spot_img
Homeຂ່າວການພັດທະນາເຊກອງ ປະຕິບັດໂຄງການລົງທຶນຂອງລັດສຳເລັດ 100%

ເຊກອງ ປະຕິບັດໂຄງການລົງທຶນຂອງລັດສຳເລັດ 100%

Published on

ໃນໜຶ່ງປີຜ່ານມາແຂວງເຊກອງໄດ້ມີການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະມີຜົນງານພົ້ນເດັ່ນຫຼາຍດ້ານ, ອັດຕາການຂະຫຍາຍຕົວເສດຖະກິດຂອງແຂວງມີທ່າອຽງດີຂຶ້ນ, ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດສາມາດ ປະຕິບັດໄດ້ສຳເລັດ 100%.
ອີງຕາມຂໍ້ມູນຂອງພະແນກແຜນການ ແລະການລົງທຶນ ແຂວງເຊກອງເປີດເຜີຍໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາກໍຄືສົກປີ 2015- 2016 ສະພາແຫ່ງຊາດໄດ້ອະນຸມັດໂຄງການລົງທຶນຂອງລັດໃຫ້ ແຂວງເຊກອງທັງໝົດມີ 249 ໂຄງການ ມູນຄ່າລວມ 203,2 ຕື້ກີບ ໃນນັ້ນມີທຶນຕ່າງປະເທດ 10 ໂຄງການ ມູນຄ່າ 87,4 ຕື້ກີບ, ທຶນພາຍໃນມີ 239 ໂຄງການ ມູນຄ່າລວມ 115,8 ຕື້ກີບ, ສຳລັບ ທຶນພາຍໃນມີ 5 ແຫຼ່ງທຶນ ເປັນຕົ້ນທຶນປົກກະຕິຂອງແຂວງມີ 169 ໂຄງການ ມູນຄ່າ 43 ຕື້ກີບ, ທຶນໂຄງການສະເພາະຂອງສູນກາງ 11 ໂຄງການ ມູນຄ່າ 66,5 ຕື້ກີບ, ທຶນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ 42 ໂຄງການ ມູນຄ່າ 4 ຕື້ກີບ, ທຶນຈັດ ສັນພູມລຳເນົາ ແລະບ່ອນທຳມາຫາກິນຖາວອນ 11 ໂຄງການ ມູນຄ່າ 1,5 ຕື້ກີບ ແລະທຶນຟື້ນຟູຊົນລະປະທານ 6 ໂຄງການມູນຄ່າ 0,8 ຕື້ກີບ.

ປະຈຸບັນ ບັນດາໂຄງການຕາມ ແຜນຂອງສະພາແຫ່ງຊາດໄດ້ອະນຸມັດແມ່ນສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 100% ແລະໄດ້ເຮັດໜັງສືສະເໜີຂໍເບີກຈ່າຍແລ້ວ ທັງໝົດ 214 ໂຄງການ ມູນຄ່າ 105,9 ຕື້ກີບ ທຽບໃສ່ແຜນບັນລຸໄດ້ 91,45%, ບໍ່ທັນເຮັດໜັງສື ສະເໜີເບີກຈ່າຍທັງໝົດ 25 ໂຄງການ ມູນຄ່າ 9,9 ຕື້ກີບ ທຽບໃສ່ ແຜນການຍັງຄ້າງຈ່າຍ 8,55% ສ່ວນຈຳນວນທຶນທີ່ຍັງຄ້າງຈ່າຍ ແມ່ນເລື່ອນໄປຈ່າຍສົກປີ 2017 ຕາມແຈ້ງການແນະນຳຂອງກະຊວງແຜນການ ແລະການລົງທຶນ ເລກທີ 1829/ຜທ.ກຜ1, ລົງວັນ ທີ 4 ກໍລະກົດ 2016 ວ່າດ້ວຍ ແນະນຳແຜນດັດແກ້ຫຼຸດລາຍ ຈ່າຍງົບປະມານການລົງທຶນ ຂອງລັດ (ທຶນພາຍໃນ) ໃນໄລຍະ 6 ເດືອນທ້າຍສົກປີ 2015-2016 ໄປຂຶ້ນແຜນຊຳລະໃນປີ 2017.

ສ່ວນທາງດ້ານທຶນຊ່ວຍເຫຼືອລ້າ ແລະກູ້ຢືມທາງການເພື່ອການພັດທະນາ (ODA) ສາມາດຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ທາງການເພື່ອການພັດທະນາໄດ້ທັງໝົດ 47 ໂຄງການ ມູນຄ່າລວມ 384 ຕື້ກວ່າກີບ ຫຼື ປະມານ 48,1 ລ້ານໂດລາ (ສ່ວນໃຫຍ່ ແມ່ນກອງທຶນຂອງ NGO ຂອງຂັ້ນສູນກາງທີ່ມາປະຕິບັດຢູ່ທ້ອງຖິ່ນ), ໃນປີຜ່ານມານີ້ສະພາແຫ່ງຊາດໄດ້ອະນຸມັດໃຫ້ແຂວງເຊກອງມີ 10 ໂຄງການ ມູນຄ່າ 87,46  ຕື້ກີບ ຫຼື ປະມານ 10,93 ລ້ານ ໂດລາ ປະກອບມີໂຄງການສົ່ງເສີມວິຊາການ 2 ໂຄງການ ມູນຄ່າ 13,19 ຕື້ກີບ ຫຼື ປະມານ 1,65 ລ້ານໂດລາ ແລະເປັນໂຄງການກໍ່ສ້າງ 8 ໂຄງການ ມີມູນຄ່າ 74,27 ຕື້ກີບ ຫຼື ປະມານ 9,28 ລ້ານໂດລາ ມາຮອດປະຈຸບັນບັນດາໂຄງການດັ່ງກ່າວແມ່ນສາມາດຈັດຕັ້ງປະຕິບັດໜ້າວຽກສຳເລັດ 100% ທຽບໃສ່ແຜນທີ່ສະພາແຫ່ງຊາດໄດ້ອະນຸມັດ.

ພ້ອມດຽວກັນນີ້ການລົງທຶນ ຂອງເອກະຊົນພາຍໃນ ແລະຕ່າງປະເທດຍັງສາມາດດຶງດູດການລົງທຶນໄດ້ທັງໝົດ 12 ໂຄງການ ມູນຄ່າ 51,85 ລ້ານໂດລາ ໃນນັ້ນການລົງທຶນຂອງເອກະຊົນພາຍໃນ 10 ໂຄງການ ມູນຄ່າຕາມສັນຍາ 50,6 ລ້ານໂດລາ ກວມເອົາ 97,58% ແລະການລົງທຶນຂອງຕ່າງປະເທດມີ 2 ໂຄງການ ມູນຄ່າຕາມສັນຍາ 1,25 ລ້ານໂດລາ ໂດຍສະເພາະລົງທຶນໃສ່ດ້ານພະລັງງານໄຟຟ້າມີ 8 ໂຄງການ, ດ້ານກະສິກຳ 3 ໂຄງການ ແລະລົງທຶນ ໃສ່ເຂດເສດຖະກິດຊາຍແດນ 1 ໂຄງການ.

ສຳລັບການລົງທຶນຂອງທະນາຄານມາຮອດທ້າຍໄຕມາດ II ປີ 2016 ມີຕົວເລກການປ່ອຍສິນເຊື່ອທັງໝົດ 901 ຕື້ກີບ ເພີ່ມຂຶ້ນ 33% ທຽບໃສ່ທ້າຍປີ 2015, ທຽບໃສ່ໄຕມາດ I ປີ 2016 ເພີ່ມຂຶ້ນ 9,49%, ທຽບໃສ່ ໄຕມາດ II ປີ 2015 ເພີ່ມຂຶ້ນ 108,96% ຖ້າທຽບໃສ່ແຜນ ປີ 2016 ປະຕິບັດໄດ້ 117,76% ແລະກວມເອົາ 77,01% ຂອງ GDP.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...