Homeມູມໄອທີລາວຊວຍຊ້ຳຊວຍຊ້ອນ!! Samsung Galaxy S7 edge ເກີດລະເບີດຂຶ້ນໃນຂະນະສາກຂ້າມຄືນ

ຊວຍຊ້ຳຊວຍຊ້ອນ!! Samsung Galaxy S7 edge ເກີດລະເບີດຂຶ້ນໃນຂະນະສາກຂ້າມຄືນ

Published on

ອີງຕາມລາຍງານຂ່າວຈາກຕົ້ນສະບັບ ເຊິ່ງໄດ້ຮັບອີເມວຈາກພະນັກງານຂອງຜູ້ໃຫ້ບໍລິການເຄື່ອຂ່າຍລາຍໃຫຍ່ທີ່ສະຫະລັດອາເມຣິກາ ໂດຍມີເນື້ອໃນວ່າ: “ມີລູກຄ້າຄົນໜຶ່ງຍ່າງເຂົ້າມາໃນຮ້ານທີ່ລາວເຮັດວຽກຢູ່ພ້ອມກັບໂທລະສັບ ​Samsung Galaxy S7 edge ທີ່ເກີດລະເບີດ, ຍິ່ງໄປກວ່ານັ້ນລູກຄ້າຄົນນີ້ຫາກ່ອນໄດ້ຮັບເຄື່ອງ Galaxy S7 edge ມາໄດ້ພຽງ 2 ອາທິດເທົ່ານັ້ນ ຫຼັງຈາກທີ່ລາວໄດ້ເອົາ Galaxy Note 7 (ລຸ້ນທີ 2) ມາປ່ຽນເປັນເຄື່ອງນີ້”. ໂດຍການເກີດລະເບີດຂຶ້ນໃນເທື່ອນີ້ແມ່ນຍ້ອນການສາກໂທລະສັບຂ້າມຄືນ ເຊິ່ງເຈົ້າຂອງເຄື່ອງຍັງບອກອີກວ່າໃຊ້ອຸປະກອນສາກຈາກໃນກ່ອງ ຫຼື OEM ໂດຍກົງ.

ໂດຍຂ່າວ Galaxy S7 edge ລະເບີດນີ້ບໍ່ໄດ້ເກີດຂຶ້ນພຽງເທື່ອດຽວເທົ່ານັ້ນ, ໂດຍເດືອນກ່ອນນີ້ກໍມີລາຍງານວ່າມີຜູ້ໃຊ້ໄດ້ຮັບບາດເຈັບຍ້ອນໂທລະສັບເຈົ້າບັນຫາໜ່ວຍນີ້ລະເບີດ ຈົນໄດ້ຮັບບາດແຜໄຟໄໝ້ລະດັບ 3 (ເຮົາເຄີຍສະເໜີຂ່າວໄປເທື່ອໜຶ່ງແລ້ວ) ແລະກໍມີອີກລາຍງານໜຶ່ງທີ່ເຄື່ອງດັ່ງກ່າວນີ້ເກີດລະເບີດຕອນຊ່ວງກາງຄືນໃນຂະນະທີ່ກຳລັງສາກຢູ່ ເຊິ່ງເປັນກໍລະນີດຽວກັນກັບລາຍງານໃໝ່ນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...