spot_img
Homeຂ່າວພາຍ​ໃນຫ້າມບີບແກໄລ່ໃສ່ຄົນທີ່ຈອດລົດລໍຖ້າຢູ່ເລນຂວາເດັດຂາດ

ຫ້າມບີບແກໄລ່ໃສ່ຄົນທີ່ຈອດລົດລໍຖ້າຢູ່ເລນຂວາເດັດຂາດ

Published on

ທ່ານຮູ້ຫຼືບໍ່ ລັດຖະມົນຕີກະຊວງໂຍທິການ ແລະ ຂົນສົ່ງ ອອກຄຳແນະນຳສຳລັບກ່ຽວກັບການສັນຈອນລ້ຽວຂວາ ບ່ອນທາງຄົບແຍກ ເລກທີ 2227/ຍທຂ ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2016 ເຊິ່ງເຮົາໄດ້ເອົາຫົວຂໍ້ສຳຄັນ (2 ແລະ 3) ທີ່ຫຼາຍທ່ານສົງໄສ ກ່ຽວກັບລ້ຽວຂວາມາສະເໜີສູ່ແຟນເພຈນຳ. ເພາະພວກເຮົາຍາມໃດກໍຄຳນຶງເຖິງການຮັກສາກົດລະບຽບບ້ານເມືອງ ດື່ມຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບ ດື່ມເບຍນ້ຳຂອງ.
2. ການສັນຈອນລ້ຽວຂວາເວລາມີສັນຍານໄຟແດງ
2.1. ລົດທີ່ຢູ່ຊ່ອງຈະລາຈອນຂວາທີ່ມີຈຸດປະສົງລ້ຽວຂວາ ກໍລະນີໄຟແດງແມ່ນລ້ຽວໄດ້ ແຕ່ຕ້ອງລະວັງ
2.2. ການລ້ຽວຂວາແຕ່ຕ້ອງລະວັງໝາຍເຖິງ
– ຕ້ອງຢຸດຢູ່ຫຼັງເສັ້ນຢຸດ ຫຼື ເສັ້ນມ້າລາຍ.
– ຕ້ອງລະວັງຄົນຍ່າງຂ້າມທາງ, ເມື່ອມີຄົນກຳລັງຍ່າງຂ້າມທາງຢູ່ ຕ້ອງປ່ອຍໃຫ້ຄົນຍ່າງຂ້າມທາງໄປກ່ອນ.
– ຕ້ອງລະວັງລົດແລ່ນຈາກກ້ຳຊ້າຍ ແລະ ລົດທີ່ລ້ຽວຊ້າຍຈາກດ້ານໜ້າທີ່ສັນຈອນຕາມສັນຍານໄຟຂຽວ, ຕ້ອງປ່ອຍທາງໃຫ້ລົດ ທີ່ມາຈາກທິດທີ່ມີໄຟຂຽວໄປກ່ອນ.
2.3 ລົດທີ່ຈະໄປຊື່ສາມາດຢຸດລໍ ສັນຍານໄຟຂຽວ ຢູ່ຊ່ອງຈາລາຈອນກ້ຳຂວາໄດ້, ໃນກໍລະນີລົດມາຕາມຫຼັງ ທີ່ຕ້ອງທີ່ຕ້ອງການລ້ຽວຂວາຕ້ອງໄດ້ຢຸດລໍ ຫ້າມບີບແກໄລ່ເດັດຂາດ.
2.4 ຜູ້ໃດຝ່າຝືນກ່ຽວກັບການລ້ຽວຂວາ ຕາມເນື້ອໃນທີ່ກ່າວມາຂ້າງເທິງນີ້ ຖືວ່າເປັນການລະເມີດກົດຈະລາຈອນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນຕ້ອງປະຕິບັດ ມາດຕະການຕໍ່ຜູ້ລະເມີດຕາມລະບຽບການ ທີ່ກຳນົດໃວ້.
3. ການສັນຈອນລ້ຽວຂວາ ຈຸດສີ່ແຍກ ແລະ ສາມແຍກທີ່ບໍ່ມີໄຟອຳນາດ
ການສັນຈອນລ້ຽວຂວາ ຈຸດສີ່ແຍກ, ສາມແຍກ ທີ່ບໍ່ມີໄຟອຳນາດບັງຄັບ ໃຫ້ປະຕິບັດຕາມກົດຈະລາຈອນ ມາດຕາ 15 ວ່າດ້ວຍທາງຄົບບໍ່ມີໄຟອຳນາດບັງຄັບ ຄືດັ່ງນີ້:
3.1. ທາງສາມແຍກ ສີ່ແຍກ ທີ່ບໍ່ມີປ້າຍຄວບຄຸມ ຫຼື ບ່ອນທາງຄົບທາງແຍກສະເໝີກັນ ແມ່ນໃຫ້ສິດຜູ້ທີ່ຢູ່ທາງກ້ຳຂວາມືໄປກ່ອນ
3.2. ຫາກບາງຈຸດ 4 ແຍກໄຟແດງບໍ່ມີຕິດປ້າຍເພີ່ມ ຫຼື ບໍ່ມີແຕ້ມເຄື່ອງໝາຍ ໃສ່ຊ່ອງຈະລາຈອນຂວາສຸດ ໃຫ້ສາມາດລ້ຽວຂວາ ໄດ້ຕາມທີ່ກຳນົດໃນຄຳແນະນຳສະບັບນີ້.
3.3 ທາງຄົບທາງແຍກທີ່ມີປ້າຍສັນຍານຄວບຄຸມ ຫຼື ເປັນທາງໃຫຍ່ຄົບທາງນ້ອຍ:
– ຜູ້ຢູ່ທາງໃຫຍ່ມີສິດໄປກ່ອນ
– ຜູ້ທີ່ມາຈາກທາງນ້ອຍ ຫຼື ທາງທີ່ມີປ້າຍຢຸດ ຫຼື ປ້າຍປ່ອຍທາງ ແມ່ນຕ້ອງໄດ້ຢຸດປ່ອນທາງໃຫ້ຜູ້ທີ່ຢູ່ທາງໃຫຍ່ໄປກ່ອນ
3.4 ບ່ອນທາງວົງວຽນ ແມ່ນຕ້ອງປ່ອຍທາງໃຫ້ລົດທີ່ຢູ່ໃນວົງວຽນໄປກ່ອນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...