Homeຂ່າວຕ່າງປະເທດເຮລິຄອບເຕີ້ກອງທັບຫວຽດນາມ ສູນຫາຍຈາກຈໍເຣດາ ນາຍົກຫງວຽນຊວນຟຸກ ສັ່ງພາລະກິດກູ້ໄພດ່ວນ!

ເຮລິຄອບເຕີ້ກອງທັບຫວຽດນາມ ສູນຫາຍຈາກຈໍເຣດາ ນາຍົກຫງວຽນຊວນຟຸກ ສັ່ງພາລະກິດກູ້ໄພດ່ວນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ຕຸລາຜ່ານມານີ້ວ່າ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສັ່ງໃຫ້ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ດຳເນີນພາລະກິດກູ້ໄພ ຫລັງຈາກທີ່ເຮລິຄອບເຕີ້ EC 130 T2 ຂອງກອງທັບ ຊຶ່ງມີຄູເຝິກ ແລະ ນັກບິນເຝິກຫັດອີກ 2 ຄົນ ສູນຫາຍໄປຈາກຈໍເຣດາ ລະຫວ່າງອອກບິນເຝິກຊ້ອມ ໃນເຂດແຂວງຫວຸງເຕົ່າ ທາງພາກໃຕ້ຂອງປະເທດ.

ທັງນີ້ ເມື່ອບໍ່ດົນຜ່ານມາ ກອງທັບອາກາດຫວຽດນາມ ຫາກໍສູນເສຍເຮືອບິນໄປ 2 ລຳ ໃນເດືອນມິຖຸນາ ແລະ ເດືອນສິງຫາ ຈາກເຫດເຮືອບິນ CASA-212 ຕົກ ລະຫວ່າງອອກຄົ້ນຫານັກບິນ ແລະ ຊາກເຮືອບິນ SU-30 ທີ່ປະສົບອຸບັດເຫດຕົກ ເນື່ອງຈາກສະພາບອາກາດບໍ່ເອື້ອອຳນວຍ ຈົນເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...