Homeນານາສາລະນໍ້າໝາກນາວລ້າງສານພິດໄດ້ດີ

ນໍ້າໝາກນາວລ້າງສານພິດໄດ້ດີ

Published on

ການລ້າງສານພິດນັ້ນມີຄວາມສຳຄັນຫຼາຍ ເພາະຖ້າຫາກສານພິດຕ່າງໆ ທີ່ມາຈາກອາຫານ, ອາກາດ ຖ້າຫາກເຮົາບໍ່ກຳຈັດອອກ ມີແຕ່ບຳລຸງຢ່າງດຽວກໍບໍ່ເປັນຜົນດີ. ການລ້າງສານພິດຄືການຂັບຖ່າຍໃຫ້ເປັນປົກກະຕິໃນທຸກໆເຊົ້າ ຫາກໃຜທີ່ທ້ອງຜູກຕະຫຼອດ ຈະສັງເກດໄດ້ເຖິງຄວາມຜິດປົກກະຕິທີ່ສະແດງອອກມາບໍ່ວ່າຊິເປັນ ສິວຢູ່ໜ້າ, ບໍ່ສະບາຍຕະຫຼອດ

ການລ້າງສານພິດທີ່ດີທີ່ສຸດ ສຳລັບຄົນທີ່ທ້ອງຜູກ ແລະຄົນທີ່ປົກກະຕິແຕ່ຕ້ອງການລ້າງສານພິດອອກມາທາງລະບົບຂັບຖ່າຍໃຫ້ໄດ້ດີທີ່ສຸດແມ່ນ “ໝາກນາວ” ການກິນນໍ້າໝາກນາວລ້າງສານພິດ ສາມາດເຮັດໄດ້ໃນຕອນເຊົ້າ

ວິທີເຮັດຄື: ຕົ້ມນໍ້າໃຫ້ຟົດດີ ແລ້ວປົງປະໄວ້ໃຫ້ນໍ້າອຸ່ນ, ຈາກນັ້ນກໍເອົານໍ້າອຸ່ນນັ້ນຖອກໃສ່ແກ້ວ ປະລິມານຕໍ່າສຸດແມ່ນ 300 ມິນລີລິດ ຈາກນັ້ນໃຫ້ບີບນໍ້າໝາກນາວ 1 ໜ່ວຍ, ຄົນໃຫ້ເຂົ້າກັນ ແລ້ວກິນທັນທີໃນເວລາທ້ອງວ່າງ ໃນຕອນເຊົ້ານັ້ນ, ເວົ້າໄດ້ວ່າ ຫາກຕືານຂຶ້ນມາຕອນເຊົ້ານັ້ນ ກໍເຮັດເລີຍ ຕ້ອງກິນນໍ້າໝາກນາວລ້າງສານພິດກ່ອນກິນອາຫານ ຈຶ່ງໄດ້ຜົນເພື່ອກະຕຸ້ນການຂັບຖ່າຍ, ເຊິ່ງເມື່ອກິນນໍ້າໝາກນາວປະມານ 20 ນາທີ ຈະຮູ້ສຶກໄດ້ວ່າ ຮູ້ສຶກເຈັບທ້ອງຖ່າຍ, ຫາກເຮັດຕະຫຼອດ ກໍຈະຊ່ວຍລ້າງສານພິດໃນຮ່າງກາຍໄດ້ ແລະໝາກນາວຍັງຊ່ວຍສະຫຼາຍໄຂມັນ, ຫຼຸດຄໍເລດເຕີລໍ ແລະຊ່ວຍຫຼຸດນໍ້າໜັກໃນຮ່າງກາຍໄດ້ດີອີກດ້ວຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...