spot_img
Homeຂ່າວຕ່າງປະເທດຈີນເຕືອນ ພ້ອມສັ່ງຫ້າມຈຳໜ່າຍເຄື່ອງດື່ມຄ້າຍຄືເລືອດ

ຈີນເຕືອນ ພ້ອມສັ່ງຫ້າມຈຳໜ່າຍເຄື່ອງດື່ມຄ້າຍຄືເລືອດ

Published on

 

500-2_6

 

ວັນທີ 15 ກໍລະກົດ ຜ່ານມານີ້ ເວັບໄຊ ຊັ່ງໄຫ່ອິສ ມີລາຍງານວ່າ ສຳນັກງານອາຫານ ແລະ ຢາຂອງຈີນໄດ້ອອກມາເຕືອນ

ປະຊາຊົນ ກ່ຽວກັບການຊື້ເຄື່ອງດື່ມເລືອດຈຳລອງ ເຊິ່ງກຳລັງເປັນທີ່ຍອດຮິດພາຍໃນກຸ່ມໄວໜຸ່ມ ຢູ່ໃນຂະນະນີ້ ໂດຍຊີ້

ບອກວ່າ ເຄື່ອງດື່ມໃນຖົງເລືອດ ທີ່ມີການຈັດຈຳໜ່າຍຜ່ານຮ້ານຄ້າອອນລາຍຊື່ ” Vampire Blood Drink ” ຫຼື ” Blood

Energy Supply ” ນັ້ນ ເປັນເຄື່ອງດື່ມທີ່ບໍ່ຜ່ານການກວດສອບຂອງສຳນັກງານອາຫານ ແລະ ຢາ, ທັງນີ້ອາດມີການຕິດ

ສະຫຼາກປອມ ເຊິ່ງໃນຂະນະນີ້ ທາງສຳນັກງານກໍໄດ້ສັ່ງຫ້າມຈຳໜ່າຍເຄື່ອງດື່ມດັ່ງກ່າວ ຜ່ານຊ່ອງທາງອອນລາຍແລ້ວ

ລວມທັງໃຫ້ມີການກວດສອບ ຜູ້ຈັດຈຳໜ່າຍຢ່າງເຄັ່ງຄັດອີກດ້ວຍ.

 

500-4_4

 

ໂດຍເນື່ອງຈາກ ເຄື່ອງດື່ມໃນຖົງເລືອດດັ່ງກ່າວ ກາຍມາເປັນທີ່ນິຍົມພາຍໃນກຸ່ມໄວໜຸ່ມຊາວຈີນຈາກກະແສລະຄອນ

ຊີຣີເລື່ອງ ” Vampire Diaries ” ກຳລັງໄດ້ຮັບການນິຍົມສູງໃນຈີນ ຈົນເຮັດໃຫ້ມີຮ້ານຄ້າຫົວໃສອອກໄອເດຍນຳເຄື່ອງ

ດື່ມສີແດງ ທີ່ຮຽນແບບເລືອດ ມາໃສ່ຖົງເລືອດທີ່ມີປ້າຍບອກກຣຸບເລືອດ ເອ ບີ ແລະ ໂອ ເພື່ອວາງຈຳໜ່າຍແກ່ໄວລຸ້ນ

ທີ່ຢາກລິ້ມລອງລົດຊາດການເປັນ ແວັມພາຍ ດູດເລືອດສົດໆນັ້ນເອງ.

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...