Homeຂ່າວການພັດທະນາໂຄງການປັບປຸງລະບົບພື້ນຖານໂຄງລ່າງໃນນະຄອນຫລວງສຳເລັດກາຍເຄິ່ງແລ້ວ

ໂຄງການປັບປຸງລະບົບພື້ນຖານໂຄງລ່າງໃນນະຄອນຫລວງສຳເລັດກາຍເຄິ່ງແລ້ວ

Published on

ຍ້ອນການນຳໃຊ້ມາຫຼາຍປີ ເຮັດໃຫ້ຖະໜົນບາງເສັ້ນຢູ່ນະຄອນຫລວງວຽງຈັນ ມີຄວາມຊຸດໂຊມ ແລະ ເປ່ເພຕາມການເວລາ ແຕ່ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກ ແລະ ແກ້ໄຂສະພາບນ້ຳອັ່ງຂັງຕົວເມືອງ ລັດຖະບານ ກໍ່ຄືນະຄອນຫລວງວຽງຈັນ ໄດ້ມີບຸລິມະສິດໃນການປັບປຸງບູລະນະຄືນໃໝ່ ບັນດາເສັ້ນທາງດັ່ງກ່າວໃນໄລຍະຜ່ານມາ ສຳເລັດຫຼາຍເສັ້ນ ບໍ່ວ່າຈະເປັນຖະໜົນອາຊຽນ (T2) ຖະໜົນເສັ້ນອື່ນໆ ແລະ ປັດຈຸບັນ ກຳລັງຈັດຕັ້ງປະຕິບັດຖະໜົນກຳແພງເມືອງ (T4).
ທ່ານ ພຸດທະເສນ ສິນທະວົງ ຫົວໜ້າໂຄງການປັບປຸງລະບົບພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດວັນທີ 13 ຕຸລາ 2016 ວ່າ: ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕ່ຳ ຈາກອົງການພັດທະນາເສດຖະກິດປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ມີມູນຄ່າທັງໝົດ 309.747.860 ບາດ (ສະກຸນເງິນໄທ) ຫຼື ປະມານ 72 ຕື້ກີບ ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 28 ມັງກອນ 2016 ແລະ ຈະໃຫ້ສຳເລັດວັນທີ 27 ມັງກອນ 2017 ເຈົ້າຂອງໂຄງການແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ນວ ບໍລິສັດ Thaiwath Engineering ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດ TEAM Consulting Engineering and Management ເປັນທີ່ປຶກສາໂຄງການ ສຳລັບການຈັດຕັ້ງປະຕິບັດໂຄງການແມ່ນມີຫລາຍເສັ້ນທາງ ເປັນຕົ້ນ ຖະໜົນກຳແພງເມືອງ ມີຄວາມຍາວ 6.100 ແມັດ ກວ້າງ 14,5 ແມັດ ປັດຈຸບັນໄດ້ລົງມືຂຸດຮື້ ແລະ ປັບປຸງໂຄງສ້າງທາງຊັ້ນຮອງພື້ນທາງ ໂດຍທຸກເສັ້ນແມ່ນຈະປູຢາງອັດສະຟານໃໝ່ທັບໜ້າທາງເກົ່າ ທີ່ມີຄວາມໜາ 5 ຊັງຕີແມັດ ປັບປຸງຮ່ອງລະບາຍນ້ຳແຄມທາງ ຕິດຕັ້ງປ້າຍສັນຍານ ແລະ ແຕ້ມເສັ້ນຈະລາຈອນຄືນໃໝ່ ໂດຍລວມແລ້ວ ໜ້າວຽກທັງໝົດມາຮອດປັດຈຸບັນ ມີຄວາມຄືບໜ້າສຳເລັດແລ້ວປະມານ 55% ແລະ ຄາດວ່າຈະສຳເລັດຕາມແຜນການວາງໄວ້ ເຊິ່ງຜົນສຳເລັດດັ່ງກ່າວ ຍ້ອນຄວາມເອົາໃຈໃສ່ເຈົ້າຂອງໂຄງການບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ສິ່ງສຳຄັນໜຶ່ງອີກຍ້ອນການຮ່ວມມືເປັນຢ່າງດີຂອງອຳນາດການປົກຄອງເມືອງ ບ້ານ ພໍ່ແມ່ປະຊາຊົນ ຜູ້ປະກອບການ ແລະ ນັກທຸລະກິດ ກໍ່ຄືຜູ້ທີ່ອາໄສຢູ່ແຄມເສັ້ນທາງໂຄງການ ທີ່ມີສ່ວນຮ່ວມແກ້ໄຂສິ່ງກີດຂວາງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...