Homeປະເພນີ-ວັດທະນະທຳແບ່ງສາຍແລ້ວ ຊ່ວງເຮືອປະຈຳປີທີ່ທ່າວັດຈັນ ຂະນະທີ່ຫຼວງພະບາງແຊ໋ມເກົ່າມີລຸ້ນອີກສະໄໝ

ແບ່ງສາຍແລ້ວ ຊ່ວງເຮືອປະຈຳປີທີ່ທ່າວັດຈັນ ຂະນະທີ່ຫຼວງພະບາງແຊ໋ມເກົ່າມີລຸ້ນອີກສະໄໝ

Published on

ເຮືອປະເພນີຊາຍ ແຂວງຫຼວງພະບາງອະດີດແຊ໋ມເກົ່າ 2 ສະໄໝມີສິດລຸ້ນຄວ້າຂັນແຊ໋ມໝຸນວຽນຫຼັງຖືກ ຈັດຢູ່ສາຍ ກ ຮ່ວມກັບ ຫາດກ້ຽງ, JDB,ຫົງແມ່ຍ່າ 2 ແລະຕານປ່ຽວ ໃນງານບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະຈໍາປີ 2016 ທີ່ທ່າວັດຈັນນະຄອນ ຫຼວງວຽງຈັນ ໃນວັນທີ 17 ຕຸລານີ້.

ເມື່ອວັນທີ 12 ຕຸລາທີ່ຜ່ານມາທີ່ສໍາ ນັກງານປົກຄອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີພິທີປະຊຸມລາຍງານການກະກຽມຄວາມພ້ອມຈັດແຂ່ງ ຂັນເຮືອຍາວປະເພນີຍິງ-ຊາຍ ແລະເຮືອ ສູດຊາຍ ພ້ອມທັງຈັບສະຫຼາກແບ່ງສາຍ ແລະເຜີຍແຜ່ກົດລະບຽບຕ່າງໆ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະກິລານະຄອນຫຼວງ ວຽງຈັນ, ມີທ່ານ ສາຍສະໝອນ ສາລີວົງ ຮອງເຈົ້າແຂວງໆຫຼວງພະບາງ ພ້ອມ ດ້ວຍບັນດາຕົວແທນຂອງເຮືອຫຼາຍກວ່າ 20 ລໍາເຂົ້າຮ່ວມຢ່າງພ້ອມ ພຽງ.

ທ່ານ ພູທອນ ແສງດາວົງ ກ່າວວ່າ ປີນີ້ມີ ຜູ້ທີ່ສົ່ງ ເຮືອເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ລໍາ ຈຶ່ງຮຽກຮ້ອງໃຫ້ທຸກຄະນະຮັບຜິດຊອບຈັດການແຂ່ງຂັນທຸກໜ່ວຍຈົ່ງພ້ອມກັນຮັກສາມູນເຊື້ອວັດທະນະທຳປະເພ ນີລາວສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກ ແຜ່ນທີ່ເຂັ້ມແຂງ ແລະປະກອບສ່ວນເຫື່ອແຮງເຮັດໃຫ້ງານຄັ້ງນີ້ເຕັມໄປດ້ວຍບັນຍາກາດທີ່ມີຄວາມ ເບີກບານມ່ວນຊື່ນສົ່ງເສີມງານດັ່ງກ່າວເປັນທີ່ຈົດຈຳໃຫ້ພໍ່-ແມ່ປະຊາຊົນຊາວລາວຕະຫຼອດໄປ ພ້ອມທັງດຶງດູດແຂກຕ່າງ ດ້າວທ້າວຕ່າງແດນກໍຄື ນັກທ່ອງທ່ຽວໃນທົ່ວໂລກເຂົ້າມາທ່ອງທ່ຽວໃນ ສປປ ລາວ ໃຫ້ຫຼາຍຂຶ້ນ.

ຫຼັງຈາກນັ້ນກໍໄດ້ມີການຈັບສະຫຼາກແບ່ງສາຍເຮືອ 3 ປະເພດ ຄື: ເຮືອປະເພນີຊາຍ-ຍິງ ແລະເຮືອສູດຊາຍ ປະເພດ 55 ສີພາຍ ສະເພາະເຮືອປະເພນີຊາຍມີທັງໝົດ 10 ລໍາ ແບ່ງເປັນ 2 ສາຍ ຄື:ສາຍ ກ ປະກອບມີເຮືອຫຼວງພະບາງ (ແຊ໋ມເກົ່າ) ທະນາຄານຮ່ວມພັດທະນາ (JDB), ຫາດກ້ຽງ, ຫົງແມ່ຍ່າ 2 ແລະ ຕານປ່ຽວ ສ່ວນສາຍ ຂ ປະກອບມີເຮືອທ່າແຂກ, ບໍລິສັດລາວ ໂຕໂຢຕ້າ ບໍລິການຈຳກັດ, ເມືອງຈັນທະບູລີ, ສະໂມ ສອນໄຊທານີ ແລະຫົງແມ່ຍ່າ 1.

ສ່ວນເຮືອປະເພນີຍິງ 55 ສີພາຍ ປີ ນີ້ມີ 7 ລໍາເຂົ້າຮ່ວມແບ່ງເປັນ 2 ສາຍເຊັ່ນກັນປະກອບມີສາຍ ກ ເຮືອງຈາກບ້ານ ຊາຍຟອງເໜືອ, ບໍລິສັດລາວ ໂຕໂຢຕ້າ ບໍລິການຈຳກັດ, ອົງການແມ່ນໍ້າ ຂອງ ແລະຫາດກ້ຽງ ສ່ວນ ສາຍ ຂ ປະ ກອບມີ ເຮືອບ້ານແສນດິນ, ໄຊທານີ ແລະເມືອງຈັນທະບູລີ (ແຊ໋ມປີແລ້ວແມ່ນບ້ານ ຫາດສ້ຽວ) ຂະນະທີ່ເຮືອສູດຊາຍ 55 ສີພາຍປີນີ້ມີ 8 ລໍາ ເຂົ້າຮ່ວມປະກອບມີ ສາຍ ກ ນາງສາວຍອດຄໍາ, ເຈົ້າແມ່ປະກາສິດ, ນາງ ສາວດາວຄໍາ ແລະນາວາສັກສິດ ສ່ວນ ສາຍ ຂ ເທບທິດາ ສ້ອຍຟ້າ, ນາງ ສາວເກດສຸລິນ, ນາງ ສາວບຸນເລີດ ແລະພອນພະແກ້ວ (ແຊ໋ມ ປີແລ້ວແມ່ນບ້ານຈອມແຈ້ງ).

ສໍາລັບໄລຍະທາງຂອງການແຂ່ງ ຂັນແມ່ນບໍ່ເກີນ 800 ແມັດ ສ່ວນຈຸດປ່ອຍ ແລະເສັ້ນໄຊຍັງຢູ່ໃນໄລຍະການກວດກາຂອງຄະນະກໍາມະການຈັດ ການແຂ່ງຂັນເພາະອີງຕາມສະພາບຂຶ້ນລົງຂອງແມ່ນໍ້າຂອງ ຊຶ່ງຈະກຳນົດຢ່າງ ເປັນທາງການກ່ອນການມື້ການແຂ່ງຂັນ ຂະນະທີ່ລາງວັນຊະນະເລີດເຮືອປະເພນີ ຊາຍ 55 ສີພາຍປີນີ້ເພີ່ມຂຶ້ນຄື ທີ 1 ຈະໄດ້ຮັບຂັນເງິນ 1 ກິໂລກຣາມ ພ້ອມເງິນສົດ 20 ລ້ານກີບ, ຮອງຊະນະເລີດຈະໄດ້ຂັນເງິນ 0,75 ກິໂລກຣາມ ພ້ອມເງິນສົດ 15 ລ້ານກີບ, ອັນດັບ 3 ຂັນ ເງິນ 0,5 ກິໂລກຣາມພ້ອມເງິນ 10 ລ້ານກີບ ແລະອັນດັບ 4 ໄດ້ຮັບເງິນສົດ 6 ລ້ານກີບ.

ສ່ວນລາງວັນຊະນະເລີດ ເຮືອສູດຊາຍ ແລະເຮືອປະເພນີຍິງຈະໄດ້ຮັບເທົ່າກັນຄື ຂັນເງິນ 1 ກິໂລກຣາມ ພ້ອມເງິນ ສົດ 15 ລ້ານກິບ, ຮອງຊະນະເລີດຂັນເງິນ 0,75 ກິໂລກຣາມ ພ້ອມເງິນ 10 ລ້ານກີບ, ອັນດັບ 3 ຂັນເງິນ 0,5 ກິໂລ ກຣາມ ພ້ອມເງິນ 5 ລ້ານກີບ ແລະອັນ ດັບທີ 4 ເງິນສົດ 4 ລ້ານກີບ.

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...