spot_img
Home​ຂ່າວທ່ອງທ່ຽວສາລະວັນ ຄົ້ນພົບຖໍ້າແຫ່ງໃໝ່

ສາລະວັນ ຄົ້ນພົບຖໍ້າແຫ່ງໃໝ່

Published on

ຖໍ້າເກຣງຕັ້ງຢູ່ເຂດບ້ານປາກປົ່ງ, ຕາແຫຼວ ແລະ ບ້ານຄໍາທອງ ຫ່າງຈາກເທດສະບານເມືອງ ແລະ ແຂວງສາລະວັນ ປະມານ 30 ກິໂລແມັດ ແລະ ຫ່າງຈາກທາງເລກທີ 15B ເຂົ້າໄປຫາຖໍ້າປະມານ 10 ກິໂລແມັດ.

ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ທ່ານພູທົງ ຄໍາມະນີວົງ ແລະ ທ່ານ ສົມໃຈ ອຸ່ນຈິດ ພ້ອມດ້ວຍພະນັກງານການນຳຈາກພະແນກການທີ່ກ່ຽວຂ້ອງ, ພະ ນັກງານວິຊາການ ອ້ອມຂ້າງແຂວງ, ເມືອງສາລະວັນ, ບໍລິສັດ, ອໍານາດການປົກຄອງບ້ານ, ພໍໍ່ແມ່ປະຊາຊົນ ບ້ານຕາແຫຼວ, ປາກປົ່ງ ແລະ ບ້ານຄຳທອງ ຮ່ວມເດີນສໍາຫຼວດຄວາມເປັນໄປໄດ້ທີ່ຈະສ້າງຖໍ້າກະເລັງໃຫ້ເປັນແຫຼ່ງທ່ອງທຽ່ວແຫ່ງໃໝ່ຂອງ ແຂວງສາລະວັນ. ຈາກຜົນການສໍາຫຼວດເບື້ອງຕົ້ນ ຖໍ້າກະເລັງເປັນສະຖານທີ່ໆເກີດຈາກທໍາມິຊາດເປັນພູທີ່ມີໜ້າຜາສູງປະມານ 200 ກ່ວາແມັດ, ບໍລິເວນປາກຖໍ້າແຫ່ງນີ້ ປຸກຫຸ້ມໄປດ້ວຍປ່າໄມ້, ພຶດສາຊາດ, ມີນໍ້າໄຫຼລອດຖໍ້າ ແລະ ມີສັດປ່ານາໆຊະນິດ, ມີຕົ້ນໄມ້ນ້ອຍ, ໃຫຍ່ ທີ່ດົມສົມບູນໄປດ້ວຍທໍາມະຊາດ. ປາກຖໍ້າມີຂະໜາດກວ້າງປະມານ 40 ແມັດ, ສູງ 30 ກ່ວາແມັດ, ຖໍ້າກະເລັງເລິກເຂົ້າໄປດ້ານໃນປະມານ 300 ແມັດ ຖໍ້າແຫ່ງນີ້ ມີຄວາມງາມລຶກລັບມະຫັດສະຈັນ ທີ່ປະດັບ, ປະດາເອ້ຢ້ອງ, ມີຫຼາຍຮູບແບບທີ່ແຕກຕ່າງກັນ ເຮັດໃຫ້ຫຼາຍຄົນທີ່ໄດ້ໄປເຫັນຕົກຕະລືງ ແລະ ເອີ້ນຊື່ບັນດາຮູບພາບຕ່າງໆທີ່ເກາະຫ້ອຍຕາມຖໍ້າວ່າ: ຖໍ້າຫີນຍ້ອຍ ມີອັນສັ້ນ, ອັນຍາວ ສະຫຼັບສັບຊ້ອນ ເມືອມີແສງໄຟກະທົບໃສ່ ຈະມີສີສັນເຫຼືອມຍິບຍໍາຄ້າຍຄືເພັດ, ພອຍ ແລະ ມີລັກສະນະຮູບຊົງຄ້າຍຄືໃບບົວ, ມີດ, ຫອກ, ງ້າວ ແລະ ໂຕສັດອື່ນໆ… ນອກນີ້ຍັງມີຖໍ້າເຈຍ, ຜາຫົວຊ້າງ, ຜາຮັງເຜີ້ງ, ທົ່ງດອກກະຈຽວ ແລະ ຖໍ້ອື່ນໆທີ່ຢູ່ໄກ້ກັບຖໍ້ເກຣງ.

ທ່ານ ສີສຸວັນ ວົງຈອມສີ ໄດ້ໃຫ້ທັດສະນະກ່ຽວກັບການພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ ເປັນບ່ອນທ່ອງທ່ຽວໜື່ງເພື່ອສ້າງຄວາມສົນໃຈ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ແລະ ເປັນແຫຼງທ່ອງທ່ຽວ ທີ່ມີມູນສະເໜທີ່ເກີດຈາກທໍາມະຊາດ ແລະ ທ່ານ ສີສຸວັນ ວົງຈອມສີ ໄດ້ເນັ້ນໃຫ້ອໍານາດການປົກຄອງ, ພໍ່ປະຊາຊົນທີ່ມີພູມລໍາເນົາໃນບໍລິເວນນີ້ ຈົ່ງໄດ້ມີສ່ວນຮ່ວມປົກປັກຮັກສາທໍາມະຊາດ, ຊ່ວຍການພັດທະນາວັດທະນະທໍາ, ຮິດຄອງປະເພນີອັນດີງາມ ແລະ ປົກປັກຮັກສາທໍາມະຊາດໃຫ້ຂຽວງາມ ຖືເອົາການທ່ອງທ່ຽວຕິດພັນກັບການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໄດ້ຮັບຜົນປະໂຫຍດຈາກການຂາຍພະລິດຕະພັນທ້ອງຖິ່ນ ໃຫ້ກັບນັກທ່ອງທຽ່ວກ້າວໄປເຖິງການແກ້ໄຂຄວາມທຸກຍາກໃຫ້ຫຼຸດໜ້ອຍຖອຍລົງ.

1060 1061 1062 1063


ພາບ-ຂ່າວ: ໂສພາ ສໍພະໄຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...