spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ຕຸລາ

Published on

ວັນທີ 19 ຕຸລາ ປີ 2010 ຫຼືມື້ນີ້ເມື່ອ 6 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Vanquish ເທິງເຄື່ອງ PS3 ແລະ Xbox 360 ທີ່ປະເທດສະຫະລັດອາເມຣິກາ. ໂດຍເກມນີ້ເປັນແນວແອັກຊັ່ນແນວຊູດຕິ້ງມຸມມອງບຸກຄົນທີ 3 ພັດທະນາໂດຍບໍລິສັດ PlatinumGames ແລະມີທ່ານຊິນຈິ ມິຄາມິ ອະດີດຜູ້ໃຫ້ກຳເນີດຊີຣີ Resident Evil ທີ່ລາອອກຈາກ Capcom ມາຮັບໜ້າທີ່ເປັນໄດເຣັກເຕີໃຫ້ກັບເກມນີ້ນຳ. 

ພລ໋ອດເລື່ອງຂອງ Vanquish ຈະກ່າວເຖິງໂລກອະນາຄົດ ເມື່ອປະຊາກອນເທິງໂລກເພີ່ມຈຳນວນຢ່າງວ່ອງໄວແລະເກີດການຍາດແຍ່ງຊັບພະຍາກອນກັນ ໃນທີ່ສຸດທາງສະຫະລັດອາເມຣິກາກໍພະຍາຍາມຈະແກ້ໄຂບັນຫາຊັບພະຍາກອນໃນປະເທດບໍ່ພຽງພໍດ້ວຍການສົ່ງສະຖານີອະວະກາດໂພຣວິເດນ (Providence) ທີ່ສາມາດເກັບພະລັງງານແສງອາທິດມາໄວ້ເປັນພະລັງງານສຳຮອງສູ່ໂລກໄດ້, ໃນຂະນະດຽວກັນ ທາງລັດຖະບານຂອງຣັສເຊຍກໍຖືກກໍ່ລັດທະປະຫານໂດຍກຸ່ມກະບົດ ແລະປ່ຽນຮູບແບບການປົກຄອງເປັນຜະເດັດການໂດຍສົມບູນ ພ້ອມທັງເຮັດການຍຶດສະຖານີອະວະກາດຂອງສະຫະລັດອາເມຣິກາ ແລະປ່ຽນເອົາພະລັງງານແສງອາທິດມາເປັນຄື້ນພະລັງງານແຮງສູງຖະຫຼົ່ມເມືອງຊານຟຣານຊິສໂກຈົນເອະເລະ ແລະແລ້ວ ວິກເຕີ ເຊດເຊບ (Victor Zaitsev) ຜູ້ນຳກຸ່ມກະບົດຣັສເຊຍກໍຍື່ນຄຳຂາດວ່າໃຫ້ສະຫະລັດອາເມຣິກາ ຍອມຈຳນົນ ບໍ່ສະນັ້ນຕົນຈະສັ່ງຍິງທຳລາຍກຸງນິວຢອຣ໌ກ ໃຫ້ເລະໄປອີກເມືອງ, ດ້ວຍເຫດນີ້ ແຊມ ກິດຽນ (Sam Gideon) ເຈົ້າໜ້າທີ່ຈາກໜ່ວຍ DARPA ຈຶ່ງຖືກສົ່ງມາຢຸດເຫດການວິນາດສະກຳດັ່ງກ່າວທີ່ມີຊະຕາຂອງຄົນອາເມຣິກັນນັບລ້ານເປັນເດີມພັນ. 

ເກມນີ້ຜູ້ຫຼິ້ນຈະໄດ້ຮັບບົດເປັນແຊມ ກິດຽນ ຜູ້ສວມຊຸດເກາະສຸດລ້ຳທີ່ມີຄວາມສາມາດໃນການຊະລໍເວລາເພື່ອຫຼົບຫຼີກການໂຈມຕີຂອງສັດຕູໄດ້ ລວມເຖິງເລັງຫາສັດຕູໄດ້ຢ່າງວ່ອງໄວ ພ້ອມກັນນີ້ຍັງມີລະບົບບູສເຕີຫຼືການສະໄລ້ທີ່ຊ່ອຍໃຫ້ຜູ້ຫຼິ້ນເຄື່ອນທີ່ໄດ້ວ່ອງໄວແລະຂ້າມໄປມາຕາມຈຸດຕ່າງໆໄດ້ ແຕ່ຖ້າຫາກຜູ້ຫຼິ້ນໃຊ້ໂໝດຊະລໍເວລາຫຼືບູສເຕີຫຼາຍເກີນໄປ ຊຸດເກາະຈະເກີດອາການໂອເວີຮີດແລະຈະໃຊ້ບໍ່ໄດ້ແປັບໜຶ່ງຈົນກວ່າເສື້ອຈະເຮັດການຄລູດາວແລ້ວກ່ອນ ເຊິ່ງລະຫວ່າງທີ່ຊຸດເກາະເຮັດການຄລູດາວແຊມຈະເຄື່ອນໄຫວໄດ້ຊ້າລົງ ຜູ້ຫຼິ້ນຈຶ່ງຕ້ອງລະມັດລະວັງແລະຄຳນຶງເຖິງການໃຊ້ທ່າຕ່າງໆໃຫ້ດີ. ນອກຈາກນີ້ໃນສ່ວນຂອງອາວຸດ ຜູ້ຫຼິ້ນຈະມີໃຊ້ທັງອາວຸດປືນ, ອາວຸດປະຊິດ ແລະລະເບີດ ສາມາດສະຫຼັບປ່ຽນໄປມາເພື່ອໃຊ້ຕາມສະຖານະການຕ່າງໆໄດ້ ເຊິ່ງສາມາດອັບເກຣດອາວຸດແລະລະເບີດທຸກຊະນິດໄດ້ດ້ວຍການເກັບກ່ອງອັບເກຣດ ຫຼືເກັບອາວຸດຊະນິດດຽວກັນເມື່ອລູກປືນນັ້ນເຕັມຢູ່ແລ້ວເປັນຕົ້ນ. 

Fact ເລັກນ້ອຍກ່ຽວກັບເກມ Vanquish

  • ສຳລັບຜູ້ທີ່ຫຼິ້ນ Vanquish ເທິງເວີຊັ່ນ PS3 ເມື່ອຢູ່ທີ່ໜ້າໄຕເຕິ້ນ ໃຫ້ຄວງອານາລ໋ອກຂວາ (R3) ຕາມເຂັມໂມງຫຼືທວນເຂັມໂມງໃຫ້ຄົບ 20 ຮອບ ຈະສາມາດປົດລ໋ອກລະດັບຄວາມຍາກ God Hard Mode ໄດ້

  • ໂຕເກມສາມາດເຮັດຍອດໄປໄດ້ 820,000 ຊຸດທົ່ວໂລກ ເຖິງວ່າຈະເຫັນຍອດຂາຍສູງໃນເກນໃຊ້ໄດ້ ແຕ່ເຊື່ອບໍ່ວ່າກະແສຜູ້ຄົນທີ່ເວົ້າເຖິງເກມນີ້ໃນໂລກອິນເຕີເນັດພັດໜ້ອຍກວ່າທີ່ຄຶດຫຼາຍ 

ຂະໜາດທີ່ວ່າ GameSpot ທີ່ເປັນສຳນັກຂ່າວເກມຈາກຕ່າງປະເທດໄດ້ມອບລາງວັນ Best Game No One Played ຫຼື “ເກມສຸດຍອດທີ່ບໍ່ມີຄົນຫຼິ້ນ” ປະຈຳປີ 2010 ໄວ້ໃຫ້ທາງ Platinum Games ຊ້ຳໃຈກັນເລີຍ.

  • ທ່ານຊິນຈິ ມິຄາມິ ໄດເຣັກເຕີຂອງເກມນີ້ໄດ້ເຜີຍວ່າເກມ Vanquish ໄດ້ແຮງບັນດານໃຈມາຈາກອະນິເມະເລື່ອງ Casshern ທີ່ສາຍທາງໂທລະພາບໃນຊ່ວງຍຸກ 70 ຫຼືປະມານ 40 ປີກ່ອນ ເຊິ່ງເຈົ້າໂຕກ່າວເພີ່ມຕື່ມອີກວ່າແຮງບັນດານໃຈທີ່ເວົ້ານີ້ມີທັງການອອກແບບໂຄງສ້າງຂອງເກມ ໄປຈົນຮອດກຣາບຟິກຂອງເກມນຳ.  

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...