Homeປະເພນີ-ວັດທະນະທຳເຮືອທະນາຄານຮ່ວມພັດທະນາ ຄວ້າແຊັມເຮືອປະເພນີຊາຍ ທ່າວັດຈັນ

ເຮືອທະນາຄານຮ່ວມພັດທະນາ ຄວ້າແຊັມເຮືອປະເພນີຊາຍ ທ່າວັດຈັນ

Published on

ເຮືອທະນາຄານຮ່ວມພັດທະນາ ຈາກບ້ານທ່ານາແລ້ງ ແຊງ ລາວໂຕໂຢຕ້າ ຈາກບ້ານຕານປ່ຽວ ຕັ້ງແຕ່ໄລຍະ 400 ແມັດທໍາອິດ ເຂົ້າເສັ້ນໄຊໄປໃນທີ່ສຸດ ຄວ້າແຊັມເຮືອປະເພນີຊາຍ ໃນການແຂ່ງຂັນຊ່ວງເຮືອປະຈໍາປີ 2016 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ 17 ຕຸລາທີ່ຜ່ານມາ.

ໃນຮອບຮອງຊະນເລີດ ເຮືອທະນາຄານຮ່ວມພັດທະນາ ແຊງ ເຮືອແສງມະນີ ເຂົ້າເສັ້ນໄຊ ຜ່ານເຂົ້າຮອບຊີງຊະນະເລີດ ພົບກັບ ເຮືອລາວໂຕໂຢຕ້າທີ່ດັບຝັນແຊັມເກົ່າ ເຮືອຫຼວງພະບາງທີ່ຫວັງເອົາຂັນກັບບ້ານ ເພາະເຄີຍໄດ້ແຊັ້ມມາສອງສະໄໝຕິດຕໍ່ກັນແລ້ວ ກ່ອນທີ່ໃນຮອບຊິງຊະນະເລີດ ເຮືອຂອງທະນາຄານຮ່ວມພັດທະນາ ຈະເອົາຊະນະເຮືອຂອງລາວໂຕໂຢຕ້າຄ້ວາແຊັ້ມປີນີ້ໄປຄອງ ສ່ວນເຮືອຫຼວງພະບາງໄດ້ທີ່ 3 ແລະ ເຮືອແສງມະນີໄດ້ທີ 4

ສ່ວນການແຂ່ງຂັນເຮືອປະເພນີຍິງ ຊະນະເລີດຕົກເປັນຂອງບ້ານແສນດິນ, ອັນດັບສອງ ເຮືອລາວໂຕໂຢຕ້າ, ອັນດັບທີສາມ ເຮືອເມືອງຈັນທະບູລີ ແລະ ອັນດັບທີສີ່ແມ່ນເຮືອຈາກຫາດກ້ຽງ

ແລະການແຂ່ງຂັນເຮືອສູດຊາຍ (ເຮືອດັດແປງ) ຊະນະເລີດຕົກເປັນຂອງເຮືອນາວາສັກສິດ ຈາກບ້ານ ໄຊສະຖານ, ອັນດັບທີສອງ ເຮືອພອນພະແກ້ວ ຈາກບ້ານສີຖານໃຕ້, ສ່ວນອັນດັບທີສາມເປັນຂອງເຮືອເທບທິດາສ້ອຍຟ້າ (M150) ແລະ ອັນດັບທີສີ່ເປັນຂອງເຮືອ ນາງສາວຍອດຄຳ ຈາກບ້ານຈອມແຈ້ງ

 

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...