Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 27 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 27 ຕຸລາ

Published on

ວັນທີ 27 ຕຸລາ ປີ 1998 ຫຼືມື້ນີ້ເມື່ອ 18 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Bushido Blade 2 ເທິງເຄື່ອງ PS1 ທີ່ປະເທດສະຫະລັດອາເມຣິກາ. ໂດຍເກມນີ້ເປັນຜົນງານການພັດທະນາໂດຍທີມ Light Weight ທີ່ຖະໜັດໃນການເຮັດເກມແນວຊາມູໄຣ ແລະຈັດຈຳໜ່າຍໂດຍ Squaresoft (ຫຼື Square Enix ໃນປັດຈຸບັນ). ທັງນີ້ ເກມຊີຣີ Bushido Blade ຈະເປັນເກມແນວໄຟຕິ້ງສະຕາຍຊາມູໄຣທີ່ບໍ່ຄືເກມອື່ນໆ ໃນຂະນະທີ່ເກມອື່ນຈະເປັນໄຟຕິ້ງທົ່ວໄປທີ່ມີເກດພະລັງຊີວິດ, ເກດທ່າໄມ້ຕາຍ ແຕ່ວ່າເກມນີ້ຈະອີງຄວາມສົມຈິງຂອງວິຖີຊາມູໄຣເລີຍ ເກດພະລັງບໍ່ຕ້ອງມີ, ທ່າໄມ້ຕາຍບໍ່ຕ້ອງໃຊ້ ອາໄສພຽງທ່າໂຈມຕີຄືຊາມູໄຣ ທຸກຢ່າງຊີ້ຊະຕາໄດ້ໃນດາບດຽວ, ເຮັດໃຫ້ເກມນີ້ກາຍເປັນກະແສນິຍົມໃນໝູ່ຄົນຫຼິ້ນເກມໄປເລີຍ.

Gameplay ຂອງ Bushido Blade 2 ຈະຍັງຄົງຍຶດແບບແຜນຂອງພາກທຳອິດເປັນຫຼັກ ນັ້ນກໍຄືຄອນເຊັບ “ຕັດສິນໃນດາບດຽວ” ແຕ່ຈະມີການປັບແຕ່ງລາຍລະອຽດຍ່ອຍໆແທນ ເຊັ່ນ: ໂໝດເນື້ອເລື່ອງທີ່ແຕ່ກ່ອນໃນພາກທຳອິດຈະສູ້ຮວດດຽວຈົນຈົບເກມ ແຕ່ວ່າໃນພາກ 2 ຈະເປັນລັກສະນະສູ້ກັບສັດຕູ 2-3 ຄົນໃນ 1 ສາກ ແລ້ວຄ່ອຍຍ້າຍສະຖານທີ່ໄປສູ້ບ່ອນອື່ນ ໂດຍໃນສ່ວນຂອງໂຕລະຄອນທີ່ມີໃຫ້ເລືອກໃຊ້ກໍຈະມີທັງຈາກຝັ່ງຊະອິນໂຕ (ສຶເອະ) ແລະນາຣຸຄາກາມິ (ຄາກາມິ) ທີ່ແຕ່ລະຄົນກໍຈະຖະໜັດອາວຸດແຕກຕ່າງກັນໄປ. 

ເນື້ອເລື່ອງຂອງພາກ 2 ນີ້ ຈະກ່າວເຖິງຊ່ວງສະຕະວັດທີ 13 ເທິງເກາະຄາໂນຊິມ້າຂອງປະເທດຍີ່ປຸ່ນ ເຊິ່ງມີກອງກຳລັງ 2 ກຸ່ມໄດ້ແກ່: ຄາກາມິ ແລະສຶເອະ ທີ່ພັກດີກັບໄດມຽວ (ເຈົ້າເມືອງ) ຄົນດຽວກັນ, ໂດຍທຸກຄົນໄດ້ອາໄສຮ່ວມກັນຢ່າງສະຫງົບສຸກ ຈົນມາຮອດມື້ໜຶ່ງໄດ້ມີສົງຄາມເກີດຂຶ້ນເທິງແຜ່ນດິນໃຫຍ່ ກຸ່ມຄາກາມິທີ່ເຫັນທ່າບໍ່ດີເລີຍຮີບໄປສະຫວາມີພັກກັບໄດມຽວຄົນໃໝ່ ໃນຂະນະທີ່ກຸ່ມສຶເອະຂໍຢືນຫຍັດພັກດີກັບໄດມຽວເກົ່າຂອງຕົນເອງຈົນກວ່າຊີວິດຈະຈົບສິ້ນ, ຄວາມຂັດແຍ່ງລະຫວ່າງທັງກຸ່ມຄາກາມິແລະສຶເອະຈຶ່ງເລີ່ມຂຶ້ນ ໂດຍທາງກຸ່ມຄາກາມິໄດ້ລວງກຸ່ມສຶເອະອອກມານອກເກາະຄາໂນຊິມ້າເພື່ອສູ້ຮົບກັນ ແລະແລ້ວກຸ່ມສຶເອະກໍເປັນຝ່າຍເສຍໄປ ແລະສູນເສຍດາບສັກສິດນາມວ່າ “ຢູກິຣິ” ໄປ ຈົນມາເຖິງ 800 ປີຕໍ່ມາ ໃນໂຮງຮຽນຊະອິນໂຕເຊິ່ງເປັນບ່ອນລວມເຫຼົ່າທາຍາດຂອງກຸ່ມສຶເອະໄດ້ບຸກໂຈມຕີສຳນັກນາຣຸຄາກາມິຊິນໂຕຣິວ ທີ່ສັງກັດກຸ່ມຄາກາມິເພື່ອຫວັງຈະຊິງດາບຢູກິຣິກັບມາ ພ້ອມທັງກວາດລ້າງທາຍາດຂອງກຸ່ມຄາກາມິໃຫ້ໝົດສິ້ນໄປ. 

Fact ເລັກນ້ອຍກ່ຽວກັບເກມ Bushido Blade

  • ທ່າດີໃຈເວລາຊະນະຂອງໂຕລະຄອນ Jo ນັ້ນໄດ້ແຮງບັນດານໃຈມາຈາກໂຕລະຄອນ Cloud Strife ຂອງເກມ Final Fantasy VII.

  • ຖ້າຜູ້ຫຼິ້ນນຳໂຕລະຄອນ 6 ໂຕຫຼັກເຄລຍໂໝດເນື້ອເລື່ອງຈົນຄົບທຸກຄົນ ກໍຈະປົດລ໋ອກໂໝດ Hundred Slashes ມາຫຼິ້ນໄດ້.

  • ເກມນີ້ຈະມີໂຕລະຄອນໂຄດໂກງຢູ່ 2 ຄົນໄດ້ແກ່:ຊຶບາເມະ (Tsubame) ແລະ ກັດເຊ່ (Katze). ໂດຍຊຶບາເມະຈະມີອາວຸດເປັນປືນກົນ ສ່ວນກັດເຊ່ຈະເປັນປືນພົກ ເຊິ່ງວິທີປົດລ໋ອກຊຶບາເມະມາໃຊ້ກໍຄືເຄລຍ Slash Mode ດ້ວຍໂຕລະຄອນຈາກຝັ່ງຄາກາມິພາຍໃນເວລາບໍ່ກາຍ 15 ນາທີ ແລະວິທີປົດລ໋ອກກັດເຊ່ກໍຄືເຄລຍ Slash Mode ດ້ວຍໂຕລະຄອນໃດກໍໄດ້ພາຍໃນເວລາບໍ່ກາຍ 15 ນາທີ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...