spot_img
Homeຂ່າວພາຍ​ໃນຊ້າງ ​ເອັຟຊີ ​ເປີດ​ຮັບ​ສະໝັກ​ນັກ​ກິລາ​ເຕະບານ ຮຸ່ນສືບ​ທອດ ​ເພື່ອ​ປັ້ນ​ສູ່ທີ​ມຊາດ

ຊ້າງ ​ເອັຟຊີ ​ເປີດ​ຮັບ​ສະໝັກ​ນັກ​ກິລາ​ເຕະບານ ຮຸ່ນສືບ​ທອດ ​ເພື່ອ​ປັ້ນ​ສູ່ທີ​ມຊາດ

Published on

ສະໜາມກິລາ​ເຕະບານ​ຫຍ້າ​ທຽມ ຊ້າງ ​ເອັຟຊີ ​ເປີດ​ສະໜາມ​ ຮັບ​ສະໝັກນັກ​ກິລາ​​ເຕະບານ ຮຸ່ນ​ສືບ​ທອດ ຕັ້ງ​ແຕ່​ອາຍຸ 5 ປີ ຂຶ້ນ​ໄປ ​​ແບບ​ບໍ່​ຈຳກັດ ​ແລະ ​ເນັ້ນ​ເອົາ​ຜູ້​ທີ່​ມີ​​ໃຈ​ມັກ​ຮັກ​ ກັບ​ການ​ຫຼິ້ນ​ກິລາ​ປະ​ເພດ​ດັ່ງກ່າວ ​ເພື່ອ​ຈະ​ປັ້ນ​ໃຫ້​ກາຍ​ເປັນ​ ນັກ​ກິລາ​ທີ່​ມີ​ພອນ​ສະຫວັນ​ດີ​ເດັ່ນ ​ແລະ ສາມາດ​ກ້າວ​ຂຶ້ນ​ໄປ ​ເປັນ​ນັກ​ກິລາ​ລະດັບ​ຊາດ ກໍ່​ຄື ຕິດ​ທີ​ມຊາດ ​ໃນ​ອະນາຄົດ ​ໂດຍ​ແມ່ນ ​ບັນດາອະດີດ​ນັກ​ເຕະ​ທີ​ມ ຊາດລາວ ທີ່​ມີ​ຊື່​ສຽງ​ໂດ່ງ​ດັງມາ​ເປັນ​ຜູ້​ຖ່າຍ​ທອດ​ໃຫ້.

ຕາມ​ການ​ເປີດ​​ເຜີຍຂອງ ທ່ານ ສຸ​ລິ​ກັນ ຫຼວງ​ບຸນ​ຍັງ ​ເຈົ້າ​ສະໜາມ​ເຕະບານ​ຫຍ້າ​ທຽມ ຊ້າງ ​ເອັຟຊີ ​ໃຫ້​ຮູ້​ວ່າ: ​ເພື່ອ​​ເປັນ​ການ​ປະຕິບັດ​ຕາມ​ຂັ້ນ​ເທິງ ກໍ່​ຄື ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ ​ແລະ ຫ້ອງ​ການ​ສຶກສາ​ທິການ ​ແລະ  ກິລາ ​ເມືອງ​ໄຊ​ເຊ​ດຖາ ​ໃນ​ການ​ສົ່ງ​ເສີມ ​ຄົນ​ທ້ອງ​ຖິ່ນ​ໃຫ້​ມີ​ການ​ເຄື່ອນ​ໄຫວ ຫຼິ້ນ​ກິລາ ​ເພື່ອ​ສຸຂະພາບ ​ແລະ ຕ້ານ​ປາກົດ​ຫຍໍ້​ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ ​ໃນ​ສັງຄົມ​ປັດຈຸບັນ ກໍ່​ຄື ສ້າງ​ໂອກາດ​ໃຫ້​ເດັກນ້ອຍ​ລາວ​ ​ໃຊ້​ເວລາ​ຫວ່າງ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ລີກ​ເວັ້ນບັນຫາ​ຢາ​ເສບ​ຕິດ. ຄຽງ​ຄູ່​ກັນ​ນັ້ນ, ກໍ່​ຍັງ​ເປັນ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ພັດທະນາ​ ແຕ່​ຂັ້ນ​ພື້ນຖານ​ກ້າວ​ສູ່​ລະດັບ​ເລີດ ປັ້ນ​ໃຫ້ກາຍ​ເປັນນັກ​ກິລາ​ລະດັບ​ເມືອງ, ນະຄອນຫຼວງ​ວຽງ​ຈັນ ​ແລະ ກ້າວ​ສູ່​ລະດັບ​ຊາດ ກໍ່​ຄື ຕິດ​ທີ​ມຊາດ​ໃນ​ອະນາຄົດ. ດັ່ງ​ນັ້ນ, ສະ​ໜາມ​ຊ້າງ ​ເອັຟຊີ ຂອງ​ພວກ​ເຮົາ ຈຶ່ງ​ໄດ້ມີ​ເຈດ​ຈຳນົງ​ ໃນ​ການສ້າງ​ຕັ້ງ​ສູນ​ເຝິກ​ແອບ​ນັກ​ກິລາ​ເຕະບານ​ຮຸ່ນ​ສືບ​ທອດ ​ເພື່ອ​ສ້າງ​ໃຫ້​ໄປ​ຕາມ​ຈຸດປະສົງ​ທີ່​ໄດ້​ວາງ​ໄວ້.

ທ່ານ ສຸ​ລິ​ກັນ ຫຼວງ​ບຸນ​ຍັງ ຍັງ​ກ່າວ​ໃຫ້​ຊາບ​ຕື່ມ​ອີກ​ວ່າ: ​ໃນ​ການ​ສ້າງ​ຕັ້ງ ​ສູນ​ເຝິກ​ແອບ​ນັກ​ກິລາ​ເຕະບານ ​ຂັ້ນ​ພື້ນຖານ​ຄັ້ງ​ນີ້ ​ໄດ້​ເຊີນ​ເອົາ​ອະດີດນັກ​ກິລາ ​ບານເຕະ​ທີ​ມຊາດ​ລາວ ​ເຊິ່ງປະກອບ​ມີ ດາວ​ອນ ວົງສາ​ມະນີ ນັກ​ເຕະ​ສາລະພັດ​ປະ​ໂຫຍ​ດ ອະດີດ​ນັກ​ເຕະ​ສະ​ໂມ​ສອນ ນະຄອນຫຼວງ​ວຽງ​ຈັນ, ​ແສງ​ເພັດ ທອງ​ມະ​ຈັນ ​ແບັກ​ຊ້າຍ ສະ​ໂມ​ສອນ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ​ແສງ​ເພັດ ບຸນ​ທິສາ​ນ ອະດີດຜູ້​ຮັກສາ​ປະຕູ ສະ​ໂມ​ສອນ ​ມະຫາວິທະຍາ​ໄລ​ແຫ່ງຊາດ ​ເປັນ​ຜູ້​ເຝິກ​ສອນ​ ຖ່າຍ​ທອດ​ຄວາມຮູ້​ຄວາມ​ສາມາດໃຫ້. ດັ່ງ​ນັ້ນ, ຫາກ​ພໍ່-​ແມ່​ຜູ້​ປົກຄອງ​ທ່ານ​ໃດ ທີ່​ມີ​ຄວາມ​ສົນ​ໃຈ​ຢາກ​ຈະ​ສົ່ງ​ເສີມ ​ລູກ​ໃຫ້​ເປັນ​ໄປ​ຕາມ​ແນວ​ທາງ​ນະ​ໂຍບາຍ ຊຸກຍູ້​ໃຫ້​ລູກ​ຫຼານ​​ມີ​ການ​ພັດທະນາ​ກິລາ​ນີ້ ກ້າວ​ໄປ​ຕາມ ​ຄວາມ​ໄຝ່ຝັນ​ທີ່​ຕ້ອງການ ກໍ່​ສາມາດ​ພົວພັນ ​ແລະ ຕິດ​ຕໍ່​​ໄດ້​ທີ່​ເບີ​ໂທ 02022496622 ​ໄດ້​ຕະຫຼອດ​​ເວລາ ສະໜາມ​ເຕະບານ ຊ້າງ ​ເອັຟຊີ ​ມີ​ຄວາມ​ຍິນ​ດີ​​ໃຫ້ການຕ້ອນຮັບສະ​ເໝີ ​ແລະ ສະໜາມ​ພວກ​ເຮົາ ​ຕັ້ງ​ຢູ່​ເຂດ​ບ້ານ​ໜອງ​ໜ່ຽງ ​ເມືອງ​ໄຊ​ເຊ​ດຖາ ນະຄອນຫຼວງ​ວຽງ​ຈັນ.

ຂ່າວຈາກ:


ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...