spot_img
Homeຂ່າວທ້ອງຖິ່ນເກີດເຫດສະເທືອນໃຈ ຜູ້ໃຫຍ່ຂົ່ມຂືນເດັກນ້ອຍຈົນເສຍຊີວິດ

ເກີດເຫດສະເທືອນໃຈ ຜູ້ໃຫຍ່ຂົ່ມຂືນເດັກນ້ອຍຈົນເສຍຊີວິດ

Published on

ພໍ່ແມ່ຜູ້ປົກຄອງທັງຫຼາຍ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການເບິ່ງແຍງດູແລລູກຫຼານ ໃຫ້ເຂັ້ມງວດຂຶ້ນກ່ອນເກົ່າ ເພື່ອຫຼີກເວັ້ນຄວາມເສຍຫາຍທີ່ບໍ່ເພິ່ງປາດຖະໜາ ທີ່ອາດຈະເກີດຂຶ້ນກັບຄອບຄົວ ຂອງທ່ານດັ່ງເຫດການສະເທືອນໃຈ ໃຫ້ກັບພໍ່ແມ່ປະຊາຊົນ ໂດຍສະເພາະ ເດັກນ້ອຍ ຊຶ່ງມີເຫດການຜູ້ໃຫຍ່ໄວກາງຄົນໄດ້ຂົ່ມຂືນສຳເລົາເດັກຈົນເຖິງຂັ້ນ ເສຍຊີວິດທີ່ແຂວງສາລະວັນ.
ອີງຕາມແຫຼ່ງຂ່າວຈາກແຂວງສາລະວັນລາຍງານໃຫ້ຮູ້ວ່າ: ວັນທີ 12 ຕຸລາ ຜ່ານມາ ສານປະຊາຊົນແຂວງສາລະວັນ ໄດ້ຕັດສິນຄະດີຜູ້ໃຫຍ່ຂົ່ມຂືນທຳສຳເລົາ ເດັກນ້ອຍ ອັນເຮັດໃຫ້ຜູ້ເຄາະຮ້າຍເຖິງ ຂັ້ນເສຍຊີວິດ ໂດຍມີຄະນະສານປະຊາຊົນ, ຕາງໜ້າອົງການໄອຍະການປະຊາຊົນແຂວງ, ນາຍບ້ານ ແລະຍາດຕີພີ່ນ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຄະດີນີ້ໄດ້ເກີດຂຶ້ນໃນເວລາປະມານ 13: 00 ໂມງ ຂອງວັນທີ 20 ມິຖຸນາ 2016 ຊຶ່ງທ້າວ ດົງ (ຈໍາເລີຍ) ອາຍຸ 43 ປີ, ອາຊີບກໍາມະກອນ ບ້ານວັດກາງ ໄດ້ຂີ່ລົດຈັກໄປຫຼິ້ນນໍາ ທ້າວ ຈ່ອຍ ຢູ່ບ້ານ ຫຼັກ 2 ເມື່ອໄປຮອດບ່ອນເກີດເຫດ ທ້າວ ດົງ ໄດ້ແນມເຫັນ ນາງ ໃຫຍ່ (ນາມສົມມຸດ) ອາຍຸ 12 ປີ ອາບນໍ້າຢູ່ໜອງສະ ກັບໝູ່ 2 ຄົນ, ຈໍາເລີຍຈິ່ງໄດ້ຈັບເອົາກ້ອນຫີນ ແກວ່ງລົງໜອງນ້ຳ ແລ້ວກັວກມືເອີ້ນເອົາ ນາງ ໃຫຍ່ ຊວນເຂົ້າໄປໃນປ່າຫ່າງຈາກ ໜອງປະມານ 100 ແມັດ ແລ້ວຂົ່ມຂືນ ທຳສຳເລົາ.

ຫຼັງຈາກນັ້ນຜູ້ກ່ຽວໄດ້ເຫັນວ່າມີ ເລືອດໄຫຼອອກມາຈາກຊ່ອງຄອດຂອງ ເດັກ ທ້າວ ດົງ ໄດ້ຢຸດເຊົາແລ້ວນັ່ງຄິດຢູ່ດົນພໍສົມຄວນແຕ່ເລືອດຍັງໄຫຼອອກມາບໍ່ຢຸດ ຈາກນັ້ນໄດ້ພາໄປລ້າງເລືອດຢູ່ ໜອງນໍ້າແລ້ວນັ່ງພັກຜ່ອນປະມານ 1-2  ຊົ່ວໂມງ ຜູ້ເຄາະຮ້າຍໄດ້ບອກກັບຈໍາເລີຍ ວ່າເມື່ອຍ ທ້າວ ດົງ ຄິດຢ້ານເລີຍເອົາ ໄປສຸກສາລາແຕຢໍ ເມືອງຕຸ້ມລານ ແຕ່ ແພດແນະນໍາໃຫ້ໄປໂຮງເມືອງຕຸ້ມລານ ແຕ່ທາງໂຮງໝໍເມືອງໄດ້ແນະນໍາເອົາ ໄປໂຮງໝໍແຂວງ ມາຮອດເວລາ 4:00 ໂມງຂອງວັນທີ 21 ມິຖຸນາ 2016 ນາງ ໃຫຍ່ ກໍໄດ້ເສຍຊີວິດຍ້ອນຂາດເລືອດ.

ຕໍ່ເຫດການດັ່ງກ່າວ ສານປະຊາຊົນ ແຂວງສາລະວັນ ໄດ້ຕັດສິນລົງໂທດ ທ້າວ ດົງ ມີຄວາມຜິດເຫັນຕາມມາດຕາ 128 ວັກ 4 ແລະມາດຕາ 41 ຂໍ້ 4 ຂອງກົດໝາຍອາຍາ ດ້ວຍເຫດນີ້ ສານປະຊາຊົນ ໄດ້ລົງໂທດຕັດອິດສະຫຼະພາບຈໍາຄຸກ 15 ປີ ພ້ອມທັງປັບໃໝເປັນເງິນ 13 ລ້ານກີບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...