Homeຂ່າວທ້ອງຖິ່ນແຂວງເຊກອງ ຈະສູ້ຊົນບັນລຸຍອດຜະລິດເຂົ້າ ໃຫ້ໄດ້ 60 ພັນໂຕນ ໃນຕໍ່ໜ້ານີ້!

ແຂວງເຊກອງ ຈະສູ້ຊົນບັນລຸຍອດຜະລິດເຂົ້າ ໃຫ້ໄດ້ 60 ພັນໂຕນ ໃນຕໍ່ໜ້ານີ້!

Published on

ຂປລ. ວັນ​ທີ 12 ຕຸລາ 2016 ນີ້, ​ແຂວງ​ເຊ​ກອງ ​ເປີດ​ເຜີຍ​ແຜນພັດທະນາ​ເສດຖະກິດ-ສັງຄົມວ່າ​ ຕົນ​ເອງ​ໄດ້ຕັ້ງ​ເປົ້າ​ໝາຍ​ສູ້​ຊົນ​ ການ​ຜະລິດ​ສະບຽງ​ອາຫານ​ ​ໂດຍ​ສະ​ເພາະແມ່ນ​ເຂົ້າ ​ເພື່ອ​ຮອງ​ຮັບ​ການ​ເພີ່ມ​ຂຶ້ນຂອງ​ປະຊາກອນຮອດປີ 2020 ​ປະມານ 1 ແສນກວ່າຄົນ,​ ໃນ​​ເນື້ອ​ທີ່​ສູ້​ຊົນ 12 ພັນ​ກວ່າ​ເຮັກຕາ, ຜົນ​ຜະລິດ​ໃຫ້​ໄດ້ 60 ພັນ​ໂຕນ​.

ທ່ານ ທອງຄຳ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ແຂວງເຊກອງ ຈະມີພົນລະເມືອງປະມານ 123.300 ຄົນ ໃນເວລານັ້ນຄວາມຕ້ອງການສະບຽງອາຫານ ໂດຍສະເພາະແມ່ນເຂົ້າເປືອກ ຄາດວ່າຈະມີເຖິງ 58.904 ໂຕນ ແລະ ເປັນຄັງແຮ 200 ໂຕນ ລວມທັງໝົດບໍ່ໃຫ້ຫຼຸດ 59.104 ໂຕນ, ສະນັ້ນ ຕ້ອງການເນື້ອທີ່ການຜະລິດທັງສອງລະດູປະມານ 12.445 ເຮັກຕາ, ພ້ອມສູ້ຊົນຍົກຜະລິດຕະພັນໃຫ້ໄດ້ຢ່າງໜ້ອຍ 4,7-5 ໂຕນຕໍ່ເຮັກຕາ.

ຄຽງຄູ່ກັບການຜະລິດເຂົ້າ ກໍຊຸກຍູ້ປະຊາຊົນລ້ຽງສັດປະເພດຕ່າງໆ ເພື່ອຜະລິດຊີ້ນ, ປາ ແລະ ໄຂ່ ສະໜອງຕະຫຼາດໃຫ້ພຽງພໍ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ໄດ້ທັງໝົດ 8.145 ໂຕນ, ສະເລ່ຍການບໍລິໂພກຊີ້ນ, ປາ, ໄຂ່ ໃຫ້ໄດ້ປະມານ 62 ກິໂລຕໍ່ຄົນຕໍ່ປີ, ໃນນັ້ນ ເຂດຕົວເມືອງ ໃຫ້ໄດ້ 72 ກິໂລ ແລະ ເຂດຊົນນະບົດ ໃຫ້ໄດ້ 52 ກິໂລ. ສ່ວນການຜະລິດເປັນສິນຄ້າ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ກ່າວວ່າ: ສູມໃສ່ພືດທີ່ເປັນທ່າແຮງ ແລະ ມີຕະຫຼາດຮອງຮັບໃຫ້ໄດ້ໃນເນື້ອທີ່ 19.957 ເຮັກຕາ, ຜົນຜະລິດລວມ 128.130 ໂຕນ, ໃນນີ້ເນື້ອທີ່ປູກກາເຟ 11.420 ເຮັກຕາ, ຜົນຜະລິດ 39.970 ໂຕນ; ພືດຜັກ 862 ເຮັກຕາ, ຜົນຜະລິດ 19.476 ໂຕນ; ສາລີແຂງ 513 ເຮັກຕາ, ຜົນຜະລິດ 5.130 ໂຕນ; ອ້ອຍ 140 ເຮັກຕາ, ຜົນຜະລິດ 1.820 ໂຕນ; ຖົ່ວດິນ-ຖົ່ວເຫຼືອງ 845 ເຮັກຕາ, ຜົນຜະລິດ 1.100 ໂຕນ; ມັນຕົ້ນ 790 ເຮັກຕາ, ຜົນຜະລິດ 12.640 ໂຕນ; ສາລີຫວານ 1.268 ເຮັກຕາ, ຜົນຜະລິດ 5.542 ເຮັກຕາ; ເຜືອກ-ມັນ 1.111 ເຮັກຕາ, ຜົນຜະລິດ 11.388 ໂຕນ; ປະເພດໄມ້ໃຫ້ໝາກ 668 ເຮັກຕາ, ຜົນຜະລິດ 21.767 ໂຕນ ແລະ ພືດອື່ນໆ 1.260 ເຮັກຕາ, ຜົນຜະລິດ 9.387 ໂຕນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...