spot_img
Homeວັນນະກຳຕຳນານຜີຟ້າ, ຜີແຖນ

ຕຳນານຜີຟ້າ, ຜີແຖນ

Published on

ຜີຟ້າ, ຜີແຖນແມ່ນໃຜ?
ຜີແຖນຄືຜູ້ເປັນເຈົ້າເປັນໃຫຍ່ຢູ່ໃນເມືອງຟ້າ ຫຼື ເມືອງແຖນ (ເມືອງໃນຈິນຕະນາການຂອງຄົນລາວບູຮານ) ຜີຜູ້ເປັນໃຫຍ່ທີ່ສຸດຮຽກວ່າ “ຜີຫຼວງຟ້າຄື່ນ” ຫຼື ທີ່ຄົນປັດຈຸບັນຮຽກກັນວ່າ “ພະຍາແຖນ” ນັ້ນເອງ ຄຳວ່າພະຍາແຖນ ຫຼື ຜີຫຼວງຟ້າຄື່ນນີ້ ຍັງມີຄວາມສັບສົນໃຊ້ບໍ່ເປັນເອກພາບກັນ ຄົນລາວຊົນນະບົດຮຽກແຖນວ່າ ຜີຟ້າ ຫຼື ຜີແຖນ ຮຽກຜູ້ເປັນຫົວໜ້າແຖນວ່າ ຜີຫຼວງຟ້າຄື່ນ ຫຼື ແຖນຫຼວງຟ້າຄື່ນ ຄົນໃນຕົວເມືອງ ແລະ ຢູ່ໃກ້ຕົວເມືອງຮຽກວ່າ ແຖນ ຮຽກຫົວໜ້າແຖນວ່າ ພະຍາແຖນ ທີ່ແຕກຕ່າງກັນນີ້ກໍ່ເນື່ອງຈາກສັງຄົມລາວເຮົາໃນສະໄໝກ່ອນຍັງບໍ່ມີຊົນຊັ້ນສັກດີນາ ຈຶ່ງຍັງບໍ່ມີຄຳສັບວ່າ “ພະຍາ” ມາໃຊ້ໃນພາສາລາວ ຄົນລາວບູຮານຈຶ່ງໃຊ້ຄຳວ່າ “ຜີຫຼວງຟ້າຄື່ນ” ເປັນຄຳຮຽກຊື່ພະຍາແຖນ ເຊິ່ງໝາຍເຖິງເທບຜູ້ເປັນເຈົ້າເປັນໃຫຍ່ທີ່ສຸດໃນສວງສະຫວັນ ຄຳວ່າ “ຜີ” ໃນຄວາມໝາຍຂອງພາສາລາວດັ້ງເດີມນັ້ນໝາຍເຖິງ “ຜູ້ທີ່ມີຮ່າງກາຍເປັນທິບ ແລະ ດວງວິນຍານຂອງຜູ້ທີ່ຕາຍໄປແລ້ວ ຄົນທຳມະດສາມັນບໍ່ສາມາດເບິ່ງເຫັນໄດ້ ແຕ່ສາມາດສຳຜັດຕິດຕໍ່ກັນໄດ້ທາງຈິດວິນຍານ” ດັ່ງນັ້ນບັນດາແຖນທັງຫຼາຍທີ່ມີຢູ່ໃນເມືອງແຖນລ້ວນແລ້ວແຕ່ມີຮ່າງກາຍເປັນທິບ ຄົນລາວບູຮານຈຶ່ງໄດ້ຮຽກວ່າ “ຜີແຖນ” ຫຼື “ຜີຟ້າ” ຄຳວ່າຜີຟ້າກໍ່ເຄີຍເອົາມາໃຊ້ກັບຄົນຜູ້ເປັນໃຫຍ່ໃນໂລກມະນຸດເຊັ່ນເອົາມາເປັນຊື່ຂອງເຈົ້າຊີວິດລາວຄື ຂຸນຜີຟ້າ (ຊື່ຂອງເຈົ້າຟ້າງ້ຽວ ພໍ່ເຈົ້າຟ້າງຸ່ມ).

ຕຳນານ ຫຼື ນິທານດັ້ງເດີມຂອງລາວກ່າວວ່າ ຜີຫຼວງຟ້າຄື່ນ ຫຼື ພະຍາແຖນໄດ້ມອບໝາຍໃຫ້ແຖນຈຳນວນໜຶ່ງລົງມາຢູ່ສືບສ້າງໃນເມືອງລຸ່ມ ຫຼື ທີ່ຮຽກວ່າ “ເມືອງຄົນ” ຢູ່ໃນເມືອງຟ້າ ຫຼື ເມືອງແຖນນັ້ນ ບັນດາແຖນທັງຫຼາຍທີ່ເປັນໄພ່ພົນຂອງພະຍາແຖນນັ້ນລວມທັງພະຍາແຖນເອງນຳ ມີຮ່າງກາຍເປັນທິບ ກິນອາຫານທິບ, ເຫາະເຫີນເດີນອາກາດໄປໄດ້ທຸກຫົນທຸກແຫ່ງ ມີຊີວິດເປັນອຳມະຕະ ແລະ ສຸກສັນຊົ່ວນິສັນດອນ ເມື່ອລົງມາຢູ່ໃນເມືອງຄົນແລ້ວຮ່າງກາຍທີ່ເປັນທິບນັ້ນກໍ່ໄດ້ປ່ຽນສະພາບໄປກາຍເປັນຮ່າງກາຍຄົນທຳມະດາ ເຊິ່ງປະກອບດ້ວຍທາດ 4 ຂັນ 5 ມີຮູບປະທຳ, ນາມມະທຳ, ມີເຖົ້າ, ມີແກ່, ມີເຈັບ, ມີຕາຍ ຕາຍໄປແລ້ວຫາກໄດ້ສ້າງຄຸນງາມຄວາມດີໄວ້ໃນເວລາຍັງມີຊີວິດຢູ່ກໍ່ຈະໄດ້ກັບຄືນໄປຢູ່ໃນເມືອງແຖນອີກ ໄດ້ຊີວິດທີ່ເປັນທິບເປັນອຳມະຕະກັບຄືນມາ ດ້ວຍເຫດນີ້ຄົນທັງຫຼາຍທີ່ດຳລົງຊີວິດຢູ່ໃນເມືອງລຸ່ມຈຶ່ງມີຄວາມໃຝ່ຝັນຢາກກັບຄືນໄປຢູ່ເມືອງແຖນອີກ ແຕ່ລະຄົນໄດ້ພະຍາຍາມສ້າງຄຸນງາມຄວາມດີ ລະເວັ້ນຄວາມຊົ່ວທັງປວງ ໄດ້ປະກອບພິທີໄຫວ້ວອນຜີແຖນເພື່ອໃຫ້ແຖນຫຼວງຟ້າຄື່ນໄດ້ຮັບຮູ້ ແລະ ເຫັນການກະທຳຂອງພວກຕົນຢູ່ໃນເມືອງລຸ່ມ ວ່າໄດ້ສ້າງຄຸນງາມຄວາມດີໄວ້ຫຼາຍ ເມື່ອຕາຍໄປແລ້ວຂໍໃຫ້ພະຍາແຖນມາຮັບເອົາຕົນກັບຄືນໄປຢູ່ເມືອງແຖນອີກ ໃນກໍລະນີມີໄພທຳມະຊາດເຊັ່ນ: ຝົນແລ້ງ, ນ້ຳຖ້ວມ, ມີພາຍຸລົມແດງເກີດຂື້ນ ຄົນລາວບູຮານເຊື່ອວ່າເປັນການສະແດງອຳນາດລິດເດດຂອງພະຍາແຖນ ເພື່ອເຕືອນ ຫຼື ລົງໂທດມວນມະນຸດທີ່ບໍ່ຕັ້ງຢູ່ໃນສິນທຳ ເກີດຄວາມໂລບມາກ ບຽດບຽນເຊິ່ງກັນ ແລະ ກັນ ກໍ່ຄວາມເດືອດຮ້ອນແກ່ສັງຄົມ ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ ບໍ່ຮັກສາຖະນຸຖະໜອມຊັບພະຍາກອນທຳມະຊາດທີ່ພະຍາແຖນປະທານມາໃຫ້ ດ້ວຍເຫດນີ້ມວນມະນຸດຈຶ່ງແຕ່ງໃຫ້ປູ່ເຍີຍ່າເຍີຂື້ນໄປເມືອງແຖນເພື່ອຮ້ອງຂໍໃຫ້ພະຍາແຖນຊ່ວຍແກ້ໄຂຍຸຕິໄພທຳມະຊາດທີ່ເກີດຂື້ນ.

ນິທານພະຍາແຖນກ່າວວ່າ ແຕ່ກີ້ແຕ່ກ່ອນນັ້ນມີເຄືອເຂົາກາດເຊື່ອມຕໍ່ລະຫວ່າງເມືອງແຖນ ແລະ ເມືອງຄົນ ເວລາປູ່ເຍີຍ່າເຍີຂື້ນໄປເມືອງແຖນກໍ່ໄດ້ໄຕ່ເຄືອເຂົາກາດຂື້ນໄປ ເຊັ່ນຕົວຢ່າງໃນກາລະຄັ້ງໜຶ່ງທີ່ເກີດໄພແຫຼ້ງແລ້ງຫຼາຍປີ ຄົນບໍ່ໄດ້ເຮັດໄຮ່ເຮັດນາ ຕ້ອງຫາກິນໝາກໄມ້ ແລະ ຫົວເຜືອກຫົວມັນຕາມດົງຕາມປ່າທີ່ມີຢູ່ຕາມທຳມະຊາດ ພັນເຂົ້າປູກທີ່ເກັບຮັກສາໄວ້ກໍ່ໝົດສິ້ນໄປ ມະນຸດທັງຫຼາຍຈຶ່ງແຕ່ງໃຫ້ປູ່ເຍີຍ່າເຍີຂື້ນໄປຂໍຄວາມຊ່ວຍເຫຼື້ອຈາກພະຍາແຖນ ຂໍຮ້ອງໃຫ້ພະຍາແຖນແຕ່ງຟ້າແຕ່ງຝົນໃຫ້ຕົກລົງມາສູ່ໂລກມະນຸດຕາມລະດູການເປັນປະຈຳທຸກປີ ເພື່ອໃຫ້ໄດ້ເຮັດໄຮ່ເຮັດນາມີເຂົ້າປາອາຫານໄວ້ກິນ ບໍ່ໃຫ້ອົດຍາກປາກແຫ້ງອີກຕໍ່ໄປ ໂດຍການຂໍຮ້ອງຂອງມະນຸດ ພະຍາແຖນຈຶ່ງໄດ້ປະທານພັນເຂົ້າປູກມາໃຫ້ ແລະ ແຕ່ງຟ້າແຕ່ງຝົນໃຫ້ຕົກລົງມາສູ່ໂລກມະນຸດຕາມລະດູການທຸກໆປີ ຕໍ່ຈາກນັ້ນມະນຸດທັງຫຼາຍກໍ່ໄດ້ເອົາພັນເຂົ້າປູກແຈກຢາຍກັນ ໄດ້ເຮັດໄຮ່ເຮັດນາມີເຂົ້າມີປາອຸດົມສົມບູນ ແຕ່ຄຽງຄູ່ກັນນັ້ນກໍ່ມີຄົນຊົ່ວຊ້າສາມານຈຳນວນໜຶ່ງທີ່ມີນິໄສດື້ດ້ານມັກງ່າຍ ເມື່ອໄດ້ພັນເຂົ້າປູກມາແລ້ວກໍ່ເອົາໄປໜຶງກິນເອົາໄປຫຸງກິນຈົນໝົດ ບໍ່ໄດ້ເອົາໄປປູກໄປຝັງຄືກັບຄົນອື່ນ ເມື່ອກິນພັນເຂົ້າປູກໝົດແລ້ວກໍ່ພາກັນໄປຂໍຄວາມຊ່ວຍເຫຼືອຈາກພະຍາແຖນອີກ ພະຍາແຖນໄດ້ວ່າຮ້າຍສັ່ງສອນຕຳນິວິຈານໂທດກຳທີ່ພວກເຂົາໄດ້ປະພຶດປະຕິບັດຜ່ານມາ ແລ້ວໄດ້ປະທານພັນເຂົ້າປູກໃຫ້ມາເປັນຄັ້ງສຸດທ້າຍ ພ້ອມທັງບອກວ່າບໍ່ໃຫ້ມາລົບກວນອີກເມື່ອມະນຸດພວກນັ້ນລົງມາຈາກເມືອງແຖນແລ້ວ ພະຍາແຖນກໍ່ໄດ້ສັ່ງໃຫ້ຕັດເຄືອເຂົາກາດຖິ້ມ ແຕ່ນັ້ນມາກໍ່ບໍ່ມີເຄືອເຂົາກາດເຊື່ອມຕໍ່ລະຫວ່າງເມືອງຄົນ ແລະ ເມືອງແຖນອີກ ຜູ້ຄົນທັງຫຼາຍບໍ່ສາມາດຂື້ນໄປເມືອງແຖນໄດ້ອີກ ເມື່ອຜູ້ຄົນຕ້ອງການຂໍຄວາມຊ່ວຍເຫຼືອຈາກແຖນ ຈຶ່ງໄດ້ມີການປະກອບພິທີໄຫວ້ວອນຢູ່ເມືອງລຸ່ມ ແລະ ເຊື່ອວ່າພະຍາແຖນສາມາດໄດ້ຍິນ ໄດ້ເຫັນການໄຫວ້ວອນຂອງຕົນ ດ້ວຍເຫດນີ້ຈຶ່ງໄດ້ມີຮີດຄອງປະເພນີການປະກອບພິທີກຳຕ່າງໆ ກ່ຽວກັບການໄຫວ້ວອນແຖນຂອງຄົນລາວໃນທ້ອງຖິ່ນຕ່າງໆໃນຮູບລັກສະນະຕ່າງໆ ບາງຢ່າງກໍ່ຄືກັນ ບາງຢ່າງກໍ່ແຕກຕ່າງກັນ ແຕ່ມີເປົ້າໝາຍດຽວກັນ ຄືການໄຫວ້ແຖນເພື່ອອ້ອນວອນຂໍຄວາມຊ່ວຍເຫຼືອຈາກພະຍາແຖນໃຫ້ມາຊ່ວຍເຫຼືອພວກຕົນຕາມຈຸດປະສົງຂອງຜູ້ປະກອບພິທີໄຫວ້ວອນນັ້ນເຊັ່ນ: ການລຳເຊີ້ງຜີຟ້າເພື່ອຮັກສາຄົນເຈັບ, ການຈູດບັ້ງໄຟບູຊາແຖນ, ການຕີຄ້ອງບັ້ງເພື່ອ ຂໍຝົນເປັນຕົ້ນ.

ເອກະສານອ້າງອີງ:
ນິທານພະຍາແຖນ, ໂດຍ ບຸນມີ ເທບສີເມືອງ.

ທີ່ມາຈາກ: ອິດສະຫຼະ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...