spot_img
Homeຂ່າວພາຍ​ໃນຜົນງານ 6 ເດືອນຜ່ານມາ ລັດຖະບານສາມາດແກ້ໄຂບັນຫາເຄັ່ງຮ້ອນຂອງຊາດຜ່ອນຄາຍລົງ

ຜົນງານ 6 ເດືອນຜ່ານມາ ລັດຖະບານສາມາດແກ້ໄຂບັນຫາເຄັ່ງຮ້ອນຂອງຊາດຜ່ອນຄາຍລົງ

Published on

ໃນໂອກາດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມສົກປີ 2015-2016 ຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນມື້ທໍາອິດວັນທີ 24 ຕຸລານີ້ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນຜົນງານແຫ່ງການບໍລິຫານປະເທດໃນໄລຍະ 6 ເດືອນຜ່ານມາວ່າ: ພາຍຫລັງສະພາແຫ່ງຊາດໄດ້ຮັບຮອງເອົາຄະນະລັດຖະບານຊຸດໃໝ່ເມື່ອທ້າຍເດືອນເມສາ 2016 ຜ່ານມາ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໃຫ້ບັນລຸຕາມຄາດໝາຍວາງໄວ້ນັ້ນ, ຊຶ່ງລັດຖະບານໄດ້ຮີບຮ້ອນຄົ້ນຄວ້າບັນຫາທີ່ຈະຕ້ອງໄດ້ສືບຕໍ່ລົງເລິກແກ້ໄຂດ່ວນ ເພື່ອອັດບັນດາຮ່ອງຮອຍທີ່ອາດຈະກາຍເປັນຊ່ອງຫວ່າງເຮັດໃຫ້ການພັດທະນາປະເທດຢຸດຈຶ້ງ ຫລື ເກີດສະດຸດນັ້ນໝົດໄປ ເພື່ອກອບກູ້ເອົາລະບົບເສດຖະກິດປະເທດໃຫ້ຄ່ອຍໆກ້າວເຂົ້າສູ່ຄວາມມີສະຖຽນລະພາບໜັກແໜ້ນຂຶ້ນ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ຜູ້ປະກອບການ ແລະ ສັງຄົມມີການເຄື່ອນໄຫວເປັນປົກກະຕິ, ໂດຍໄດ້ແຕ່ງຕັ້ງຄະນະ ແລະ ໜ່ວຍງານຕ່າງໆຂຶ້ນ ເປັນຕົ້ນ: ໜ່ວຍງານຊຸກຍູ້ການເກັບລາຍຮັບງົບປະມານ, ໜ່ວຍງານຄົ້ນຄວ້າເສດຖະກິດ ແລະ ອື່ນໆ ເພື່ອກະຕຸ້ນການເກັບລາຍຮັບໃຫ້ໄດ້ດີຂຶ້ນ ແລະ ອັດບັນດາຊ່ອງຫວ່າງອັນບໍ່ດີຕ່າງໆໃຫ້ຫລຸດລົງເທື່ອລະກ້າວ, ໂດຍສະເພາະແກ້ໄຂບັນຫາການບໍລິຫານທີ່ຜິດພາດຂອງບໍລິສັດໄຟຟ້າລາວ, ອອກຄໍາສັ່ງເລກທີ 15 ກ່ຽວກັບການຫ້າມສົ່ງໄມ້ທ່ອນ, ໄມ້ທີ່ບໍ່ແປຮູບເປັນຜະລິດຕະພັນອອກນອກປະເທດ, ຢຸດຕິການອອກໂກຕາໄມ້ປະຈໍາປີຢູ່ທົ່ວປະເທດ, ກວດກາຄືນສະພາບການລັກລອບຕັດໄມ້ທໍາລາຍປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ, ອອກແຈ້ງການຢຸດຕິການຍົກເວັ້ນພາສີນໍາເຂົ້ານໍ້າມັນເຊື້ອໄຟໃນທົ່ວປະເທດທຸກກໍລະນີ.

ສ່ວນດ້ານເສດຖະກິດກໍເຫັນວ່າລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວຕໍ່ເນື່ອງປະມານ 6,9% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຄົນຫລາຍກວ່າ 2 ພັນໂດລາສະຫະລັດຕໍ່ປີ, ສ້າງບ້ານພັດທະນາໄດ້ 93 ບ້ານໃນຈໍານວນທັງໝົດ 103 ບ້ານ, ຄອບຄົວພັດທະນາບັນລຸເຖິງ 28.452 ຄອບຄົວ, ຄອບຄົວຕົວແບບດີເດັ່ນ ແລະ ພັດທະນາດີເດັ່ນມີ 544 ຄອບຄົວ, ນັກ ພັດທະນາກອນດີເດັ່ນມີ 614 ຄົນ, ຜູ້ປະກອບການດີເດັ່ນມີ 144 ຫົວໜ່ວຍ, ບ້ານຕົວແບບເກີດຂຶ້ນຫລາຍກວ່າ 72 ບ້ານ ແລະ ດ້ານອື່ນໆກໍມີການພັດທະນາຫັນປ່ຽນໄປໃນທິດທາງທີ່ດີຂຶ້ນ.                  ນອກຈາກນີ້, ຍັງໄດ້ປັບປຸງກົງຈັກ, ກົນໄກການບໍລິຫານໃຫ້ຮັດກຸມ, ໂປງໃສ, ວ່ອງໄວ, ໂດຍເນັ້ນໃສ່ປະສິດທິພາບ ແລະ ປະສິດທິຜົນເປັນສໍາຄັນ ເຊັ່ນ: ຊັບຊ້ອນພາລະບົດບາດຂອງຫລາຍຂະແໜງການທີ່ເຫັນວ່າທັບຊ້ອນ ຫລື ແບ່ງຄວາມຮັບພິຊອບບໍ່ຈະແຈ້ງ ແລະ ລົບລ້າງຂອດຂັ້ນການບໍລິຫານລັດທີ່ເປັນອົງກອນຂອດລະຫວ່າງກາງ, ມອບໜ້າທີ່ຄວາມຮັບພິຊອບ ແລະ ສິດອໍານາດໃຫ້ກະຊວງ, ແຂວງ ຕົກລົງຕັດສີນຕາມພາລະບົດບາດຢ່າງເຄັ່ງຂັດ, ພ້ອມທັງໄດ້ອອກນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງທີ່ເຫັນວ່າມີຄວາມຈໍາເປັນຮີບດ່ວນຊຶ່ງປະກອບມີ: ດໍາລັດນາຍົກລັດຖະມົນຕີຈໍານວນ 12 ສະບັບ, ຄໍາສັ່ງນາຍົກລັດຖະມົນຕີ 11 ສະບັບ ແລະ ແຈ້ງການອື່ນໆ

ພ້ອມກັນນັ້ນກໍສໍາເລັດການຄົ້ນຄວ້າຮ່າງກົດໝາຍໃໝ່ 4 ສະບັບ ແລະ ປັບປຸງກົດໝາຍຈໍານວນ 7 ສະບັບ ແລະ ໃນນັ້ນອັນສໍາຄັນແມ່ນໄດ້ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນເພື່ອແກ້ໄຂຂອດອຸດຕັນຕ່າງໆຂອງການສົ່ງເສີມການລົງທຶນໃຫ້ທະລຸໂລ່ງ, ຊຶ່ງຫວັງວ່າຈະໄດ້ຮັບການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງຈາກກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...