Homeອະນິເມະທ່ານຄາເນຕະ ຄິໂມສຶກິ ຜູ້ໃຫ້ສຽງພາກໄຈແອນ ແລະຊູເນໂອະ ຈາກເລື່ອງໂດຣາເອມອນ ເສຍຊີວິດແລ້ວ ດ້ວຍໄວ 80 ປີ

ທ່ານຄາເນຕະ ຄິໂມສຶກິ ຜູ້ໃຫ້ສຽງພາກໄຈແອນ ແລະຊູເນໂອະ ຈາກເລື່ອງໂດຣາເອມອນ ເສຍຊີວິດແລ້ວ ດ້ວຍໄວ 80 ປີ

Published on

​

ເວົ້າໄດ້ວ່າເປັນອີກເລື່ອງທີ່ໜ້າເສົ້າຂອງວົງການກາຕູນອະນິເມະຊັ່ນຂອງປະເທດຍີ່ປຸ່ນເລີຍ ເມື່ອຫຼ້າສຸດນີ້ທາງ TV Asahi ໄດ້ລາຍງານຜ່ານທະວິດເຕີວ່າທ່ານຄາເນຕະ ຄິໂມສຶກິ ຜູ້ໃຫ້ສຽງພາກ ໄຈແອນ ແລະຊູເນໂອະ ໃນເລື່ອງ Doraemon ໄດ້ເສຍຊີວິດແລ້ວດ້ວຍອາຍຸ 80 ປີ.

ໄຈແອນ

ຊູເນໂອະ

     ສຳລັບ ທ່ານຄາເນຕະ ຄິໂມສຶກິ ນັ້ນໂດ່ງດັງຈາກການພາກໂຕລະຄອນໄຈແອນ (ໂກດະ ທາເຄຊິ) ຈາກເລື່ອງໂດຣາເອມອນ ເວີຊັ່ນປີ 1973 ແລະໃຫ້ສຽງໂຕລະຄອນຊຸເນໂອະ ໃນປີ 1979. ນອກຈາກນີ້ແລ້ວຍັງໄດ້ພາກໂຕລະຄອນ Horroman ຈາກເລື່ອງ Soreike! Anpanman, lyami ຈາກເລື່ອງ Osomatsu-kun, Nega ຈາກເລື່ອງ Mahou no Tenshi Creamy Mami ແລະອື່ນໆອີກຫຼາກຫຼາຍ.

Tom

     ໂດຍທ່ານຄາເນຕະ ຄິໂທສຶກິ ຍັງໄດ້ໃຫ້ສຽງພາກພາສາຍີ່ປຸ່ນອະນິເມຊັ່ນຈາກຝັ່ງອາເມຣິກາອີກນຳເຊັ່ນ: ໃຫ້ສຽງ Tom ຈາກເລື່ອງ Tom & Jerry, Jiminy Cricket ຈາກເລື່ອງ Pinocchio ແຖມຍັງເຄີຍພາກໃຫ້ກັບເກມຊີຣີ Kingdom Hearts ອີກນຳ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...