Homeຂ່າວການພັດທະນາເປີດບັ້ນສໍາຫລວດແຮງງານຄັ້ງທີ II ປີ 2016

ເປີດບັ້ນສໍາຫລວດແຮງງານຄັ້ງທີ II ປີ 2016

Published on

ຄະນະຊີ້ນໍາການສໍາຫລວດແຮງງານ ເປີດບັ້ນການສໍາຫລວດກໍາລັງແຮງງານໃນ ສປປ ລາວ ຄັ້ງທີ II ປີ 2016 ເຊິ່ງຈະໄດ້ມີການລົງເກັບກໍາຂໍ້ມູນໃນທ້າຍປີນີ້ ໃນຈຳນວນ 10.800 ກວ່າຄົວເຮືອນ ແລະ 540 ບ້ານໃນທົ່ວປະເທດ.
ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວຄະນະຊີ້ນໍາການສໍາຫລວດຄັ້ງນີ້ ກ່າວວ່າ: ການສໍາຫລວດນີ້ມີຄວາມຈໍາເປັນ ແລະ ສໍາຄັນຫລາຍໃນການສະໜອງຂໍ້ມູນສະຖິຕິດ້ານແຮງງານ ໃນການວາງແຜນນະໂຍບາຍ ແລະສ້າງແຜນກໍານົດຫລັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາ ແລະ ການນໍາໃຊ້ແຮງງານ ເພື່ອດັດສົມສາຍພົວພັນກໍາລັງແຮງງານກັບການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນໃນທົ່ວສັງຄົມ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາ MDGs. ໃນນັ້ນ, ກໍເພື່ອເປັນການປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໃນການສໍາຫລວດໃນທຸກໆ 5 ປີ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 18 ຕຸລາ ນີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ມີຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຈຳນວນຫລາຍ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...