spot_img
Home​ຂ່າວທ່ອງທ່ຽວ8 ສະຖານທີ່ທ່ຽວລະດູໜາວ ໃນເມືອງລາວ

8 ສະຖານທີ່ທ່ຽວລະດູໜາວ ໃນເມືອງລາວ

Published on

ທ່ອງທ່ຽວກັບລາວໂພສຕ໌ ວັນນີ້ເຮົາຈະມາແນະນຳສະຖານທີ່ທ່ຽວລະດູໜາວ ໃນເມືອງລາວ ໃຫ້ທຸກຄົນໄດ້ສຳພັດກັບຄວາມງາມທ່າມກາງຄວາມເຢັນແບບສຸດໆກັນໄປເລີຍ ຄວາມຈິງແລ້ວທີ່ເມື່ອງລາວກໍ່ມີສະຖານທີ່ທ່ຽວທີ່ສວຍງາມຫຼາຍແຫ່ງແຕ່ຫຼາຍຄົນອາດຈະຄິດບໍ່ເຖິງ, ບໍ່ຮູ້ຈັກ ຫຼື ລືມຄິດ ວັນນີ້ແອັດມິນເລີຍມີມາຝາກ ເອົາເປັນວ່າຈະມີສະຖານທີ່ໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

1 ປ່າສະຫວງພູຖະແຫຼງ ດິນແດນທະເລໝອກ ຕັ້ງຢູ່ເມືອງບຸນເໜືອ (ຜົ້ງສາລີ) ມີໄລຍະທາງຫ່າງຈາກເທດສະບານແຂວງ ລົງໄປທິດໃຕ້ 30 ກິໂລແມັດ ເຊິ່ງຢູ່ແຂວງເໜືອສຸດຂອງປະເທດ ເຖິງໄລຍະທາງຈະໃກ ແຕ່ເມື່ອໄປຮອດແລ້ວຈະບໍ່ຜິດຫວັງແນ່ນອນ

12-3

2. ພູ​ຄູນ ທະເລໝອກເມືອງລາວ ດິນແດນສາມລະດູໃນໜຶ່ງມື້ ວ໊າວ! ຕ້ອງໄປສຳພັດຈັກຄັ້ງໃນຊີວິດ

ສາ­ລາ​ພູ​ຄູນ ຫຼື ສາມ​ແຍກ​ເມືອງ ພູ​ຄູນ​ແຂວງ​ຫຼວງ​ພະ​ບາງ ໃນ​ອະດີດ​ເຄີຍ​ເປັນ​ທີ່​ຕັ້ງ​ຄ້າຍ​ທະ­ຫານ​ທີ່ມີ​ການ​ສູ້​ຮົບ​ກັນ​ລະ­ຫວ່າງ​ສອງ​ກຳລັງ​ປໍ​ລະ​ປັກ​ໃນ​ສະ­ໄໝ​ຕໍ່­ສູ້​ກູ້​ຊາດ, ເປັນ​ເຂດ​ຍາດ​ແຍ່ງ ແລະ​ເຂດ​ຍຸດທະ​ສາດ​ທີ່​ສຳ­ຄັນ​ທາງ​ການ​ທະ­ຫານທີ່​ຍັງ​ມີ​ຮ່ອງ­ຮອຍ​ໃຫ້​ເຫັນ​ໃນ​ທຸກ​ວັນນີ້, ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ​ມາ​ຮອດປະ­ຈຸ​ບັນ​ສະ­ຖານທີ່​ດັ່ງ­ກ່າວ ໄດ້​ກາຍເປັນ​ຈຸດ​ພັກ­ຜ່ອນ, ແວ່​ເຊົາ​ທີ່​ສຳ­ຄັນຂອງ​ນັກ​ທ່ອງ​ທ່ຽວ​ກ່ອນ​ທີ່​ຈະ​ເດີນທາງ​ໄປ​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງພະ​ບາງ ແລະ​ທົ່ງ​ໄຫ​ຫີນ​ຊຽງຂວາງ, ກາຍ­ເປັນ​ຈຸດ​ທີ່​ດຶງ​ດູດ​ຜູ້​ຄົນ​ກໍ​ຄື​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ໃຫ້​ມາ​ແວ່​ຊົມ​ກິ່ນ​ອາຍ​ທຳ​ມະ​ຊາດ​ອັນ​ບໍ­ລິ­ສຸດ ແລະຄວາມ​ງາມ​ຂອງ​ຮຸ່ງ​ອະ­ລຸນ​ວັນ​ໃໝ່ ຫຼື ຍາມ​ອັດ­ສະ­ດົງ​ລົງ​ແລງ.

c261bce6c425e0aa4e6ea1199a68214d_l_1

3. ເມືອງຫຼວງພະບາງ ເມືອງມໍລະດົກໂລກ ທຸກຢ່າງສົມບູນແບບຈົນກາຍເປັນເມືອງທີ່ຕິດອັນດັບທີ 10 ເມືອງທີ່ໂຣແມນຕິກທີ່ສຸດໃນໂລກ, ທັງບັນຍາກາດ, ອາກາດ, ອາຄານສະຖານທີ່ ສວຍງາມ, ສົດຊື່ນ ສະບາຍທັງກາຍ ແລະ ໃຈ ເມື່ອໄດ້ໄປທ່ຽວແລ້ວ ເໝືອນມີມົນສະກົດຈິດໃຈເອົາໄວ້ ໃນລະດູໜາວແບບນີ້ຖ້າຄູ່ຮັກໃດແຕ່ງງານກັນໃໝ່ໆ ບໍ່ຮູ້ຈະໄປທ່ຽວທາງໃດ ຕ້ອງມາທີ່ເມືອງນີ້ຮັບຮອງວ່າທ່ານຈະສະວີດຫວານ ໂຣແມນຕິກ ປານໃນຮູບເງົາຊີຣີ້ເກົາຫຼີເລີຍ ຂໍບອກ

59988

4. ວັງວຽງ ໜາວນີ້ຖ້າບໍ່ໄປວັງວຽງຖືວ່າທ່ານພາດ ເມື່ອງວັງວຽງຄວາມຈິງແລ້ວໄປທ່ຽວລະດູໃດກໍ່ງາມສະກົດໃຈທຸກຄັ້ງທີ່ໄດ້ໄປ ແຕ່ຖ້າໄປໃນຍາມໜາວກໍ່ຈະງາມເປັນພິເສດ ຖ້າໃຜບໍ່ເຊື່ອກໍ່ລອງໄປພິສູດເບິ່ງເດີ້ ແລ້ວທ່ານຈະຮູ້ວ່າແອັດມິນບໍ່ໄດ້ເວົ້າເກີນຄວາມຈິງ

86994489

5. ບໍ່ນ້ຳຮ້ອນເມືອງຄຳ ໜາວນີ້ຕ້ອງຫານ້ຳອຸ່ນໆແຊ່ກັນແນ່ຈັກໜ້ອຍ ນອກຈາກຈະໄດ້ເຫັນຄວາມງາມຂອງສະຖານທີ່ແລ້ວ ຍັງໄດ້ນອນແຊ່ນ້ຳອຸ່ນໆ ແຖມຍັງເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ເບົາຕົນເບົາໂຕອີກດ້ວຍ

4522-1

6. ບໍ່ນ້ຳຮ້ອນ ປຸ່ງເລາະ ເມືອງ ເມິງ ແຂວງ ບໍ່ແກ້ວ ຊື່ອາດຈະບໍ່ຄຸ້ນຮູ້ ແຕ່ຖ້າໄດ້ໄປແລ້ວຮັບຮອງວ່າບໍ່ຜິດຫວັງແນ່ນອນ ບໍ່ນ້ຳຮ້ອນແຫ່ງນີ້ຍັງຄົງຄວາມເປັນທຳມະຊາດໄວ້ຢ່າງສົມບູນ ທ່ານຈະໄດ້ເຫັນນ້ຳຮ້ອນຟົດບັວກໆຂຶ້ນມາຈາກບໍ່ ເອົາໄຂ່ມາຕົ້ມໃສ່ກະສຸກ ຖ້າບໍ່ເຊື່ອໜາວນີ້ລອງໄປສຳພັດເບິ່ງ

5811

7. ດ່ານໃຫຍ່ ເມືອງປາກຊ່ອງ ທຳມະຊາດທີ່ງົດງາມເໜືອຄຳບັນຍາຍ

ດ່ານໃຫຍ່ ແມ່ນຕັ້ງຢູ່ໃນເຂດປ່າສະຫງວນ ດົງຫົວສາວ ມີລັກສະນະເປັນພູຫົວຕັດ ມີລານຫີນເປັນລານກວ້າງ ເຊິ່ງສາມາດແນມເຫັນນ້ຳຕົກໃຫຍ່ໆ 3 ແຫ່ງຄື: ນ້ຳຕົກຕາດຂະມຶດ, ຕາດຕະເກັດ ແລະ ຕາດສັກກະລະ ທີ່ດ່ານໃຫຍ່ຍັງອຸດົມສົມບູນໄປດ້ວຍສັດປ່າ ແລະ ພືດພັນນານາຊະນິດ ໂດຍສະເພາະໃນຊ່ວງໄລະຍາເດືອນມິຖຸນາ ຫາ ເດືອນ ສິງຫາ ຈະມີດອກເປາະພູສີບົວ ບານເຕັມທົ່ງຫຍ້າປະສົມປະສານກັບອາຍໜອກທີ່ປິວທົ່ວພື້ນ ພ້ອມບັນຍາກາດສະຫຼົວສະຫຼົວ ກັບອາກາດທີ່ໜາວເຢັນ ຖ້າໄປໃນໄລຍະລະດູໜາວຍິ່ງໜາວໄປຈົນສຸດຂົ້ວຫົວໃຈ ເມື່ອໄດ້ສຳພັດແລ້ວຮູ້ສຶກວ່າຕົນເອງລຸດເຂົ້າໄປໃນເທບນິຍາຍເລື່ອງດັງຂອງຕ່າງປະເທດເລີຍກໍ່ວ່າໄດ້

4076

8. ປາກຊ່ອງ ດິນແດນແຫ່ງໝາກກາເຟ

ເມືອງປາກຊ່ອງ ນອກຈາກຈະມີຊື່ສຽງເປັນດິນແດນມີກາເຟແຊບຕິດອັນດັບໂລກແລ້ວດິນແດນແຫ່ງນີ້ຍັງອຸດົມສົມບູນໄປດ້ວຍແຫລ່ງທ່ອງທ່ຽວທາງທໍາມະຊາດ ເປັນຕົ້ນທິວທັດທໍາມະຊາດປ່າສະຫງວນດົງຫົວສາວ, ທໍາມະຊາດດ່ານສິນໄຊ,​ທໍາມະຊາດເຂດບ້ານຫນອງຫລວງດິນແດນທີ່ມີດອກກຸຫລາບ1.000ປີ, ພູເທວະດາ(ປາກພູໄຟ)ທີ່ພົ່ນຄວາມອຸດົມສົມບູນມາສູ່ດິນແດນແຫ່ງນີ້ເມື່ອຫລາຍລ້ານປີກ່ອນ ແລະ ແຫ່ງອື່ນທີ່ພ້ອມໃຫ້ທ່ານໄດ້ສຳພັດກັບຄວາມງາມຕົວຈິງຢ່າງທີ່ທ່ານບໍສາມາດຈິນຕະນາ ການລ່ວງຫນ້າໄດ້ເລີຍ.

1173875_orig-1024x768

ທັງ 8 ສະຖານທີ່ທ່ຽວ ທີ່ລາວໂພສຕ໌ໄດ້ນຳສະເໜີໄປນີ້ ລ້ວນເປັນສະຖານທີ່ທີ່ເໝາະກັບການທ່ຽວໃນຍາມໜາວທີ່ສຸດ ນອກຈາກທ່ານຈະໄດ້ສຳພັດກັບຄວາມງາມທາງທຳມະຊາດແລ້ວ ທ່ານຍັງໄດ້ສຳພັດກັບຄວາມໜາວ ທີ່ແບບວ່າໜາວຈົນແຊກເຂົ້າໄປທຸກຊອກທຸກມຸມໃນຮ່າງກາຍແນ່ນອນ
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...