spot_img
Home​ຂ່າວທ່ອງທ່ຽວປ່າສະຫງ່ວນພູຖະແຫຼງ ດິນແດນທະເລໝອກ ແຂວງຜົ້ງສາລີ

ປ່າສະຫງ່ວນພູຖະແຫຼງ ດິນແດນທະເລໝອກ ແຂວງຜົ້ງສາລີ

Published on

ໃກ້ຈະເຂົ້າສູ່ລະດູໜາວແລ້ວ ທ່ອງທ່ຽວ ກັບ ລາວໂພສຕ ເຮົາກໍ່ມີສະຖານທີ່ທ່ຽວທີ່ໃຫ້ຄົນທີ່ມັກການທ່ອງທ່ຽວໃນຍາມໜາວ ແລະ ຢາກໄປສຳພັດໃຫ້ຊິດກັບພູຜາ, ປ່າໄມ້ ພ້ອມກັບສຳພັດອາຍໝອກເຢັນໆ ຕ້ອງບໍ່ພາດທີ່ຈະມາທ່ຽວຊົມ ປ່າສະຫງ່ວນພູຖະແຫຼງ ເປັນເຂດທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ສັດນ້ຳ, ສັດບົກ ແລະ ພືດພັນນາໆຊະນິດ, ອີກທັງຍັງເປັນຈຸດຊົມວິວ ທີ່ສວຍງາມຂອງພູຜາປ່າໄມ້ ແລະ ໜ່ວຍພູສະຫຼັບສັບຊ້ອນ ເປັນດິນແດນແຫ່ງທະເລໝອກ ເມື່ອທ່ານໄດ້ໄປຢືນຢູ່ບ່ອນນັ້ນທ່ານຮູ້ສຶກວ່າກຳລັງຢືນຢູ່ທ້ອງຟ້າ ທ່າມກາງເມກໝອກເລີຍກໍ່ວ່າໄດ້ ເວົ້າແລ້ວ ແອັດກໍ່ຕ້ອງຫາໂອກາດໄປສຳພັດຈັກຄັ້ງໃນຊີວິດແລ້ວ

ປ່າສະຫວງພູຖະແຫຼງ ຕັ້ງຢູ່ເມືອງບຸນເໜືອ (ຜົ້ງສາລີ) ມີໄລຍະທາງຫ່າງຈາກເທດສະບານແຂວງ ລົງໄປທິດໃຕ້ 30 ກິໂລແມັດ ເປັນປ່າສະຫງວນທີ່ກວ້າງໃຫຍ່ ເຊິ່ງມີເນື້ອທີເຖິງ 9,274 ເຮັກຕ້າ ດ້ວຍຄວາມອຸດົມສົມບູນທາງທຳມະຊາດ ແລະ ບັນຍາກາດທີ່ປົກຄຸມໄປດ້ວຍເມກໝອກໜາວ ຈິ່ງເຮັດໃຫ້ເໝາະກັບການຍ່າງປ່າ, ການຕັ້ງແຄັ້ມກິນເຂົ້າປ່າ ເພື່ອສຳພັດກັບບັນຍາກາດທາງທຳມະຊາດທີ່ແທ້ຈິງ

ຖ້າໜາວນີ້ບໍ່ຮູ້ຈະໄປທ່ຽວໃສ ລອງມາທ່ຽວທີ່ປ່າສະຫງວນພູຖະແຫຼງລອງເບິ່ງຮັບຮອງຮອງວ່າທ່ານຈະສຳພັດເຖິງຄວາມໜາວຢ່າງຈຸໃຈແນ່ນອນ

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...