spot_img
Homeຂ່າວເຫດການທ່ານ ຈູມມະລີ ໄຊຍະສອນ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ທ່ານ ຈູມມະລີ ໄຊຍະສອນ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

Published on

ລະຫວ່າງວັນທີ 11 – 12 ຕຸລາ 2016 ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ .
ມື້ທໍາອິດຂອງການຢ້ຽມຢາມ, ທ່ານ ອະດີດປະທານປະເທດໄດ້ຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບການຜະລິດ,ການປຸງແຕ່ງໄມ້ທັນສະໄໝຂອງບໍລິສັດ ພອນສັກ ກຣຸບ ຢູ່ທີ່ເມືອງຍົມມະລາດ ເຊິ່ງໂຮງງານດັ່ງກ່າວເປັນໂຮງງານຂະໜາດໃຫຍ່ ແລະ ໄດ້ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນພາຍໃນທ້ອງຖິ່ນໄດ້ເປັນຢ່າງດີເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ .
ທ່ານ ໂອໄດ ສຸດາພອນໄດ້ລາຍງານການຈັດຕັ້ງປະຕິບັດການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງໃນໄລຍະສົກງົບປະມານ 2015 – 2016 ປະຈຸບັນ ທົ່ວແຂວງຍັງມີຄວາມສະຫງົບ , ຮັບປະກັນໄດ້ການປົກປັກຮັກສາເຂດນ້ຳແດນດິນ , ປະຊາຊົນມີຄວາມອຸ່ນອ່ຽນສາມາດດໍາລົງຊີວິດໄດ້ຢ່າງປອດໄພ; ເສດຖະກິດມະຫາພາກສົກປີ 2015 – 2016 ຂະຫຍາຍຕົວໃນລະດັບ 8,54% ຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 5.010 ຕື້ກີບໃນນັ້ນດ້ານກະສິກໍາປ່າໄມ້ 1.302 ຕື້ກີບກວມເອົາ 26 % ຂອງ GDP , ດ້ານອຸດສາຫະກໍາ 2.004 ຕື້ກີບກວມເອົາ 40 % ຂອງ GDP , ດ້ານການບໍລິການ 1.703 ຕື້ກີບກວມເອົາ 34 % ຂອງ GDP . ລວມຍອດຜະລິດຕະພັນພາຍໃນ ( ໃນປີ ) GDP ບັນລຸໄດ້ 6.485 ຕື້ກີບ , ສະເລ່ຍລາຍຮັບຕໍ່ຄົນໄດ້ 16.295.086 ກີບ ຫຼື ເທົ່າກັບ 1.979 ໂດລາສະຫະລັດ.
ທ່ານເຈົ້າແຂວງຄໍາມ່ວນຍັງກ່າວວ່າ : ຄຽງຄູ່ກັບຜົນສໍາເລັດພວກເຮົາກໍ່ຍັງມີຂໍ້ຄົງຄ້າງທີ່ເປັນບັນຫາຫຍຸ້ງຍາກຈໍານວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂເຊັ່ນ : ການຊີ້ນໍາ -ນໍາພາແກ້ໄຂສະພາບຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນບັນຫາຢາເສບຕິດ , ການຄ້າຂາຍເຖື່ອນ , ຂີ້ລັກງັດແງະ , ບັນຫາຄົນຕ່າງປະເທດທີ່ເຂົ້າມາດໍາລົງຊີວິດປະກອບອາຊີບອອກແຮງງານໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ , ອຸບັດຕິເຫດຕາມທ້ອງຖະໜົນ , ການຫຼິ້ນກິນຟຸມເຟືອຍແລະໄພສັງຄົມອື່ນໆຍັງບໍ່ທັນລຸດໜ້ອຍຖ້ອຍລົງ . ການຂຸດຄົ້ນ ແລະ ຄຸ້ມຄອງແຫຼ່ງລາຍຮັບງົບປະມານຫຼາຍດ້ານຍັງຂາດຄວາມຄ່ອງຕົວ , ລາຍຮັບງົບປະມານຍັງມີສະພາບຮົ່ວໄຫຼ , ກົນໄກການເກັບລາຍຮັບບາງອັນຍັງບໍ່ທັນມີປະສິດທິພາບ , ຄວາມຮັບຜິດຊອບການເມືອງຂອງເຈົ້າໜ້າທີ່ຈໍານວນໜຶ່ງຍັງບໍ່ທັນສູງ.
ໂອກາດດັ່ງກ່າວນີ້, ທ່ານ ຈູມມາລີ ໄຊຍະສອນໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະນໍາຂັ້ນສູງຂອງແຂວງຄໍາມ່ວນສ້າງພື້ນຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກໃຫ້ປະກົດຜົນເປັນຈິງໂດຍການຫັນລົງກໍ່ສ້າງຮາກຖານ , ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດ 3 ສ້າງ , ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ – ສັງຄົມສົກ 2016 – 2017 , ສ້າງຄວາມເຂັ້ມແຂງດ້ານຖານລາຍຮັບ , ດ້ານກະສິກໍາຕ້ອງໄດ້ປະລິມານການປູກຝັງ – ການລ້ຽງສັດໃຫ້ຫຼາຍຂຶ້ນສໍາລັບການປູກເຂົ້າສູ່ອຸດສາຫະກໍາທີ່ທັນສະໄໝ , ການລ້ຽງສັດຕ້ອງສຸມໃສ່ການລ້ຽງແບບເປັນຟາມ ,ສ້າງຕົວແບບຂອງເມືອງຄື 1 ເມືອງຕ້ອງໃຫ້ມີ 1 ຜະລິດຕະພັນເຊິ່ງການສ້າງຕົວແບບແມ່ນພື້ນຖານອັນໃໝ່ແມ່ນໄມ້ຫຼາວັດແທກຂອງການຊີ້ນໍາໆພາທຸກຂັ້ນ ແລະ ອື່ນໆ. ພາບ:08,09,10

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...