Homeຂ່າວຕ່າງປະເທດຈີນຢືນຢັນ ຜູ້ນຳຟິລິບປິນຈະຢ້ຽມຢາມປັກກິ່ງ ຢ່າງເປັນທາງການ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

ຈີນຢືນຢັນ ຜູ້ນຳຟິລິບປິນຈະຢ້ຽມຢາມປັກກິ່ງ ຢ່າງເປັນທາງການ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ທ່ານ ເກິ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ອອກມາຖະແຫລງວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີ ແຫ່ງ ຟິລິບປິນ ຈະເດີນທາງຢ້ຽມຢາມ ສາທາລະນະລັດປະຊາຊົນຈີນ ໃນວັນທີ 18-21 ຕຸລານີ້ ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດ ໂດຍມີກຳນົດເຂົ້າພົບປະຫາລືກັບ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີຈີນອີກດ້ວຍ.

ດ້ານແຫລ່ງຂ່າວຂອງຟິລິບປິນ ໄດ້ເປີດເຜີຍວ່າ ຮ່ວມເດີນທາງຢ້ຽມຢາມໃນຄັ້ງນີ້ ຈະມີນັກທຸລະກິດຂອງຟິລິບປິນ ປະມານ 250 ຄົນ ເດີນທາງໄປຍັງນະຄອນຫລວງປັກກິ່ງ ເພື່ອຫາລືກັບຜູ້ນຳທຸລະກິດ ແລະ ເຈົ້າໜ້າທີ່ລັດຖະບານຈີນ ກ່ຽວກັບຂໍ້ຕົກລົງຮ່ວມມືທາງເສດຖະກິດຕ່າງໆ ນັບຕັ້ງແຕ່ການລົດໄຟ ໄປຈົນເຖິງການກໍ່ສ້າງ, ການທ່ອງທ່ຽວ, ກະສິກຳ, ພະລັງງານ ແລະ ອຸດສາຫະກຳປຸງແຕ່ງ.

ການຢ້ຽມຢາມຈີນຂອງ ປະທານາທິບໍດີຟິລິບປິນ ໃນຄັ້ງນີ້ ຖືເປັນການຢ້ຽມຢາມຢ່າງເປັນທາງການ ເປັນປະເທດທຳອິດ ພາຍຫລັງເຂົ້າຮັບຕຳແໜ່ງປະທານາທິບໍດີຂອງ ທ່ານ ໂຣດຣິໂກ ດູເຕີເຕ ນັບຕັ້ງແຕ່ວັນທີ 30 ມິຖຸນາທີ່ຜ່ານມາ ຊຶ່ງເປັນການເຄື່ອນໄຫວໃນທາງສັນຍາລັກ ທີ່ເນັ້ນຢ້ຳລຳດັບຄວາມສຳຄັນ ທາງນະໂຍບາຍການຕ່າງປະເທດ ທີ່ຫັນເຫອອກຈາກອາເມຣິກາ ແລະ ພັດທະນາຄວາມສຳພັນກັບຈີນແທນ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...