spot_img
Homeນານາສາລະສິ່ງທີ່ຄວນຮູ້ກ່ອນໃສ່ຄອນແທັກເລນ

ສິ່ງທີ່ຄວນຮູ້ກ່ອນໃສ່ຄອນແທັກເລນ

Published on

  1. ຄວນເລືອກຊື້ກັບຮ້ານຮັບຮອງໄດ້ມາດຕະຖານ: ດຽວນີ້ມີຮ້ານຂາຍຄອນແທັກເລນຫຼາຍຮ້ານ ທີ່ຂາຍລາຄາຖືກເຮັດໃຫ້ຫຼາຍຄົນເລືອກຊື້ເພາະລາຄາຖືກ ແຕ່ຮູ້ບໍວ່າ ຄອນແທັກເລນບາງອັນອາດອັນຕະລາຍຕໍ່ດວງຕາໄດ້ ດັ່ງນັ້ນ ກ່ອນຈະຊື້ຄວນເລືອກເບິ່ງດີໆວ່າຈະບໍ່ອັນຕະລາຍຕໍ່ດວງຕາ
  2. ຄວນສຶກສາຂໍ້ມູນໃຫ້ດີກ່ອນຊື້: ເນື່້ອງຈາກວ່າດຽວນີ້ ຄອນແທກເລນເປັນທີ່ນິຍົມກັນ ເຮັດໃຫ້ມີຫຼາຍບໍລິສັດຜະລິດອອກມາ ບາງອັນອາດເຮັດໃຫ້ຄອນແທັກເລນບໍ່ໄດ້ມາດຕະຖານ ອາດເຮັດໃຫ້ເມັດສີ ຫຼືລວດລາຍທີ່ຢູ່ໃນເລນຫຼຸດອອກມາສຳຜັດກັບດວງຕາ ເຮັດໃຫ້ເກີດອັກເສບໄດ້
  3. ໃຊ້ແບບເປັນມື້ແລ້ວຖອດອອກດີກວ່າ: ຄອນແທັກເລນມີຫຼາຍຊະນິດ ແບບໃສ່ເປັນວັນ, ເປັນເດືອນ ຫຼືເປັນປີ, ເຊິ່ງຖ້າເຮົາຫາກຊື້ແບບເປັນປີມາ ກໍຈະເຮັດໃຫ້ເຮົາໃສ່ຊໍ້າກັນຈົນເປັນປີ ແຕ່ຕ້ອງຄວນເຮັດຄວາມສະອາດໃຫ້ດີ ຖ້າບໍ່ດັ່ງນັ້ນ ອາດເຮັດໃຫ້ດວງຕາອັກເສບໄດ້, ແຕ່ຄວນເລືອກຊື້ແບບໃສ່ເປັນມື້ແລ້ວຖອດອອກຈະດີກວ່າ ເພື່ອຄວາມປອດໄພ
  4. ເຮັດຄວາມສະອາດຕະຫຼອດ: ກ່ອນທີ່ເຮົາຈະໃສ່ຄອນແທັກເລນ ມືຕ້ອງສະອາດ ເພາະເຮົາໄດ້ຈັບຄອນແທັກເລນ ຖ້າຫາກບໍ່ສະອາດຈະເຮັດໃຫ້ເກີດຄວາມລະຄາຍເຄືອງ ຫຼືຕາແດງຊໍ້າໄດ້
  5. ບໍ່ຄວນໃສ່ຄອນແທັກເລນລົງຫຼິ້ນນໍ້າ: ເວລາຈະອາບນໍ້າ ຫຼືລົງຫຼິ້ນນໍ້າ ຄວນຖອດອອກກ່ອນ ເພື່ອບໍ່ໃຫ້ເຊື້ອພະຍາດ ແລະເຊື້ອແບັກທີເລຍໃນນໍ້າ ຈະເຮັດໃຫ້ດວງຕາເກີດການລະຄາຍເຄືອງ ຫຼືອັກເສບໄດ້
  6. ຖອດ ແລະໃສ່ໃຫ້ຖືກວິທີ: ຄວນອ່ານຄູ່ມືການໃສ່ຄອນແທັກເລນໃຫ້ລະອຽດ ແລະຄວນຕັດເລັບໃຫ້ສັ້ນ ເພື່ອເວລາໃສ່ເລນຈະໄດ້ສະດວກ
  7. ບໍ່ຄວນໃສ່ຄອນແທັກເລນເວລານອນ: ເພາະການໃສ່ຄອນແທັກເລນນອນ ຈະເຮັດໃຫ້ດວງຕາເຮົາແຫ້ງ ແລະຖອດອອກຍາກ
  8. ບໍ່ຄວນໃສ່ເກີນ 8 ຊົ່ວໂມງ: ຖ້າໃສ່ເກີນອາດເຮັດໃຫ້ ດວງຕາເຮົາແຫ້ງ ແລະຂາດອົກຊີ ຖ້າຫາກຈຳເປັນຕ້ອງໃສ່ ກໍຄວນຢອດນໍ້າຕາທຽມຊ່ວຍ ເພື່ອບໍ່ໃຫ້ດວງຕາແຫ້ງ
  9. ຫ້າມໃຊ້ນໍ້າປະປາ ແທນນໍ້າຢາແຊ່: ເພາະນໍ້າປະປາ ອາດເຮັດໃຫ້ເລນເສື່ອມຄຸນນະພາບ ຈົນເຮັດໃຫ້ບໍ່ສາມາດໃຊ້ໄດ້ອີກ
  10. ຫາກເກີດອາການຜິດປົກກະຕິຄວນຮີບຖອດ: ຫາກສາວໆຄົນໃດຫາກເກີດການລະຄາຍເຄືອງ, ຕາບວມ, ຕາມົວ ຫຼືນໍ້າຕາໄຫຼ ຄວນຮີບຖອດອອກ ເພາະອາດເຮັດໃຫ້ຕາອັກເສບໄດ້

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...