spot_img
Homeຂ່າວຕ່າງປະເທດລັດກາລີຟໍເນຍ ເລັ່ງປັບໄໝປະຊາຊົນຜູ້ທີ່ໃຊ້ນ້ຳສິ້ນເປືອງ

ລັດກາລີຟໍເນຍ ເລັ່ງປັບໄໝປະຊາຊົນຜູ້ທີ່ໃຊ້ນ້ຳສິ້ນເປືອງ

Published on

552023-01
(ພາບປະກອບຂ່າວ)

 

ທາງການລັດກາລີຟໍເນຍ ຂອງສະຫະລັດອາເມລິກາ ມີການບັງຄັບໃຊ້ກົດໝາຍເພື່ອການປະຢັດນ້ຳ

ໂດຍກຳນົດໂທດປັບໄໝຈຳນວນ 500 ໂດລາຕໍ່ມື້ ສຳລັບຄົນທີ່ໃຊ້ນ້ຳເປືອງ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະກຳມະການຄວບຄຸມຊັບພະຍາກອນນ້ຳ ແຫ່ງລັດກາລີ

ຟໍເນຍ ມີມະຕິ 4 ຕໍ່ 0 ສຽງ ເມື່ອວັນທີ 15 ກໍລະກົດທີ່ຜ່ານມາ ໃຫ້ມີການບັງຄັບໃຊ້ກົດໝາຍເພື່ອ

ການປະຢັດນ້ຳ ໂດຍກຳນົດໂທດປັບໄໝ ຈຳວນ 500 ໂດລາຕໍ່ມື້ ສຳລັບປະຊາຊົນທີ່ໃຊ້ນ້ຳຢ່າງສິ້ນ

ເປືອງ ໄປກັບການຫົດນ້ຳສະໜາມຫຍ້າ, ການເຮັດສວນ ລວມໄປເຖິງການລ້າງລົດ.

 

ລາຍງານລະບຸວ່າ ການກຳນົດໂທດດັ່ງກ່າວໄດ້ມີຂຶ້ນ ຫຼັງມີການເປີດເຜີຍຜົນການສຳຫຼວດທີ່ຊີ້ວ່າ

ມາດຕະການປະຢັດນ້ຳ ທີ່ດຳເນີນການມາເຖິງປະຈຸບັນ ບໍ່ສາມາດບັນລຸເປົ້າຂອງການຫຼຸດຜ່ອນ

ການໃຊ້ຊັບພະຍາກອນນ້ຳ ໃນລັດກາລີຟໍເນຍລົງ 20% ໄດ້, ແຕ່ກັບພົບວ່າ ປະລິມານການໃຊ້ນ້ຳ

ກັບມີສູງຂຶ້ນ ໂດຍໃນເວລາດຽວກັນກັບພາວະແຫ້ງແລ້ງທີ່ສຸດ ໃນຮອບເກືອບ 40 ປີ ຂອງລັດກາ

ລີຟໍເນຍໃນປະຈຸບັນນີ້.

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...