Homeຂ່າວການພັດທະນາຜູ້ອາຍຸສູງຫຼາຍກວ່າພັນຄົນ ໄດ້ຮັບບໍລິການກວດພະຍາດໂດຍບໍ່ເສຍຄ່າ

ຜູ້ອາຍຸສູງຫຼາຍກວ່າພັນຄົນ ໄດ້ຮັບບໍລິການກວດພະຍາດໂດຍບໍ່ເສຍຄ່າ

Published on

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮ່ວມກັບໂຮງໝໍເຊດຖາທິລາດ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ວຽງທອງການຢາ ຈຳກັດ ໄດ້ຈັດການສະເຫຼີມສະຫຼອງວັນຜູ້ອາຍຸສູງສາກົນ 2016 “ຮັກ ແລະ ຫ່ວງໄຍໃສ່ໃຈຜູ້ມີພະຄຸນ” ຂຶ້ນໃນວັນທີ 12 ຕຸລາ 2016 ທີ່ສູນການຄ້າລາວ-ໄອເຕັກ ເປັນປະທານຮ່ວມຂອງທ່ານ ແສງອາລຸນ ຫຼວງລາດ ຮອງຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ ແລະ ທ່ານ ຮສ.ດຣ. ຄຳເປ ພົງສະຫວັດ ຜູ້ອຳນວຍການໂຮງໝໍເຊດຖາທິລາດ.
ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮ່ວມກັບໂຮງໝໍເຊດຖາທິລາດ ໄດ້ຮ່ວມກັນຈັດງານດັ່ງກ່າວຂຶ້ນ ເພື່ອເປັນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ເພື່ອປະຕິບັດແຜນຍຸດທະສາດຂອງກົມການເມືອງສູນກາງພັກ ຄັ້ງທີ X ໃຫ້ປາກົດຜົນເປັນຈິງ ທັງເປັນການປະຕິບັດແຜນຍຸດທະສາດຂອງກະຊວງສາທາລະນະສຸກ ເພື່ອຕ້ານ ແລະ ຄວບຄຸມພະຍາດບໍ່ຕິດຕໍ່ ເປັນຕົ້ນ ພະຍາດເບົາຫວານ ພະຍາດຄວາມດັນເລືອດສູງ ຫົວໃຈ ແລະ ຫຼອດເລືອດ ມະເຮັງ ແລະ ພະຍາດຫອບຫືດ ແລະ ທີ່ສຳຄັນ ເພື່ອສະເຫຼີມສະຫຼອງວັນຜູ້ອາຍຸສູງ ຄຽງຄູ່ກັນນັ້ນ ກໍ່ເພື່ອກະຕຸກຊຸກຍູ້ໃຫ້ຜູ້ອາຍຸສູງ ໃຫ້ເຂົ້າມາກວດສຸຂະພາບນຳແພດໝໍຢ່າງໜ້ອຍປີລະຄັ້ງ ສຳລັບງານດັ່ງກ່າວ ແມ່ນໄດ້ຈັດຕິດຕໍ່ກັນເປັນປີທີ 6.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...