Homeຂ່າວການພັດທະນາສສຊ ແຂວງໄຊສົມບູນສະເໜີລັດເພີ່ມທຶນການພັດທະນາພື້ນຖານໂຄງລ່າງ

ສສຊ ແຂວງໄຊສົມບູນສະເໜີລັດເພີ່ມທຶນການພັດທະນາພື້ນຖານໂຄງລ່າງ

Published on

ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມສົກປີໃໝ່ ຂອງທ່ານ ຄໍາແດງ ສີລາວົງ ສະມາຊິກສະພາແຫ່ງ ຊາດເຂດເລືອກຕັ້ງ 18 ແຂວງໄຊສົມບູນຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ຕຸລານີ້, ທ່ານໄດ້ສະເໜີໃຫ້ລັດຖະບານຄົ້ນຄວ້າ ແລະ ພິຈາລະນາການລົງທຶນຂອງລັດເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ແຂວງໄຊສົມບູນ ເຊິ່ງເປັນແຂວງຕັ້ງຂຶ້ນໃໝ່ໃຫ້ຫລາຍຂຶ້ນກວ່າເກົ່າ, ພາຍຫລັງເຫັນວ່າຈະເປັນພື້ນຖານໜັກແໜ້ນໃຫ້ແກ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ນໍາຄວາມສະຫງົບສຸກມາສູ່ປະ ຊາຊົນທ້ອງຖິ່ນດັ່ງກ່າວ.
ທ່ານ ຄໍາແດງ ສີລາວົງ ກ່າວວ່າ: ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນວຽກງານຍຸດທະສາດຂອງພັກ ແລະ ລັດຖະບານທີ່ໄດ້ ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ແລະ ຜ່ານມາກໍເຫັນວ່າລັດຖະບານໄດ້ມີຄວາມພະຍາຍາມສູງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຊຶ່ງສະແດງອອກໃຫ້ເຫັນຕົວຈິງໃນການເອົາໃຈໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນໄປຄຽງຄູ່ກັບການສົ່ງເສີມປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດຫ່າງໄກສອກຫລີກໄດ້ເຂົ້າເຖິງແຫລ່ງທຶນເພື່ອຊຸກຍູ້ການຜະລິດເປັນສີນຄ້າ, ອັນເປັນການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ເກືອບວ່າມາຮອດປັດຈຸບັນມີຫລາຍແຂວງ, ຫລາຍເມືອງ, ຫລາຍບ້ານ ແລະ ຫລາຍຄອບຄົວສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວແລ້ວ. ສໍາລັບແຂວງໄຊສົມບູນ, ຊຶ່ງເປັນແຂວງສ້າງຕັ້ງຂຶ້ນໃໝ່ໄດ້ບໍ່ເທົ່າໃດປີມານີ້, ຄະນະນໍາຂອງແຂວງກໍໄດ້ຖືເອົາວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນບູລິມະສິດສໍາຄັນ ແລະ ມາຮອດປັດຈຸບັນຄອບຄົວທຸກຍາກຍັງເຫລືອ 1.800 ກວ່າຄອບຄົວເທົ່າກັບ 13,85% ຂອງຄອບຄົວທັງໝົດ, ບ້ານທຸກຍາກຍັງເຫລືອ 26 ບ້ານ, ນອກນີ້ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍກໍໄດ້ຮັບການສົ່ງເສີມ ແລະ ຈັດຕັ້ງປະຕິບັດເປັນຮູບປະທໍາຫລາຍຂຶ້ນ. ແຕ່ແນວໃດກໍຕາມ, ແຂວງໄຊສົມບູນກໍຍັງປະສົບບັນຫາຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ: ລະບົບພື້ນຖານໂຄງລ່າງຍັງບໍ່ທັນໄດ້ຮັບການພັດທະນາກວ້າງຂວາງ, ຄວາມບໍ່ສະຫງົບພາຍໃນແຂວງຍັງບໍ່ທັນໜັກແໜ້ນ ແລະ ແກ້ໄຂໄດ້ຢ່າງຂາດຕົວ, ບັນຫາລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດຍັງມີຢູ່, ປະຊາຊົນສ່ວນຫລາຍຍັງທຸກຍາກ ແລະ ການດໍາລົງຊີວິດຍັງຕິດພັນກັບທໍາມະຊາດເປັນສ່ວນໃຫຍ່, ການຜະລິດເປັນສີນຄ້າຍັງອ່ອນນ້ອຍ ແລະ ການເຄື່ອນໄຫວຂອງບັນດາຂະແໜງການອື່ນໆກໍບໍ່ທັນຟົດຟື້ນດີເທົ່າທີ່ຄວນ.

ສະນັ້ນເພື່ອໃຫ້ຄວາມຫຍຸ້ງຍາກຂາດເຂີນດັ່ງກ່າວຄ່ອຍໆໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວນັ້ນ, ຂໍສະເໜີລັດຖະບານໄດ້ຄົ້ນຄວ້າ, ພິຈາລະນາໃນການເພີ່ມງົບປະມານການລົງທຶນຂອງລັດໃສ່ພື້ນຖານໂຄງລ່າງຂອງແຂວງຫລາຍຂຶ້ນຕື່ມ, ໂດຍສະເພາະການປັບປຸງກໍ່ສ້າງເສັ້ນທາງຍຸດທະສາດ , ເສັ້ນທາງຫລວງ ກໍຄືເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງ ເພື່ອອໍານວຍຄວາມສະດວກໃນດ້ານຄົມມະນາຄົມ, ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ກໍຄືການພັດທະນາແຂວງໄຊສົມບູນໃຫ້ມີໃບໜ້າໃໝ່, ນອກຈາກນີ້ກໍສະເໜີລັດຖະບານ ຄົ້ນຄວ້າການຈັດແບ່ງລາຍຮັບປະມານ 5 ຫລື 10% ຈາກບັນດາໂຄງການໃຫຍ່ທີ່ມີຢູ່ພາຍໃນແຂວງ ເປັນຕົ້ນ: ໂຄງການບໍ່ຄໍາພູເບ້ຍ ແລະ ບັນດາເຂື່ອນຕ່າງໆ ເພື່ອເປັນທຶນຮອນໃນການພັດທະນາແຂວງໃນຕໍ່ໜ້າ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...