Homeຂ່າວເຫດການປະທານສະພາ ຕ້ອນຮັບຄະນະຜູ້ແທນ ສານປະຊາຊົນສູງສຸດ ຫວຽດນາມ

ປະທານສະພາ ຕ້ອນຮັບຄະນະຜູ້ແທນ ສານປະຊາຊົນສູງສຸດ ຫວຽດນາມ

Published on

ໃນວັນທີ 19 ຕຸລາ 2016 ນີ້ ທີ່ສະພາແຫ່ງຊາດ ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະວາ ຫງວຽນ ວັນ ແຮັງ ກຳມະການສູນກາງພັກ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າສານທະຫານຂັ້ນສູນກາງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານ ແລະ ຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງວັນທີ 17-21 ຕຸລາ ນີ້.
ໃນໂອກາດນີ້, ສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຂອບໃຈ ພ້ອມທັງຕີລາຄາສູງຕໍ່ສະຫາຍ ພົນຈັດຕະວາ ຫງວຽນ ວັນ ແຮັງ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມູນເຊື້ອຄວາມສາມັກຄີທີ່ຍາວນານ ໃຫ້ນັບມື້ນັບແຕກດອກອອກຜົນງອກງາມຍິ່ງໆຂຶ້ນ, ໂດຍສະເພາະ ແມ່ນການພົວພັນຮ່ວມມື ຂອງວຽກງານດ້ານການທະຫານຂອງ ສອງປະເທດລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
ສະຫາຍ ພົນຈັດຕະວາ ຫງວຽນ ວັນ ແຮັງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍນາງ ປານີ ຢ່າທໍ່ຕູ້ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ພ້ອມທັງ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ ແລະ ຫວຽດນາມ ຈະນັບມື້ນັບກ້ວາງຂວາງຍິ່ງຂຶ້ນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...