spot_img
Homeຂ່າວຕ່າງປະເທດການຂ່າວສະຫະລັດອ້າງ ເຮືອບິນມາເລເຊຍ MH17 ຖືກຍິງຕົກ

ການຂ່າວສະຫະລັດອ້າງ ເຮືອບິນມາເລເຊຍ MH17 ຖືກຍິງຕົກ

Published on

557000008370602

 

ສຳນັກຂ່າວຣອຍເຕີລາຍງານວ່າ ໜ່ວຍການຂ່າວຂອງສະຫະລັດ ເຊື່ອວ່າເຮືອບິນຂອງສາຍການບິນມາເລເຊຍ ແອຣ໌ລາຍ

ທີ່ບັນທຸກລູກເຮືອ ແລະ ຜູ້ໂດຍສານ 295 ຄົນ ສ່ວນໃຫຍ່ເປັນຊາວເນເທີແລນ ຖືກຍິງຕົກເໜືອນ່ານຟ້າຂອງຢູເຄຣນ

ຈາກຂີປະນາວຸດພາກພື້ນດິນສູ່ອາກາດ ໃນວັນພະຫັດ 17 ກໍລະກົດຜ່ານມາ ໂດຍບໍ່ໄດ້ອ້າງເຖິງວ່າແມ່ນຝີມືຂອງໃຜ.

 

ເຈົ້າໜ້າທີ່ອາເມລິກາຜູ້ບໍ່ປະສົງອອກນາມທ່ານໜຶ່ງ ໄດ້ເປີດເຜີຍວ່າ ໜ່ວຍວິເຄາະຂໍ້ມູນຂອງການຂ່າວສະຫະລັດອາເມລິ

ກາ ເຊື່ອໝັ້ນຢ່າງສຸດຂີດວ່າ ຂີປະນາວຸດຖືກຍິງຈາກພາກພື້ນດິນສູ່ອາກາດມຸ່ງເປົ້າສູ່ເຮືອບິນລຳດັ່ງກ່າວ ເຊິ່ງກຳລັງທົບ

ທວນຂໍ້ມູນເພື່ອສະຫຼຸບວ່າ ອາວຸດດັ່ງກ່າວຖືກຍິງໂດຍຝ່າຍໃດ.

 

ລັດຖະບານຢູເຄຣນກ່າວຫາວ່າ ພວກກຸ່ມແບ່ງແຍກດິນແດນທາງພາກຕາເວັນອອກຂອງຢູເຄຣນ ເປັນຄົນຍິງເຮືອບິນ

ໂບອິງ 777 ທ່ຽວບິນ MH 17 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ດ້ວຍອາວຸດໜັກ ຂີປະນາວຸດພາກພື້ນສູ່ອາກາດ

SA-11 ຍຸກສະໄໝໂຊວຽດ ໃນຂະນະທີ່ເຮືອບິນກຳລັງມຸ່ງໜ້າຈາກນະຄອນອາມສະເຕີດາມ ປະເທດເນທີແລນ ເພື່ອໄປຍັງ

ນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ, ແຕ່ທາງຝ່າຍແກນນຳຂອງກຸ່ມແບ່ງແຍກດິນແດນ ເຊິ່ງສະຖາປະນາຕົນເອງ

ເປັນສາທາລະນະລັດປະຊາຊົນໂດເນດ ໄດ້ອອກມາປະຕິເສດເຖິງການກ່າວຫາດັ່ງກ່າວ.

 

ກຸ່ມແບ່ງແຍກດິນແດນນິຍົມຣັດເຊຍ ທາງພາກຕາເວັນອອກຂອງຢູເຄຣນກ່າວວ່າ ພວກເຂົາໄດ້ພົບກ່ອງດຳຂອງເຮືອ

ບິນລຳດັ່ງກ່າວແລ້ວ ແຕ່ກໍຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ, ນອກຈາກນີ້ ແກນນຳລາຍໜຶ່ງຂອງພວກເຂົາ

ກໍໄດ້ກ່າວຫາວ່າ ກອງກຳລັງຂອງລັດຖະບານຢູເຄຣນ ເປັນຄົນຍິງເຮືອບິນດັ່ງກ່າວຕົກ ແລະ ອ້າງວ່າ ຝ່າຍກຸ່ມແບ່ງແຍກ

ດິນແດນເອງ ບໍ່ມີອາວຸດໃດໆທີ່ມີແສນຍານຸພາບ ສາມາດຍິງເຮືອບິນທີ່ບິນຢູ່ໃນລະດັບຄວາມສູງເຖິງ 10 ກິໂລແມັດໄດ້.

 

557000008370606

 

ທ່ານ ຮູອິບ ກໍເຕີ ຮອງປະທານອາວຸໂສຂອງສາຍການບິນມາເລເຊຍ ແອຣ໌ລາຍ ເປີດເຜີຍວ່າ ເຮືອບິນລຳດັ່ງກ່າວມີຊາວ

ເນເທີແລນຢ່າງໜ້ອຍ 154 ຄົນ, ອົດສະຕາລີ 27 ຄົນ, ມາເລເຊຍ 23 ຄົນ, ອິນໂດເນເຊຍ 11 ຄົນ, ອັງກິດ 6 ຄົນ, ເຢຍລະ

ມັນ 4​ ຄົນ, ແບນຊິກ 4 ຄົນ, ຟີລິບປິນ 3 ຄົນ ແລະ ການາດາ 1 ຄົນ.  ເຖິງຢ່າງໃດກໍຕາມ ຍັງມີຜູ້ໂດຍສານອີກ 47 ຄົນ

ທີ່ຍັງບໍ່ທັນຮູ້ສັນຊາດທີ່ແນ່ນອນ ໃນຂະນະທີ່ລູກເຮືອຂອງຖ້ຽວບິນດັ່ງກ່າວ ທັງໝົ 15 ຄົນ ເປັນຊາວມາເລເຊຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...