spot_img

ທີ່ມາຂອງຄຳວ່າ “ລາວ”

Published on

ຊາດລາວເຮົາເປັນຊາດໜຶ່ງທີ່ມີອະລິຍະທຳອັນເກົ່າແກ່ທີ່ສຸດຊາດໜຶ່ງຂອງໂລກມີວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ເຊິ່ງບັນພະບຸລຸດຂອງຊົນຊາດລາວໃນອະດີດມີຄວາມເຊື່ອເລື່ອງຜີຟ້າ ຜີແຖນ
ອັນໄດ້ສົ່ງຜົນກະທົບຕໍ່ຮີດຄອງປະເພນີ ແລະ ເປັນທີ່ມາຂອງຄຳວ່າ “ລາວ”.

ອີງຕາມນິທານພະຍາແຖນທີ່ກ່າວມາໂດຍຫຍໍ້ນັ້ນ ສະແດງໃຫ້ເຫັນວ່າບັນພະບຸລຸດຂອງຊົນຊາດລາວເປັນຊົນເຜົ່າເກົ່າແກ່ ມີລັດທິຄວາມເຊື່ອຖືດັ່ງເດີມຂອງຕົນກ່ຽວກັບເມືອງແຖນ, ເມືອງຄົນ ເຊິ່ງເປັນຜົນມາຈາກວິວັດທະນາການທາງດ້ານຈິນຕະນາການຄວາມນຶກຄິດ ອັນເກີດຈາກປະສົບການທາງທຳມະຊາດທີ່ຢູ່ແວດລ້ອມຕົນ ຈາກຈິນຕະນາການໄດ້ວິວັດທະນາໄປສູ່ລັດທິຄວາມເຊື່ອຖື ແລະ ກາຍເປັນຮີດຄອງປະເພນີທີ່ໄດ້ປະຕິບັດຕໍ່ກັນມາເປັນເວລາຍາວນານ ຈົນກາຍເປັນວັດທະນະທຳ (Culture) ແລະ ອາລິຍະທຳ (Civilzation) ຂອງຊົນຊາດລາວໃນປັດຈຸບັນ ມີຫຼັກຖານຫຼາຍຢ່າງທີ່ເປັນຮ່ອງຮອຍຂອງຄວາມເຊື່ອຖືແຖນ ຂອງບັນພະບຸລຸດຊົນຊາດລາວ ທັງທີ່ເປັນຮູບປະທຳ ແລະ ນາມມະທຳ ຫິນປະດິດສ້າງທີ່ສະຫຼັກເປັນຮູບດາວ ແລະ ຮູບສັດຕ່າງໆ ທີ່ໄດ້ພົບເຫັນຢູ່ຫຼວງຫຼາຍຕາມສາຍພູເຂົ້າລີບ, ສາຍພູສາມສຸມ, ສາຍພູປາກເກີ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງສາຍພູເລີຍນັ້ນ ເປັນຮ່ອງຮາຍຂອງຄົນບູຮານຍຸກກ່ອນປະຫວັດສາດ ທີ່ມີຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທຳ, ອາລິຍະທຳຫຼາຍສົມຄວນເຫັນວ່າກຸ່ມຄົນທີ່ອາໄສຢູ່ຕາມສາຍພູເຫຼົ່ານັ້ນ ເປັນກຸ່ມຊົນເຜົ່າດຽວກັບກຸ່ມຄົນທີ່ອາໄສຢູ່ສາຍພູເລີຍ ເຊິ່ງໄດ້ຕັ້ງຖິ່ນຖານທຳມາຫາກິນຢູ່ເຂດນັ້ນມາຍາວນານເຖິງ 4 ໝື່ນປີແລ້ວ ແລະ ກຸ່ມຄົນເຫຼົ່ານັ້ນກໍ່ເປັນບັນພະບຸລຸດຂອງຊົນຊາດລາວ ໜັງສືປະຫວັດສາດລາວ ທີ່ຈັດພິມໂດຍກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປີ 2000 ໄດ້ກ່າວໄວ້ດັ່ງນີ້:​

“ສາຍພູເລີຍເປັນຕົ້ນກຳເນີດຂອງແມ່ນ້ຳຄານ, ແມ່ນ້ຳແຊງ ໃນແຂວງຫຼວງພະບາງ ແລະ ຕົ້ນກຳເນີດຂອງແມ່ນ້ຳແອດ ໃນແຂວງຫົວພັນ ແມ່ນ້ຳແອດນີ້ໄຫຼຈາກພູເລີຍລົງສູ່ນ້ຳມ້າ ເໜືອເມືອງຊຽງຄໍ້ ແຂວງຫົວພັນ ສາຍພູເລີຍນີ້ເປັນແຫຼ່ງທີ່ຄົນລາວໃນສະໄໝດຶກດຳບັນອາໄສຢູ່ມາແລ້ວເຖິງ 40,000 ປີ” (ປະຫວັດສາດລາວ “ດຶກດຳບັນ-ປັດຈຸບັນ” ຈັດພິມໂດຍກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ, 2000: 11-12.)

ຈາກຫຼັກຖານຕ່າງໆ ທີ່ກ່າວມານີ້ເປັນການຢືນຢັນໃຫ້ເຫັນວ່າ ບູຮານວັດຖຸຫີນດາວ ຮູບລັກສະນະຕ່າງໆ ຕາມສາຍພູເຂົ້າລີບ, ສາຍພູສາມສຸມ, ສາຍພູປາກເກີນັ້ນ ເປັນຮ່ອງຮອຍຂອງຄົນລາວບູຮານທີ່ໄດ້ປະດິດສ້າງໄວ້ ແລະ ສອດຄ່ອງກັບນິທານພະຍາແຖນທີ່ໄດ້ກ່າວມາແລ້ວ ນອກຈາກຫິນດາວດັ່ງໄດ້ກ່າວມານັ້ນຍັງມີຫຼັກຖານອື່ນໆອີກທີ່ມີຕົ້ນເຄົ້າວັດທະນະທຳດຽວກັນ ແລະ ຮ່ວມສະໄໝດຽວກັນ.

ຄົນລາວບູຮານໄດ້ໃຊ້ດາວເປັນເຄື່ອງໝາຍປະຈຳເຜົ່າຂອງຕົນອັນເນື່ອງມາຈາກຄວາມເຊື່ອຖືແຖນ ແລະ ໃຊ້ດາວເປັນສັນຍາລັກຂອງເມືອງແຖນ ດ້ວຍເຫດນີ້ຄົນລາວຈຶ່ງຮຽກຕົນເອງວ່າຄົນ “ດາວ” ແລະ ຊົນເຜົ່າອື່ນໆກໍ່ໄດ້ຮຽກຄົນລາວຕາມຊື່ນີ້ຄືກັນ ຄົນລາວທີ່ເຄື່ອນຍ້າຍໄປຕັ້ງຖິ່ນຖານຢູ່ທາງທິດເໜືອໂດຍສະເພາະໃນເຂດທີ່ເປັນມົນທົນຢູນານ, ເຂດປົກຄອງຕົນເອງຊົນຊາດຈວງ-ກວາງຊີ ຂະນະນີ້ໄດ້ອອກສຽງອັກສອນ “ດ” ເປັນ “ລ” ດັ່ງນັ້ນຄຳວ່າ “ດາວ” ໄດ້ອອກສຽງເປັນ “ລາວ” ໂດຍທີ່ຄົນຈີນຢູ່ໃກ້ກັບຄົນລາວທາງຝ່າຍເໜືອຈຶ່ງໄດ້ຮຽກຄົນດາວວ່າ “ຄົນລາວ” ຕາມສຳນຽງສຽງເວົ້າຂອງຄົນລາວທາງເໜືອ ເນື່ອງຈາກຊົນຊາດຈີນເປັນຊາດໃຫຍ່ ແລະ ເກົ່າແກ່ ບໍ່ເຄີຍເສຍເອກະຊາດໃຫ້ແກ່ຊາດອື່ນໃດ ໄດ້ມີການບັນທຶກທາງປະຫວັດສາດບູຮານຕໍ່ເນື່ອງກັນມາຫຼາຍພັນປີ ໜັງສືພົງສາວະດານບູຮານຂອງຈີນກໍ່ໄດ້ບັນທຶກກ່ຽວກັບຄົນລາວ, ອານາຈັກອ້າຍລາວ, ຄົນອ້າຍລາວ, ໄວ້ຫຼາຍເລື່ອງ ເຊິ່ງເປັນການຢືນຢັນວ່າຊົນຊາດລາວເປັນຊາດທີ່ເກົ່າແກ່ຄຽງຄູ່ກັນມາກັບຊົນຊາດຈີນ ຊົນຊາດຈີນໄດ້ຮຽກຊົນຊາດດາວ ຫຼື ລາວວ່າ “ລາວ” ຕະຫຼອດມາ ຈາກນັ້ນຄຳວ່າ “ດາວ” ຈຶ່ງໄດ້ພ້ຽນສຽງມາເປັນ “ລາວ” ເຊິ່ງກໍ່ໝາຍເຖິງຊົນຊາດຊົນເຜົ່າທີ່ໃຊ້ດາວເປັນເຄື່ອງໝາຍປະຈຳເຜົ່າຂອງຕົນ ແລະ ຄຳວ່າ ດາວ ຫຼື ລາວ ນີ້ໄດ້ກາຍມາເປັນຊື່ຂອງຊົນຊາດລາວມາຈົນເຖິງປັດຈຸບັນນີ້.

ເອກະສານອ້າງອີງ:
1. ນິທານພະຍາແຖນ, ໂດຍ ບຸນມີ ເທບສີເມືອງ.
2. ປະຫວັດສາດລາວ, ກະຊວງຖະແຫຼວຂ່າວ ແລະ ວັດທະນະທຳ ໂຮງພິມລັດ, ນະຄອນຫຼວງວຽງຈັນ 2000.
3. ພື້ນຂຸນບູລົມລາຊາທິລາດ, ສະບັບບູຮານແທ້, ກົມວັນນະຄະດີ, ນະຄອນຫຼວງວຽງຈັນ 1967.
4. ປະຫວັດສາດລາວສະໄໝບູຮານ, ສຸລັງ ເດຊະວົງ, ນະຄອນຫຼວງປາຣີສ 2003.
5. ພະລັງລາວ “ຊາວອີສານ” ມາຈາກໃສ?, ສຸຈິດ ວົງເທດ, ພາສາໄທ, ສຳນັກພິມມະຕິຊົນ, ບາງກອກ ພ.ສ 2549.
6. ບັນດາຊົນເຜົ່າໃນ ສປປ.ລາວ, ກົມຊົນເຜົ່າ, ສູນກາງແນວລາວສ້າງຊາດ, ໂຮງພິມມັນທາຕຸລາດ, ນະຄອນຫຼວງວຽງຈັນ,

ທີ່ມາຂອງຫົວບົດຈາກ: ເຟສບຸກ Idsala ອິດສະຫຼະ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...