spot_img
Homeວັນນະກຳເລື່ອງສັ້ນອີກຄັ້ງ...ກັບການແອບຮັກໃຜຈັກຄົນໜຶ່ງ

ອີກຄັ້ງ…ກັບການແອບຮັກໃຜຈັກຄົນໜຶ່ງ

Published on

ດົນແລ້ວ ທີ່ແອັດມິນ ປັອກເລັກ ບໍ່ໄດ້ຂຽນ ນະວະນິຍາຍຮັກ ໃຫ້ແຟນເພສ ໄດ້ອ່ານ ເຫດຜົນກໍ່ຍ້ອນຄາວຽກຫຼາຍຢ່າງ ແຕ່ມື້ນີ້ພໍດີສະສາງວຽກບາງຢ່າງສຳເລັດແລ້ວ ກໍ່ເລີຍມີເວລາມານັ່ງຂຽນ ນະວະນິຍາຍຮັກເລື່ອງສັ້ນ ກ່ຽວກັບຄວາມຮັກ ໃຫ້ ແຟນເພສໄດ້ອ່ານກັນ ເຊິ່ງເລື່ອງລາວຈະອອກແນວ “ແອບຮັກ” ເອົາເປັນວ່າບໍ່ເວົ້າຍາວ ເຮົາມາເຂົ້າເລື່ອງກັນເລີຍ ເລື່ອງມີຢູ່ວ່າ:

ມີນາ ສາວຄູມັດທະຍົມ ທີ່ຫົວໃຈປິດຕາຍມາໄດ້ຫຼາຍປີແລ້ວ ຫຼັງທີ່ເຄີຍມີຄວາມຮັກອັນຫວານຊຶ້ງ ກັບຊາຍໜຸ່ມຄົນໜຶ່ງຈົນເຖິງຂັ້ນຈະແຕ່ງງານກັນ ແຕ່ມີເຫດໃຫ້ທັງສອງຕ້ອງພັດພາກຈາກກັນໄປ ຍ້ອນແຟນໜຸ່ມຂອງມີນາເກີດອຸບັດຕິເຫດເສຍຊີວິດກ່ອນໜ້າວັນແຕ່ງງານພຽງສອງເດືອນເທົ່ານັ້ນ ແລະ ນັບຕັ້ງແຕ່ນັ້ນມາ ມີນາກໍ່ບໍ່ເຄີຍສົນໃຈຊາຍຄົນໃດອີກເລີຍ ເຖິງຈະມີຊາຍໜຸ່ມມາຢືນລຽນແຖວຈີບນາງກໍ່ຕາມ ແຕ່ຫົວໃຈທີເຄີຍປິດຕາຍ ໄຟແຫ່ງຄວາມຮັກທີ່ເຄີບດັບມອດໄປນັ້ນ ກັບເກີດລຸກຂຶ້ນອີກຄັ້ງ ເມື່ອມີນາ ໄດ້ພົບກັບ ສຸກສາຄອນ ນັກສຶກສາລົງຝຶກງານ ຊາຍໜຸ່ມທີ່ເຕັມໄປດ້ວຍພະລັງແຫ່ງຄວາມມຸ້ງໝັ້ນໃນອາຊີບການເປັນຄູ

ຄັ້ງທຳອິດທີ່ມີນາ ໄດ້ພົບກັບສຸກສາຄອນ ທີ່ຫ້ອງການຂອງໂຮງຮຽນ ຕອນທີ່ພວກກຸ່ມນັກສຶກສາປະມານ 5 ຄົນ ມາລາຍງານຕົວ ເພື່ອຈະບັນຈຸເຂົ້າເປັນຄູຝຶກຫັດທີ່ໂຮງຮຽນ ເມື່ອມີນາໄດ້ແນມເບິ່ງໜ້າສຸກສາຄອນ ແລ້ວນາງຮູ້ສຶກຕົກໃຈເລັກໜ້ອຍ ພ້ອມທັງຄິດຢູ່ໃນໃຈວ່າ ໜ້າສຸກສາຄອນຄ້າຍກັບຄົນຮັກເກົ່າຂອງຕົນເອງ ແຕ່ເບື້ອງຕົ້ນມີນາກໍ່ບໍ່ໄດ້ຄິດຫຍັງຫຼາຍຄິດວ່າ ຄົນໜ້າຄ້າຍກັນມັນກໍ່ມີຫຼາຍ ເມື່ອວັນເວລາຜ່ານໄປຫົວໃຈ ມີນາ ກໍ່ເລີ່ມຮູ້ສຶກຫວັ່ນ ໄຫວໃຫ້ສຸກສາຄອນເທື່ອເລັກເທື່ອໜ້ອຍຈົນບໍ່ແນ່ໃຈວ່າມັນແມ່ນຄວາມຫຼົງພຽງຊົ່ວຄາວ ຫຼື ມັນແມ່ນຄວາມຮັກ ເພາະສຸກສາຄອນນອກຈາກຈະມີໜ້າຕາຄ້າຍຄົນຮັກຂອງຕົນເອງແລ້ວ ຍັງມີລັກສະນະ ທ່າທາງ ພ້ອມທັດສະນະຄະຕິແນວຄິດຄ້າຍຄືກັບອະດີດຄົນຮັກຂອງນາງອີກ ດ້ວຍເຫດຜົນນີ້ມັນຈິ່ງເຮັດໃຫ້ມີນາຮູ້ສຶກມີຄວາມສຸກ ຮູ້ສຶກອຸ່ນໃຈ ທຸກຄັ້ງທີ່ໄດ້ຢູ່ໃຫ້ກັບສຸກສາຄອນ ເຊິ່ງດົນແລ້ວທີ່ມີນາບໍ່ໄດ້ຮູ້ສຶກແບບນີ້ ໃນການສິດສອນນັກຮຽນທຸກໆວັນມີນາຈິງມີຄວາມສຸກເປັນພິເສດ ຫຼາຍຄັ້ງທີ່ມີນາຍອມເຮັດໂຕແປກໆ ເຮັດເລື່ອງຕະລົກໃຫ້ກັບຕົວເອງໂດຍການຍ່າງແວ່ໄປຈອບເບິ່ງສຸກສາຄອນໃນເວລາສອນ ກ່ອນທີ່ຈະຍ່າງໄປທີ່ຫ້ອງຮຽນທີ່ຕົນເອງສອນ ແລະ ພະຍາຍາມສ້າງເຫດການຕ່າງໆນາໆ ເພື່ອຈະໄດ້ພົບ ຫຼື ມີໂອກາດຢູ່ໃກ້ ສຸກສາຄອນຫຼາຍທີ່ສຸດ ແລະ ທຸກຄັ້ງທີ່ມີເລື່ອງປະທັບໃຈລະຫວ່າງຕົນເອງກັບສຸກສາຄອນ ມີນາກໍ່ຈະມາບັນທຶກໄວ້ທີ່ປື້ມບັນທຶກສ່ວນຕົວທີ່ເຮືອນຂອງນາງສະເໜີ ແລ້ວມີນາກໍ່ໝັ້ນໃຈໃນຄວາມຮູ້ສຶກຂອງຕົວເອງວ່າ ນີ້ບໍ່ແມ່ນຄວາມຫຼົງຊົ່ວຄາວ ແຕ່ມັນແມ່ນຄວາມຮັກຄັ້ງໃໝ່  ອາດເປັນເພາະມີນາຢູ່ຄົນດຽວອ້າງວ້າງມາດົນ ເມື່ອມີຄວາມຮູ້ສຶກພິເສດກັບໃຜຈັກຄົນໜຶ່ງ ຈິ່ງກາຍເປັນຄວາມຮັກທີ່ຈິງຈັງ ຈິງໃຈ ເໝືອນຮັກຄັ້ງທຳອິດອີກຄັ້ງ ແລະ ຫວັງວ່າຈັກວັນໜຶ່ງຖ້າບໍ່ສາຍເກີນໄປສຸກສາຄອນຈະຫັນມາເບິ່ງນາງແບບຄົນຮັກ ມີນາຢາກເປີດເຜີຍຄວາມໃນໃຈທີ່ມີໃຫ້ສຸກສາຄອນຮູ້ ແລະ ຄົນອື່ນຮູ້ຢ່າງເປັນທາງການ ແຕ່ກໍ່ເຮັດບໍ່ໄດ້ ເນື່ອງຈາກອີງໃສ່ຄວາມບໍ່ເພາະສົມຫຼາຍຢ່າງເຊັ່ນ: ອາຍຸ, ບົດບາດທາງດ້ານໜ້າທີ່ວຽກງານ ແລະ ເຫດຜົນອື່ນໆອີກຫຼາຍຢ່າງ ແຕ່ສິ່ງທີ່ສຳຄັນ ສຸກສາຄອນບໍ່ມີທ່າທີ ຫຼື ມີແວວທີ່ຈະຮັກຕອບມີນາກັບຄືນມາເລີຍ ແລະ ໃນຕອນທ້າຍກ່ອນທີ່ສຸກສາຄອນຈະຈົບການລົງຝຶກງານໃນໂຮງງຮຽນແຫ່ງນີ້ມື້ລ້ຽງສົ່ງນັກສຶກສາລົງຝຶກງານ ມີນາກໍ່ໄດ້ຮູ້ຄວາມຈິງອັນແສນໂຫດຮ້າຍສຳລັບນາງ ເມື່ອນາງໄດ້ຮູ້ວ່າ ສຸກສາຄອນມີຄົນຮັກຢູ່ແລ້ວ ສິ່ງສຳຄັນສຸກສາຄອນຮັກແຟນຂອງລາວຫຼາຍ ສະນັ້ນ ມີນາເລີຍເຮັດໄດ້ພຽງເກັບຄວາມຮູ້ສຶກໄວ້ດ້ວຍຄວາມເຈັບຊ້ຳໃນຫົວໃຈ ແລະ ຍອມປ່ອຍຮັກຄັ້ງນີ້ໄປໂດຍດີ.

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...