Homeຂ່າວພາຍ​ໃນສປປ ລາວ ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນ ອະດຸນຍະເດດ

ສປປ ລາວ ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ຕໍ່ການສະຫວັນນະຄົດ ຂອງເຈົ້າຊີວິດ ພູມີພົນ ອະດຸນຍະເດດ

Published on

ຂປລ: ໃນ​ວັນ​ທີ 13 ຕຸລາ​ນີ້ ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ສະ​ແດງ​ ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ ​ສົມ​ເດັດພະນາງ ​ເຈົ້າ​ສິຣິກິດ ພະ​ບໍຣົມ ຣາຊິນີ​ນາດ ສົມ​ເດັດ​ພະ​ບໍຣົມ ​ໂອຣະສາທິລາດ ສະຫຍາມ​ມະ​ກຸດຣາຊະ​ກຸ​ມານ ​ແຫ່ງ ຣາຊະ​ອານາຈັກ​ໄທ ຕໍ່​ການ​ສະຫວັນ​ນະ​ຄົດ ຂອງ​ເຈົ້າ​ຊີວິດ ​ພູມິພົນ​ອະ​ດຸນຍະ​ເດດ.

​ເນື້ອ​ໃນ​ສານ​ລະບຸ​ວ່າ: ຂ້າ​ພະ​ເຈົ້າ​ຮູ້ສຶກ​ໂສກ​ເສົ້າ​ ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງ ທີ່​ໄດ້​ຊາບ​ຂ່າວ ​ກ່ຽວກັບການ​ສິ້ນ​ພະຊົນ​ ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມິພົນອະດຸນ​ຍະ​ເດດ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 13 ຕຸລາ 2016.

ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມິ​ພົນອະດຸນ​ຍະ​ເດດ ​ເປັນ​ພະຣາຊາ​ທີ່​ມີ​ນ້ຳ​ໃຈ ​ເສຍສະຫລະ​ອັນ​ສູງ​ສົ່ງ ​ແລະ ມີ​ຄຸນງາມຄວາມດີ​ ອັນ​ໃຫຍ່​ຫລວງ ​ອຸທິດ​ໃຫ້​ແກ່​ ປະ​ເທດ​ຊາດ ​ແລະ ປວງ​ຊົນ​ຊາວ​ໄທ ຕະຫລອດ 70 ປີ ຂອງ​ການ​ຄອງ​ລາດຂອງ​ພະ​ອົງ ອັນ​ໄດ້​ເຮັດ​ໃຫ້​ ພະ​ອົງເປັນ​ທີ່ຮັກ ​ແລະ ​ເຄົາລົບ ​ຂອງ​ປວງ​ຊົນ​ຊາວ​ໄທ ​ທຸກ​ທົ່ວໜ້າ. ນອກ​ນີ້, ພະ​ອົງ​ກໍ​ໄດ້​ມີ ​ບົດບາດ​ສຳຄັນ ​ໃນ​ການ​ປັບປຸງ ​ແລະ ຮັດ​ແໜ້ນ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະ​ຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ແລະ ຣາຊະ​ອານາຈັກ​ໄທ ຕະຫລອດ​ມາ. ການ​ຈາກ​ໄປ​ຂອງພະ​ອົງ ​ເປັນ​ການ​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່ ສຳລັບ​ ປະຊາຊົນ​ຊາວ​ໄທ​ທັງ​ປວງ. ສຳລັບປະຊາຊົນ​ລາວ ​ແມ່ນ​ໄດ້​ສູນ​ເສຍ​ຍາດມິດ​ ທີ່​ມີຄຸນ​ງາມຄວາມ​ດີ ​ຢ່າງ​ໃຫຍ່​ຫລວງ​ ໃນ​ການ​ປະກອບສ່ວນ ອັນ​ສຳຄັນ​ເຂົ້າ​ໃນ​ ການ​ເສີມ​ສ້າງ ​ແລະ ຮັດ​ແໜ້ນສາຍ​ພົວພັນ ​ມິດຕະພາບ​ອັນ​ດີງາມ ລະຫວ່າງ ສອງ​ປະ​ເທດ ​ແລະ ປະຊາ​ຊົນ​ສອງ​ຊາດ​ລາວ ​ແລະ ​ໄທ ​ໃຫ້​ຂະຫຍາຍຕົວ ​ເປັນ​ກ້າວໆມາ.

ໃນ​ນາມ​ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍ​ສົ່ງ​ຄວາມ​ອາ​ໄລ​ ອັນ​ເລີກ​ເຊິ່ງ ​ແລະ ​ແບ່ງ​ເບົາ​ ຄວາມທຸກ​ໂສກ​ມາ​ຍັງ ສົມ​ເດັດພະ​ຣາຊິນີ, ສົມ​ເດັດ​ອົງ​ມະ​ກຸດ ຣາຊະ​ກຸມານ ​ແລະ ພະ​ບໍລົ​ມວົງສາ​ນຸວົງ​ທຸກ​ພະ​ອົງ ພ້ອມ​ດ້ວຍ​ ປະຊາຊົນ​ຊາວ​ໄທ​ທັງ​ປວງ ມານະ​ໂອກາດ​ນີ້​ດ້ວຍ.

ຂໍ​ໃຫ້​ດວງ​ວິນ​ຍານ ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມິພົນອະດຸນ​ຍະ​ເດດ ແຫ່ງ ຣາຊະ​ອານາຈັກ​ໄທ ຈົ່ງ​​ໄປ​ສູ່​ຂະ​ຕິ ຄືສະຫວັນຄາໄລ.

ໃນ​ວັນ​ດຽວ​ກັນນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ ​ກໍໄດ້​ສົ່ງ​ສານ​ສະ​ແດງ​ ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ​ ທ່ານ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ແລະ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ກໍໄດ້​ສົ່ງ​ສານ​ສະ​ແດງ ​ຄວາມ​ເສົ້າ​ສະຫລົດ​ໃຈ ​ເຖິງ​ ທ່ານ ດອນ​ ປຣະມັດ​ວິ​ໄນ ລັດຖະມົນຕີ​ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ຣາຊະ​ອານາຈັກ​ໄທ ຕໍ່​ການ​ສະຫວັນ​ນະ​ຄົດ ຂອງ​ເຈົ້າ​ຊີວິດ​ ພູມິພົນ​ອະ​ດຸນ ຍະ​ເດດ ​ເຊັ່ນ​ດຽວ​ກັນ.

ທີ່ມາ ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...