spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ຕຸລາ

Published on

ວັນທີ 20 ຕຸລາ ປີ 1998 ຫຼືມື້ນີ້ເມື່ອ 18 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Xenogears ເທິງເຄື່ອງ PS1 ที่ທີ່ປະເທດສະຫະລັດອາເມຣິກາ. ໂດຍເກມ Xenogears ນີ້ເປັນຜົນງານເກມ RPG ທີ່ພັດທະນາຈາກບໍລິສັດ Squaresoft (ຫຼື Square Enix ໃນປັດຈຸບັນ), ເຊິ່ງເນື້ອເລື່ອງຂອງເກມນີ້ຖືກຈັດຢູ່ໃນຈັກກະວານຂອງ Xeno ທີ່ມີການກະຈາຍແຍກຍ່ອຍໄປອີກ 3 ຊີຣີໄດ້ແກ່: Xenogears, Xenosaga ແລະ Xenoblade. ທັງນີ້ເລື່ອງລາວໃນຈັກກະວານ Xeno ໄດ້ເຄີຍຖືກວາງແຜນໄວ້ແຕ່ທຳອິດວ່າຈະໃຫ້ເປັນຊີຣີແບບ 6 ຕອນ ແລະ Xenogears ທີ່ອອກມານີ້ກໍເປັນຕອນທີ 5 ຂອງຊີຣີ ແລະເປັນພາກດຽວຂອງຊີຣີທີ່ເປັນກຳມະສິດຂອງຄ້າຍ Square Enix ຈົນເຖິງປັດຈຸບັນ (Xenosaga ເປັນຂອງ Bandai Namco ແລະ Xenoblade ເປັນຂອງ Nintendo)

ເກມ Xenogears ເລີ່ມຕົ້ນເມື່ອ ເຟ (Fei) ເດັກໜຸ່ມກຳພ້າທີ່ຖືກຊຸບລ້ຽງໂດຍຄົນໃນໝູ່ບ້ານລາຮານ (Lahan) ທີ່ມີອາການຂອງໂລກຄວາມຈຳເສື່ອມແລະມັກມີພາບເຫດການໃນອະດີດຕະຊາດແວັບເຂົ້າມາເປັນໄລຍະ, ມື້ໜຶ່ງໝູ່ບ້ານລາຮານກໍຖືກໂຈມຕີໂດຍກຸ່ມກອງທັບເກດເລີ (Gebler) ເຟທີ່ທົນເຫັນຄົນໃນໝູ່ບ້ານຖືກຂ້າບໍ່ໄດ້ກໍໄປລັກເອົາຫຸ່ນໂຕໜຶ່ງມາໄດ້ແລະຂັບມັນໄປສູ້ກັບພວກເກບເລີ ແຕ່ທັນໃດນັ້ນກໍມີປະຕິກິລິຍາບາງຢ່າງກັບໂຕເຟເຮັດໃຫ້ເກີດຄື້ນພະລັງອອກມາທຳລາຍໝູ່ບ້ານລາຮານໝຸ່ນໝົດ, ພໍເຟຟື້ນຂຶ້ນມາກໍຮູ້ສຶກຜິດກັບສິ່ງທີ່ຕົນເອງເຮັດລົງໄປໂດຍບໍ່ໄດ້ຕັ້ງໃຈ ຕົນເອງຈຶ່ງອອກໄປຈາກລາຮານພ້ອມກັບ ຊິຕັນ (Citan) ຜູ້ເປັນໝໍປະຈຳໝູ່ບ້ານ ແລະແລ້ວການເດີນທາງເພື່ອຄົ້ນຫາຊາດກຳເນີດຂອງເຟກໍເລີ່ມຕົ້ນຂຶ້ນ. 

ຈຸດຂາຍຂອງ Xenogears ຈະແບ່ງອອກເປັນ 2 ອົງປະກອບຄື: ທາງດ້ານເນື້ອເລື່ອງທີ່ເປັນເຊີງສາລະແລະປັດຊະຍາ ເຈາະກຸ່ມຜູ້ຫຼິ້ນທີ່ມີວຸດທິພາວະແລະໄວວຸດທິຕັ້ງແຕ່ລະດັບມະຫາວິທະຍາໄລຂຶ້ນໄປເປັນຫຼັກ ແລະລະບົບການຕໍ່ສູ້ຂອງເກມທີ່ນຳເອົາລະບົບເກດ Active Time Battle (ATB) ທີ່ເປັນທີ່ນິຍົມຈາກເກມ Final Fantasy ມາໃຊ້. ທັງນີ້ການຕໍ່ສູ້ຈະແບ່ງອອກເປັນ 2 ປະເພດ ໄດ້ແກ່: ການຕໍ່ສູ້ດ້ວຍໂຕຄົນ ແລະການຕໍ່ສູ້ດ້ວຍຫຸ່ນທີ່ເອີ້ນວ່າ “ເກຍ” ເຊິ່ງການຕໍ່ສູ້ດ້ວຍຄົນນັ້ນ ຜູ້ຫຼິ້ນຈະຕ້ອງເຮັດການກົດປຸ່ມລຽນກັນເປັນຄອມໂບ, ໂດຍທີ່ແຕ່ລະທ່າຈະໃຊ້ແຕ້ມຫຼາຍໜ້ອຍຜັນແປຕາມຄວາມຮຸນແຮງຂອງທ່າ ແບບປຸ່ມສີ່ຫຼ່ຽມຈະໃຊ້ 1 ແຕ້ມ, ປຸ່ມສາມຫຼ່ຽມຈະໃຊ້ 2 ແຕ້ມ ແລະປຸ່ມວົງມົນຈະໃຊ້ 3 ແຕ້ມ. ໃນຂະນະດຽວກັນ ການຈະກົດແຕ່ລະທ່າກໍຕ້ອງກົດລຽນປຸ່ມໃນຮູບແບບທີ່ຈົບດ້ວຍປຸ່ມວົງມົນສະເໝີ ເຊັ່ນ: ທ່າໃດໃຊ້ 5 ແຕ້ມ ກໍຕ້ອງກົດລຽນເປັນ “ສີ່ຫຼ່ຽມ, ສີ່ຫຼ່ຽມ, ວົງມົນ” ຫຼື “ສາມຫຼ່ຽມ, ວົງມົນ” ເປັນຕົ້ນ. 

ທາງດ້ານການຕໍ່ສູ້ດ້ວຍເກຍ ຈະຕັດເອົາລະບົບຕໍ່ຄອມໂບທີ່ສູ້ດ້ວຍຄົນອອກໄປ ແລ້ວໃຊ້ເປັນການສະສົມແຕ້ມເພື່ອອັດຄອມໂບໃນເທິຣ໌ນຫຼັງໆ ແລະຈະມີເລື່ອງເຊື້ອໄຟຂອງເກຍມາເປັນຂໍ້ຄວນລະວັງເພີ່ມເຂົ້າມາ ໂດຍການໂຈມຕີຫຼືໃຊ້ທ່າແຕ່ລະເທື່ອຂອງເກຍຈະມີການໃຊ້ເຊື້ອໄຟບໍ່ເທົ່າກັນ ທ່າໃດຍິ່ງແຮງກໍຍິ່ງໃຊ້ເຊື້ອໄຟຫຼາຍ (ເຊື້ອໄຟເປັນຄົນລະຄ່າພະລັງກັບພະລັງຊີວິດຂອງເກຍ), ຍິ່ງໄປກວ່ານັ້ນ ເວລາຜູ້ຫຼິ້ນເຂົ້າຮ້ານຄ້າທີ່ຂາຍອຸປະກອນກ່ຽວກັບເກຍ ກໍຈະສາມາດຊື້ຊິ້ນສ່ວນເພື່ອອັບເກຣດເກຍຂອງແຕ່ລະໂຕລະຄອນໄດ້ ບາງອັນກໍຈະເພີ່ມຈຳນວນເຊື້ອໄຟສູງສຸດທີ່ເກຍໂຕນັ້ນມີໄດ້, ບາງອັນກໍຈະເພີ່ມ Max HP ຫຼືບາງອັນກໍຈະເພີ່ມພະລັງໂຈມຕີ.

Fact ເລັກນ້ອຍກ່ຽວກັບເກມ Xenogears

  • ເກມ Xenogears ຖືວ່າຂ້ອນຂ້າງປະສົບຄວາມສຳເລັດທັງໃນຕະຫຼາດຍີ່ປຸ່ນແລະທະວີບອາເມຣິກາເໜືອ ໂດຍສາມາດເຮັດຍອດຂາຍສະເພາະໃນຍີ່ປຸ່ນໄປໄດ້ 890,000 ຊຸດ ແລະເຖິງວ່າຍອດຂາຍໃນຕາເວັນຕົກຈະໜ້ອຍກວ່າຍີ່ປຸ່ນຫຼາຍ ແຕ່ກໍຄາດກັນວ່າຍອດລວມທົ່ວໂລກໜ້າຈະກາຍ 1 ລ້ານຊຸດໄປຮຽບຮ້ອຍແລ້ວ ເຮັດໃຫ້ Xenogears ເປັນເກມຈາກຈັກກະວານ Xeno ທີ່ເຮັດຍອດຂາຍສູງສຸດຫາກນັບລວມກັບຊີຣີອື່ນໆທີ່ແຕກລາຍນຳມາ ຢ່າງໃດກໍຕາມ, ກະແສດ້ານລົບທີ່ບັນດາຜູ້ຫຼິ້ນໄດ້ຕິຍ້ອງເກມນີ້ກໍຄົງໜີບໍ່ພົ້ນການທີ່ຍັດຄັດຊີນມາໃນເກມຫຼາຍເກີນໄປ ໂດຍສະເພາະໃນແຜ່ນທີ 2 ທີ່ເວົ້າໄດ້ວ່າໄດ້ເບິ່ງຄັດຊີນກວ່າ 70℅ ຂອງເນື້ອຫາໃນແຜ່ນດັ່ງກ່າວ ຍິ່ງໄປກວ່ານັ້ນບົດເວົ້າຂອງໂຕລະຄອນໃນຊ່ວງກາງໆ ຮອດທ້າຍໆ ຂອງແຜ່ນ 2 ຈະຍາວຫຼາຍ ເອີ້ນວ່າອ່ານກັນຈົນຫຼັບໜ້າທີວີກັນເລີຍກະມີ. 

  • ເກມນີ້ໄດ້ແຮງບັນດານໃຈແລະມີການອ້າງອີງເຖິງນິຍາຍໄຊໄຟເລື່ອງອື່ນໆຢູ່ເຕັມໄປໝົດ ຍົກຕົວຢ່າງເຊັ່ນ: ການຕໍ່ສູ້ຂອງເກມເຊິ່ງຈະມີຢູ່ຫຼາຍເຫດການທີ່ເຮົາຈະໄດ້ສູ້ບອສແບບຄົນສູ້ກັນກ່ອນ ແລ້ວຄ່ອຍຂຶ້ນໄປຂັບຫຸ່ນສູ້ກັນອີກເທື່ອ ໂດຍຂັ້ນຕອນທີ່ເວົ້ານີ້ໄດ້ແຮງບັນດານໃຈຈາກພວກກາຕູນຂະບວນການເຊນໄຕ (ແກ້ງ 5 ສີ) ເຊັ່ນ: ພາວເວີເຣນເຈີ ແລະອື່ນໆ ຫຼືໃນສາກມູວີ້ບາງຊ໋ອດທີ່ເຫັນເຮືອຮົບແປງຮ່າງເປັນຫຸ່ນຍົນ ນັ້ນກໍໄດ້ແຮງບັນດານໃຈມາຈາກອະນິເມະເກົ່າແກ່ຂອງຍີ່ປຸ່ນເລື່ອງ ມາຄຣອສ ນັ້ນເອງ. 

  • ນອກຈາກນີ້ ໂຕເກມຍັງມີການອ້າງອີງແລະດັດແປງຈາກເລື່ອງລາວພະຄຳພີໄບເບິ້ນຢູ່ບາງຊ່ວງເຊັ່ນ: ຕຳນານມະນຸດຄົນທຳອິດຜູ້ທີ່ໄດ້ກິນໝາກໄມ້ຕ້ອງຫ້າມແລ້ວມີພະລັງຄືພະເຈົ້າ ຫຼືຫໍຄອຍບາເບລ (Babel Tower) ທີ່ລະບຸຢູ່ໃນໜັງສືປະຖົມມະການຂອງໂມເສສ ຈົນເຖິງນັກປາດ 3 ຄົນທີ່ປະກົດໃນເກມນາມວ່າ: ກາສປາຣ໌ (Gaspar), ບັລທາຊາຣ໌ (Balthasar) ແລະ ເມລຄິອໍຣ໌ (Melchior) ຕ່າງກໍມີລະບຸໃນພະຄຳພີວ່າເປັນຜູ້ວິເສດສາມອົງທີ່ໄດ້ເຂົ້າເຝົ້າພະເຍຊູໃນເມືອງເບເລເຮມນຳ. 

  • ເນື້ອເລື່ອງຂອງເກມ Xenogears ເປັນທີ່ຮູ້ກັນດີໃນກຸ່ມຄົນຜູ້ທີ່ມັກເກມແນວ RPG ວ່າມີເນື້ອຫາຂ້ອນຂ້າງໜັກ ເນື່ອງຈາກມີການສອດແຊກປະເດັນທິດສະດີແລະປັດຊະຍາຂອງນັກຈິດຕະວິທະຍາຊື່ດັງຂອງໂລກໄວ້ຫຼາກຫຼາຍ ໄດ້ແກ່: ຟຣີດຣິກ ນິດເຊ້ (Friedrich Nietzsche) ຜູ້ຄົ້ນພົບປັດຊະຍາອັດຕະຖິພາວະນິຍົມ ທີ່ວ່າດ້ວຍເລື່ອງການໃຫ້ຄວາມສຳຄັນຂອງເສລີພາບຫຼາຍກວ່າລະບຽບກົດເກນ ແລະໃຫ້ນ້ຳໜັກແກ່ຄວາມຮູ້ທີ່ເກີດຈາກການປະສົບດ້ວຍຕົນເອງ, ລວມເຖິງ ຊິກມັນ ຟຣອຍ (Sigmund Freud) ຜູ້ຄຶດຄົ້ນທິດສະດີຈິດວິເຄາະ ແລະແຮງຂັບຂອງມະນຸດ ແລະຄາຣ໌ລ ຈຸງ (Carl Jung) ຜູ້ບຸກເບີກທິດສະດີບຸກຄະລິກກະພາບ ໂດຍອົງປະກອບຫຼາຍໆຢ່າງໄດ້ມີການນຳສະເໜີຜ່ານໂຕເກມໃນເຊີງສັນຍະລັກ ຜ່ານອຸປະນິໄສ, ໂຕຕົນ ແລະຄວາມຊົງຈຳຂອງມະນຸດ ໄປຈົນເຖິງປະກົດການຂອງໂລກຫຼາຍບຸກຄະລິກ ເຊິ່ງປະເດັນເຫຼົ່ານີ້ກໍຈະມີຜູ້ຫຼິ້ນຈຳນວນບໍ່ໜ້ອຍທີ່ແນມວ່າເນື້ອເລື່ອງເກມນີ້ເຂົ້າເຖິງໄດ້ຍາກ ຫາກແຕ່ສິ່ງປະທັບໃຈຈະເປັນເລື່ອງຂອງລະບົບເກມຫຼາຍກວ່າ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...