັນຕົ້ນໄປສະເໜີໃຫ້ບັນ ດາຂະແໜງການ ແລະທ້ອງຖິ່ນ ເປັນເຈົ້າການຄົ້ນຄວ້າ, ຈັດສັນ ທຶນໃຫ້ແຕ່ລະໂຄງການຢ່າງມີ ຈຸດສຸມຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດສະບັບປັບ ປຸງຂຶ້ນໃໝ່ໃຫ້ເປັນຮູບປະທຳທັງ ນີ້ກະຊວງແຜນການ ແລະການ ລົງທຶນຍັງຈະສືບຕໍ່ສົມທົບກັບ ຂະແໜງການ ແລະທ້ອງຖິ່ນ ເພື່ອຈຳກັດໂຄງການທີ່ສະເໜີ ໃໝ່ລົງພ້ອມທັງພິຈາລະນາແຕ່ ລະໂຄງການທີ່ມີຄວາມຈຳເປັນ ເທົ່ານັ້ນແນໃສ່ຫຼຸດຜ່ອນໜີ້ສິນ ທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...