ພ້ອມກັນໃຫ້ກຳລັງໃຈ ທ້າວ ແກ້ວຄູນເຮືອນ ຜູ້ພິການພຽງແຕ່ກາຍ ຫົວໃຈຍັງໄຝ່ຮຽນ ທຸກຄົນເກີດມາໃນໂລກນີລ້ວນແລ້ວແຕ່ຍາກມີຄວາມສຸກ, ມີຄວາມອົບອຸ່ນ ແລະ ຮ່າງກາຍທີ່ສົມ ບູນດີ ແລະ ສຸຂະພາບແຂງແຮງ ແຕ່ສິ່ງເຫຼົ່ານັ້ນບໍ່ແນ່ນອນສະເໝີໄປ ບາງຄົນກໍ່ກາຍເປັນຄົນທຸກຍາກ ຂາດເຂີນທາງດ້ານວັດຖຸເງິນຄໍາ, ບາງຄົນກາຍເປັນລູກກໍາພ້າ, ກໍາພອຍ ຂາດທີ່ເພິ່ງພາອາໃສ ບາງຄົນກໍ່ເກີດມາໃນຄອບຄົວທີມີຖານະດີ, ແຕ່ສິ່ງເຫຼົ່ານັ້ນພັດກົງກັນ ຂ້າມກັບ ຊີວິດຂອງ ທ້າວ ແກ້ວຄູນເຮືອນ ຢູ່ບ້ານສີໄຄ ເມືອງປາກຊັນ, ແຂວງບໍລິຄໍາໄຊ. ລາວເປັນຄົນພິການແຂນມາແຕ່ ເກີດ ເປັນລູກຂອງ ທ້າວ ສຸກສະຫວັດ ໄຊສົມພອນ ແລະ ນາງ ລັດຕະນະພອນ ອາຊີບຄ້າຂາຍ, ມີ ອ້າຍນ້ອງນໍາກັນ 3 ຄົນ ຍິງໜຶ່ງຄົນ ແກ້ວຄູນເຮືອນ ເປັນລູກຜູ້ທີ່ສອງ. ນາງ ລັດຕະນະພອນ ຜູ້ເປັນແມ່ ໄດ້ເວົ້າອີກວ່າ ພາຍຫຼັງເກີດລູກອອກມາ ຈຶ່ງຮູ້ວ່າລູກນັ້ນບໍ່ມີ ແຂນທັງສອງເບື້ອງ ກໍ່ຮູ້ສຶກຕື່ນຕົກໃຈ ແລະ ກໍ່ຄິດນ້ອຍໃຈໃນບາງຄັ້ງ ແຕ່ມີຄວາມອິ່ຕົນສົງສານ ຫຼາຍກວ່າ ເຖິງຢ່າງໄດ້ກໍ່ຕາມຕົນເອງຄິດວ່າ ທຸກຊີວິດເກີດມາລ້ວນແຕ່ບໍ່ສະເໝີ ພາບກັນຕະຫຼອດ ໄປ. ມັນຈະເປັນເວນກຳ ຫຼື ວ່າວາດສະໜາຂອງ ຕົນເອງແນວໃດກໍ່ບໍ່ຮູ້ຮູ້ສຶກວ່າສີ່ງເຮົາຄວນທຳ ກໍ່ຄື: ຊອກຫາວິທີຊ່ວຍລູກເພື່ອໃຫ້ຕົນເອງ ຊ່ວຍເຫຼືອຕົນເອງໄດ້ໃນສິ່ງທີ່ຈໍາເປັນ. ພໍເຖິງອາຍຸ 8 ປີ ເຫັນໝູ່ລຸ່ນລາວຄາວດຽວໄປເຂົ້າໂຮງ ຮຽນ ແກ້ວຄູນເຮືອນ ກໍ່ມີແນວຄິດຢາກໄປເຂົ້າ ໂຮງຮຽນຄືກັບໝູ່ເພືອນເບື້ອງຕົ້ນທາງພໍ່ແລະ ແມ່ ແມ່ນບໍ່ຢາກໃຫ້ຮຽນ ເພາະຮ່າງກາຍບໍ່ຄົບ ຖ້ວນຄືກັບຄົນອື່ນ ຈະສ້າງຄວາມຫຍຸ້ງຍາກໃຫ້ ແກ່ລູກແຕ່ຍ້ອນຄວາມໄຝ່ຟັນຂອງຜູ້ເປັນລູກ ທີ່ຢາກພັດທະນາຕົນເອງໃຫ້ຄືກັບຄົນອື່ນໆ ພໍ່ ແລະ ແມ່ ຈຶ່ງຕັດສິນໃຈໄປຂໍຝາກຮຽນເປັນເດັກພິເສດຢູ່ໂຮງຮຽນປະຖົມສີສະອາດ ເມືອງປາກຊັນ ດ້ວຍຄວາມຕັ້ງໃຈ ທ ແກ້ວຄູນເຮືອນ ກໍ່ໄດ້ຕັ້ງໃຈຮຽນຈົບຊັ້ນປະຖົມ ແລ້ວກໍ່ໄດ້ສືບຕໍ່ເຂົ້າຮຽນຊັ້ນ ມັດທະຍົມ ຢູ່ໂຮງຮຽນມັດທະຍົມສົມບູນສີທະນາໄຊ. ທ່ານ ວິໂລດ ເລື່ອງຕະກຸນ ອໍານວຍການໂຮງຮຽນ ມັດທະຍົມສົມບູນສີທະນາໄຊ ໄດ້ໃຫ້ຮູ້ວ່າ ຕະຫຼອດໄລຍະການຮຽນຢູ່ຊັ້ນມັດທະຍົມ ແຕ່ຕອນຕົ້ນຫາມັດທະຍົມຕອນປາຍ ແກ້ວຄູນເຮືອນ ເປັນຄົນດຸໜັ້ນສຶກສາຮໍ່າຮຽນ ເປັນຄົນມີກິລິຍາມາລະຍາດດີ, ເປັນຄົນລື່ນເລິງສະຫງ່າຜ່າເຜີຍມັກ ອອກກໍາລັງກາຍໂດຍສະເພາະແມ່ນການຫຼີ້ນກິລາເຕະຕໍ້, ເຕະບານ, ການຮໍ່າຮຽນກໍ່ໄດ້ລະດັບດີແຕ່ ຊັ້ນປະຖົມຮອດຊັ້ນມັດທະຍົມຕອນປາຍ ທ້າວ ແກ້ວຄູນເຮືອນ ຈະສອບເສັງໄດ້ທີ່ 1 ຫາ ທີ່ 4 ຕະ ຫຼອດ. ນໍ້າຕາຂອງ ແກ້ວຄູນເຮືອນ ຊືມເບົ້າ ພາຍຫຼັງຖືກຖາມຈາກທີມງານຂ່າວຂອງພວກ ເຮົາໃນຄໍາຖາມທີ່ວ່າ “ ນ້ອງມີອຸປະສັກຫຼາຍບໍ່ຕໍ່ການດຳລົງຊີວິດປະຈຳວັນ ແລະ ການຮ່ຳຮຽນ? ” ຄຳເວົ້າສັນເຄືອຄ່ອຍແຍ້ມອອກມາວ່າ ນ້ອງຮູ້ສຶກນ້ອຍໃຈຫຼາຍປະການຢູ່ທີ່ວາຕົນເອງເກີດມາຮ່າງກາຍບໍ່ ພຽບພ້ອມຄືກັບຄົນອື່ນໆທົ່ວໄປ ແຕ່ເຮົາເລືອກເກີດບໍ່ໄດ້ ! ນ້ອງເອງກໍ່ພະຍາຍາມຊ່ວຍເຫຼືອຕົນເອງທຸກການເຄື່ອນໄຫວ ເທົ່າທີ່ຈະເຮັດໄດ້ ເຊັ່ນວ່າ ການອາບນ້ຳ, ຊັກເຄື່ອງ, ກິນເຂົ້າດ້ວຍຕົນເອງເຖີງວ່າມືຶ ແລະ ແຂນທັງສອງເບື້ອງບໍ່ມີແຕ່ນ້ອງກໍ່ໄດ້ໃຊ້ຕີນແທນມື ເບື້ອງຕົ້ນກໍ່ໄດ້ພົບຄວາມຫຍຸ້ງຍາກແຕ່ດຽວ ນີ້ແມ່ນມີຄວາມຊິນເຄີຍແລ້ວ ທຸກຢ່າງມັນກໍ່ຄ່ອງແຄ້ວຂື້ນ ນອກຈາກກິດຈະກຳສ່ວນຕົວແລ້ວຍັງ ໄດ້ຊ່ວຍພໍ່, ແມ່ ກວດ, ຖູເຮືອນ ເວລາຫວ່າງກໍ່ໄປຫຼີ້ນກິລານຳໝູ່ ໃນການຂຽນໜັງສືກໍ່ໃຊ້ຕີນຂຽນ ໃນໂຮງຮຽນ ພໍ່ ໄດ້ເຮັດໂຕະພິເສດໃຫ້ໜ່ວຍໜຶ່ງແຕ່ເລີມເຂົ້າໂຮງຮຽນຊັ້ນປະຖົມຈົນ ເຖິງມັດທະຍົມ ການຮ່ຳຮຽນນ້ອງຕັ້ງໃຈຮ່ຳຮຽນຢ່າງເຕັມທີ່ ເພື່ອຢາກມີຄວາມຮູ້ທີ່ແນ່ນອນມາສ້າງວຽກເຮັດງານ ທຳສ້າງລາຍຮັບໃຫ້ແກ່ຕົນເອງ ບໍ່ຢາກໃຫ້ພໍ່ແມ່ມີພາລະຮັບຜິດຊອບຕົນເອງຫຼາຍ.
ທີ່ມາຈາກ: ແຂວງບໍລິຄຳໄຊ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!