Homeຂ່າວການພັດທະນາລັດທົບທວນຄືນ ການຮ່ວມມືກັບອົງການສາກົນ

ລັດທົບທວນຄືນ ການຮ່ວມມືກັບອົງການສາກົນ

Published on

ວັນທີ 13 ຕຸລານີ້, ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກອງປະຊຸມທົບທວນການຈັດ ຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງລັດຖະບານລາວ, ທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ປະຈຳປີ 2016, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ອີຈີນິບ ນາດ໋ອບ (Evgenij Najdov) ວ່າການຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານໂລກປະຈຳລາວ ແລະ ທ່ານ ສະຕີເວັນ ຊິປານີ (Steven Schipani) ວ່າການຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳລາວ ເຂົ້າຮ່ວມນຳດ້ວຍ.
ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ, ເປັນຕົ້ນ ບັນຫາທີ່ຍັງຄົງຄ້າງ ແລະ ຂໍ້ຈຳກັດໃນການຈັດຕັ້ງປະຕິບັດໂຄງການ ແລະ  ການແກ້ໄຂບັນຫາຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆນັ້ນ ໄດ້ດຳເນີນໄປຢ່າງມີປະສິດທິພາບ ແລະ ທັນຕາມກຳນົດເວລາ. ພ້ອມນີ້ ບັນດາຜູ້ຕາງໜ້າຂອງສອງທະນາຄານດັ່ງກ່າວ ຍັງໄດ້ມີຄຳເຫັນຕໍ່ທີ່ປະຊຸມເຖິງຈຸດດີໃນການດຳເນີນໂຄງການ ແລະ ບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ ແລະ ທ່ານຫົວໜ້າພະແນກສະຖາບັນການເງິນສາກົນ, ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນ ສະເໜີຜົນການຈັດຕັ້ງປະຕິບັດວຽກງານຮ່ວມກັນລະຫວ່າງລັດຖະບານລາວ, ທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ປະຈຳປີ 2015 ຜ່ານມານີ້, ພ້ອມທັງຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກໃນການດຳເນີນໂຄງການ ແລະ ວິທີການແກ້ໄຂປີຕໍ່ໄປ, ເພື່ອເຮັດໃຫ້ແຕ່ລະໂຄງການໄດ້ດຳເນີນໄປດ້ວຍຄວາມສະດວກສະບາຍ ແລະ ທັນຕາມກຳນົດເວລາ ແລະ ໃນກອງປະຊຸມ ຍັງໄດ້ແບ່ງກຸ່ມສົນທະນາອອກເປັນ 4 ກຸ່ມໃຫຍ່ຄື: ກຸ່ມການລິເລີ່ມຈັດຕັ້ງປະຕິບັດໂຄງການ, ກຸ່ມຈັດຊື້ຈັດຈ້າງ, ກຸ່ມການເງິນ ແລະ ກຸ່ມຕິດຕາມປະເມີນຜົນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ,ຊຶ່ງກັນ ແລະ ກັນຫລາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...