Homeນານາສາລະນິໄສຂອງແຕ່ລະກຸບເລືອດ

ນິໄສຂອງແຕ່ລະກຸບເລືອດ

Published on

  1. ກຸບເລືອດ A
  • ເປັນຄົນເວົ້າເກັ່ງນຳໝູ່ເພື່ອນ ເວົ້າໄດ້ດົນເປັນຊົ່ວໂມງ
  • ເປັນຄົນໃຈເຢັນສຸຂຸມ, ບໍ່ມັກຫາເລື່ອງໃຜ
  • ຖ້າຮັກໃຜກໍບໍ່ກ້າສະແດງອອກ, ສົມຫວັງກັບຄວາມຮັກຍາກ ເພາະຖ້າຊິຄົບໃຜແທ້ໆ ຕ້ອງໃຊ້ເວລາ
  • ເປັນຄົນລືມຍາກ, ຄິດຫຼາຍ
  • ເປັນຄົນຮອບຄອບ ຈິງຈັງກັບເລື່ອງການຮຽນ
  • ເປັນຄົນເຈົ້າຄິດເຈົ້າແຄ້ນ, ຖ້າຄຽດໃຫ້ໃຜຈະດີຍາກ
  1. ກຸບເລືອດ B
  • ເປັນຄົນສະໜຸກສະໜານ, ເວລາເວົ້າມັກເຮັດທ່າທາງປະກອບເຮັດໃຫ້ໝູ່ເພື່ອນຄ້ອຍໄປນຳ
  • ເປັນຄົນໂມໂຫເກັ່ງ, ຖ້າໃຈຮ້າຍມາບໍ່ສົນວ່າແມ່ນໃຜ
  • ຮັກໃຜກໍຈະຫາວິທີບອກອອກມາຢ່າງໄວວາ
  • ເປັນຄົນໃຈຮ້ອນ, ຫາກຄິດຊິເຮັດຫຍັງກໍຈະເຮັດທັນທີໂດຍບໍ່ຄິດຫຍັງຫຼາຍ ແຕ່ຄິດໄດ້ກໍສວຍເກີນໄປ ມັກເສຍໃຈນຳຫຼັງ
  • ເປັນຄົນທີ່ອາລົມປ່ຽນງ່າຍ, ຄວາມຂະຫຍັນຂຶ້ນກັບອາລົມ
  • ຄຽດງ່າຍ ແຕ່ຫາຍໄວ
  1. ກຸບເລືອດ AB
  • ເປັນຄົນມັກຟັງ ຫຼາຍກວ່າເວົ້າ, ໝູ່ມັກເວົ້າບັນຫາຕ່າງໆໃຫ້ຟັງຕະຫຼອດ, ແຕ່ເປັນຄົນເວົ້າກົງໆ
  • ບໍ່ມັກຫາເລື່ອງໃຜ, ໃຈເຢັນ
  • ເລື່ອງຄວາມຮັກ ມັກໃຫ້ຄົນອື່່ນເຂົ້າຫາຫຼາຍກວ່າ
  • ຖ້າມີແນວເສຍໃຈກໍຈະເຮັດຄືບໍ່ມີຫຍັງເກີດຂຶ້ນ, ບໍ່ມັກສະແດງຄວາມເສຍໃຈອອກມາໃຫ້ໃຜເຫັນ
  • ເປັນຄົນມັກວາງແຜນໃນເລື່ອງຕ່າງໆໄວ້ລ່ວງໜ້າ, ແຕ່ບາງຄັ້ງກໍບໍ່ສາມາດເຮັດຕາມແຜນໄດ້
  • ເປັນຄົນມັກມີເຫດຜົນ ແຕ່ມັກເຂົ້າຂ້າງໂຕເອງ
  1. ກຸບເລືອດ O
  • ມັກເປັນຈຸດເດັ່ນຂອງບັນດາໝູ່ເພື່ອນ, ມັກໃຫ້ຄົນອື່ນສົນໃຈຕົນເອງ
  • ມັກສູ້ຄົນ ຖ້າມີການຕີກັບໃຜກໍຈະບໍ່ຍອມຖອຍ, ຈະຊະນະ ຫຼືບໍ່ຊະນະ ບໍ່ສົນ ແຕ່ຕ້ອງສູ້ບໍ່ຖອຍ
  • ເປັນຄົນທີ່ມີນິໄສກົງໆ ສະແດງອອກມາແບບເປີດເຜີຍ
  • ເປັນຄົນບໍ່ມັກຄິດໃນເລື່ອງເລັກໆນ້ອຍໆ, ມີເລື່ອງບໍ່ສະບາຍໃຈກໍທຳໃຈໄດ້ໄວ ແລະລືມໄວ
  • ເລື່ອງໃດທີ່ເຈົ້າບໍ່ມັກຈະບໍ່ເຮັດ ຈົນໃກ້ເວລາຄ່ອຍເຮັດເຊັ່ນ ການສອບເສັງ ເຈົ້າມັກລໍຖ້າໃກ້ເສັງແລ້ວຄ່ອຍອ່ານບົດຮຽນ
  • ເປັນຄົນທີ່ອະທິບາຍດ້ວຍເຫດ ແລະຜົນ ເປັນຄົນທີ່ເປັນຕາຢ້ານທີ່ເຮັດໃຫ້ໃຈຮ້າຍ ແຕ່ຖ້າຮູ້ສາເຫດກໍຈະດີທັນທີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...