Homeສຸຂະພາບ ແລະ ສີ່ງແວດລ້ອມວິທີປ້ອງກັນພະຍາດຫຼອດເລືອດຫົວໃຈຕີບ

ວິທີປ້ອງກັນພະຍາດຫຼອດເລືອດຫົວໃຈຕີບ

Published on

ພະຍາດຫຼອດເລືອດຫົວໃຈຕີບຕັນ ເປັນພະຍາດໜຶ່ງທີ່ອັນຕະລາຍສຳລັບໄວກາງຄົນ ຈົນຮອດຄົນທີ່ອາຍຸສູງ ເພາະຫຼາຍຄົນບໍ່ຮູ້ວ່າຕົນເອງເປັນພະຍາດນີ້ ຈົນຮ່າງກາຍສົ່ງສັນຍານເຕືອນ ແລະຢູ່ໃນພາວະສ່ຽງຕໍ່ການເສຍຊີວິດ ເພາະຈະຮູ້ເວລາທີ່ອາການໜັກຫຼາຍແລ້ວ, ວິທີການຮັກສາກໍຍາກ ດັ່ງນັ້ນການປະຕິບັດຕົນເອງເພື່ອປ້ອງກັນພະຍາດຈຫຼອດເລືອດຫົວໃຈຕີບ ຈຶ່ງສຳຄັນຫຼາຍ ເຊິ່ງມີຢູ່ 3​ ວິທີຄື

  1. ເຕີມພະລັງໃຫ້ຫົວໃຈ: ໂດຍການຫຼຸດການກິນອາຫານທີ່ແຊ່ເຢັນ ແລະອາຫານທີ່ແປຮູບ ເຊິ່ງມີເກືອ, ນໍ້າຕານ ແລະໄຂມັນສູງ, ຄວນເລືອກກິນນໍ້າ ຫຼືນໍ້າໝາກໄມ້ທີ່ບໍ່ຫວານ, ປ່ຽນເຂົ້າໜົມຫວານໃຫ້ເປັນໝາກໄມ້ສົດ, ກິນຜັກ ໃຫ້ໄດ້ຫຼາຍຕໍ່ມື້ ຫຼີກລຽງເຄື່ອງດື່ມທີ່ມີທາດແອວກໍຮໍ
  2. ອອກກຳລັງກາຍ: ຕ້ອງໝັ່ນອອກກຳລັງກາຍຢ່າງໜ້ອຍ 30 ນາທີ ແລະເຮັດ 5 ເທື່ອຕໍ່ອາທິດເຊັ່ນ: ແລ່ນ, ໂຢຄະ, ຂີ່ລົດຖີບ ຫຼືການເຮັດວຽກເຮືອນ
  3. ຮັກຫົວໃຈ: ເຮັດງ່າຍໆ ໂດຍການບໍ່ສູບຢາ ມີການວິໄຈບອກວ່າການເຊົາສູບຢາ 2 ປີ ຈະຊ່ວຍຫຼຸດຄວາມສ່ຽງຂອງການຕິດເຊື້ອຂອງການເກີດພະຍາດຫົວໃຈ ແລະຫຼອດເລືອດ ຫາກເຊົາສູບຢາພາຍໃນ 15 ປີ ຈະບໍ່ມີຄວາມສ່ຽງມາໃກ້ຕົວອີກ

ເຄັດລັບງ່າຍໆ ພຽງ 3 ຂໍ້ນີ້ຫາກເຮັດຕະຫຼອດ ຈະຊ່ວຍໃຫ້ປອດໄພຈາກພະຍາດຫຼອດເລືອດຫົວໃຈຕີບໄດ້ແນ່ນອນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...