spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 17 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 17 ຕຸລາ

Published on

​ວັນທີ 17 ຕຸລາ ປີ 2006 ຫຼືມື້ນີ້ເມື່ອ 10 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Bully ເທິງເຄື່ອງ PS2 ທີ່ປະເທດສະຫະລັດອາເມຣິກາແລະແຄນາດາ. ໂດຍເກມນີ້ເປັນຜົນງານພັດທະນາໂດຍບໍລິສັດ Rockstar ທີ່ສ້າງຊື່ສຽງທົ່ວໂລກຈາກຊີຣີ Grand Theft Auto ຫຼືຄົນສ່ວນຫຼາຍມັກເອີ້ນກັນວ່າ GTA ນັ້ນເອງ. ທັງນີ້ເກມ Bully ຈະມີທີມຫຼັກເປັນເລື່ອງຂອງການກວນກັນໃນໂຮງຮຽນ ທີ່ມີການໃຊ້ຄວາມຮຸນແຮງໃນຮູບແບບຕ່າງໆ ໃຫ້ເຫັນເກືອບໝົດເກມ ແລະຊ່ວງທີ່ໂປຣໂໝດເກມໃນຕອນທຳອິດ ທາງ Rockstar ໄດ້ເປີດເຜີຍຕົວຢ່າງຂອງເກມທີ່ເຮັດໃຫ້ຜູ້ຫຼິ້ນຄາດການວ່າຈິມມີ້ ໂຕເອກຂອງເກມຈະເປັນເດັກທີ່ປະສົບບັນຫາການຖືກຢອກກວນຈາກໝູ່ໆ ແຕ່ວ່າພໍເກມອອກມາແທ້ໆ ພັດກາຍເປັນວ່າຈິມມີ້ແມ່ນເດັກທີ່ຈະໄດ້ໄປກວນຄົນອື່ນແທນ ດ້ວຍເຫດນີ້ທາງນັກກົດໝາຍຈາກອາເມຣິກາ, ສະຫະລາດອານາຈັກ ແລະເບລຢ້ຽມ ເລີຍພະຍາຍາມຈະແບນບໍ່ໃຫ້ເກມນີ້ໄດ້ວາງຈຳໜ່າຍ ແຕ່ສຸດທ້າຍກໍແພ້ຄະດີໄປ ເຊິ່ງສານໄດ້ໃຫ້ຄວາມເຫັນວ່າເກມນີ້ຄວນເຂົ້າເຖິງຜູ້ຫຼິ້ນໄດ້ຕາມຊ່ວງອາຍຸທີ່ເໝາະສົມຜ່ານລະບົບການຈັດເຣດຕິ້ງ ເພື່ອໃຫ້ສອດຄ່ອງກັບແນວຄິດພື້ນຖານເລື່ອງເສລີພາບໃນການເລືອກຮັບສື່ຂອງປະຊາຊົນ.  

ພລ໋ອດເລື່ອງຂອງເກມ Bully ຈະກ່າວເຖິງ ຈິມມີ້ ຮອບກິ້ນ (Jimmy Hopkins) ເດັກໜຸ່ມອາຍຸ 15 ປີ ໄດ້ຖືກສົ່ງໂຕມາທີ່ໂຮງຮຽນບູລເວິຣ໌ດ  (Bullworth) ເຊິ່ງເປັນໂຮງຮຽນປະຈຳຂອງເອກກະຊົນທີ່ຕັ້ງຢູ່ໃນເມືອງນິວອິງແລນ ປະເທດສະຫະລັດອາເມຣິກາ, ຫຼັງຈາກທີ່ຈິມມີ້ໄປກໍ່ເລື່ອງຈົນຖືກໄລ່ອອກຈາກໂຮງຮຽນເກົ່າມາແລ້ວເຖິງ 7 ແຫ່ງດ້ວຍກັນ ແລະລາວກໍພົບວ່າໂຮງຮຽນແຫ່ງນີ້ອຸດົມໄປດ້ວຍສາລະພັດເດັກຂີ້ດື້ ບໍ່ວ່າຈະເປັນເດັກເຫຼືອຂໍແບບຈິມມີ້ທີ່ທຸກໆມື້ເອົາແຕ່ກວນນັກຮຽນຄົນອື່ນ ລວມເຖິງເດັກເນິຣ໌ດທີ່ມັກໝົກໂຕຢູ່ກັບຕຳລາຮຽນ ຫຼືເດັກໂຂ່ງທີ່ຊ້ຳຫ້ອງລົວໆມາເກືອບເຄິ່ງຊີວິດ ໄປຈົນຮອດເດັກຮາຣ໌ດຄໍຣ໌ບ້ານປ່າເມືອງເຖື່ອນແລະເດັກໄຮ້ດຽງສາທີ່ມັກຕົກເປັນເຫຍື່ອແບບຜູກຂາດ, ພໍໄດ້ມາພົບບູລເວິຣ໌ດມີສະພາບຢ່າງທີ່ເຫັນ ຈິມມີ້ຈຶ່ງມຸ່ງໝັ້ນຢາກຈະຄືນຄວາມສຸກແລະສ້າງສັນຕິສຸກໃຫ້ກັບໂຮງຮຽນ ເລີຍຕັ້ງໃຈຈະປ່ຽນແປງໂຕເອງມາເປັນເດັກຮັກດີ ພ້ອມກັບກຳຈັດເດັກອັນຕະພານໃຫ້ໝົດຈາກໂຮງຮຽນໄປ.  

ລະບົບຂອງເກມນີ້ຈະເປັນແນວ Open World ຜ່ານມຸມມອງບຸກຄົນທີ 3 ຄືກັບ GTA ພາກ 3 ເປັນຕົ້ນມາ ຜູ້ຫຼິ້ນຈະໄດ້ບັງຄັບເປັນຈິມມີ້ໂຕເອກຂອງເກມ ໂດຍເຮົາຈະຕ້ອງເລືອກເສັ້ນທາງຂອງຈິມມີ້ວ່າຈະໃຫ້ເຈົ້າໂຕເປັນໄປໃນທາງໃດ ເຊັ່ນ: ສາຍກວນຊາວບ້ານ, ສາຍເນິຣ໌ດ, ສາຍຖ່ອຍ, ສາຍໂຂ່ງ ຫຼືສາຍໃສຊື່ ລະຫວ່າງນັ້ນເຮົາກໍຕ້ອງເຮັດເຄວສຕ່າງໆ ທີ່ມີຢູ່ໃນເກມ ທັງເຄວສຫຼັກແລະເຄວສຍ່ອຍ ພ້ອມກັບໂລເຄຊັ່ນໃນເກມທີ່ຖືກແບ່ງອອກເປັນ 5 ໂຊນຕາມພື້ນທີ່ຂອງເມືອງບູລເວິຣ໌ດ. ນອກຈາກນີ້ເວລາສູ້ກັບພວກເດັກຂີ້ດື້ກໍຈະມີໃຫ້ສູ້ທັງແບບມືເປົ່າແລະໃຊ້ເຄື່ອງມືຊ່ອຍ ພໍເຮັດເຄວສໄດ້ຫຼາຍກໍຈະເປັນການສັ່ງສົມຊື່ສຽງໃຫ້ເປັນທີ່ຮູ້ຈັກໄປທົ່ວໂຮງຮຽນ ແລະກໍເປັນການນຳໄປສູ່ເປົ້າໝາຍພາລະກິດຂອງຈິມມີ້ນຳ. 

Fact ເລັກນ້ອຍກ່ຽວກັບເກມ Bully

  • Bully ເວີຊັ່ນທີ່ລົງໃຫ້ກັບເຄື່ອງ PS2 ສາມາດເຮັດຍອດຂາຍລວມທົ່ວໂລກໄປໄດ້ປະມານ 1.5 ລ້ານຊຸດ ພ້ອມກັບໄດ້ຮັບຄະແນນຈາກນັກວິຈານຕ່າງປະເທດສູງຫຼາຍ ແລະປັດຈຸບັນກໍໄດ້ມີການພອຣ໌ດແລະຣີມາສເຕີ້ມາລົງອີກຫຼາຍແພລັດຟອຣ໌ມ ບໍ່ວ່າຈະເປັນ Xbox 360, Wii, PS3 ແລະ PS4 ເປັນຕົ້ນ.

  • ໂຕເກມເຄີຍຖືກວາງແຜນໃນຕອນທຳອິດວ່າຈະລົງໃຫ້ກັບເຄື່ອງ PS2 ແລະ Xbox ພ້ອມໆກັນ ແຕ່ສຸດທ້າຍທາງ Rockstar ກໍຕັດສິນໃຈຍົກເລີກເວີຊັ່ນ Xbox ໄປດ້ວຍເຫດຜົນບາງປະການ ກ່ອນທີ່ຈະພອຣ໌ດລົງເຄື່ອງ Xbox 360 ແລະ Wii ໃນອີກ 2 ປີຕໍ່ມາ.

  • ຊື່ເກມ Bully ສຳລັບເວີຊັ່ນທີ່ວາງຈຳໜ່າຍໃນທະວີບຢຸໂຣບໄດ້ຖືກປ່ຽນຊື່ເປັນ “Canis Canem Edit” ເຊິ່ງເປັນພາສາລາຕິນທີ່ມີຄວາມໝາຍຕາມພາສາອັງກິດວ່າ: “Dog Eat Dog” ຫຼື “ຕາຕໍ່ຕາ ແຂ້ວຕໍ່ແຂ້ວ” ໂດຍຄຳທີ່ເວົ້ານີ້ກໍມາຈາກຄຳຂວັນຂອງໂຮງຮຽນບູລເວິຣ໌ດທີ່ເປັນສະຖານທີ່ທີ່ເກີດເຫດການໃນເກມນີ້ນັ້ນເອງ (ຄຳຂວັນແບບນີ້ກະມີເນາະ 55+)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...