Homeຂ່າວການພັດທະນານະຄອນຫຼວງທຸ່ມເງິນກວ່າ 800 ຕື້ກີບຂະຫຍາຍນ້ຳປະປາ

ນະຄອນຫຼວງທຸ່ມເງິນກວ່າ 800 ຕື້ກີບຂະຫຍາຍນ້ຳປະປາ

Published on

ຈາກຄວາມຕ້ອງການຊົມໃຊ້ນໍ້າໃນນະຄອນຫຼວງວຽງຈັນ ທີ່ນັບມື້ເພີ່ມ ຂຶ້ນນໍ້າປະປານະຄອນຫຼວງ ຈິ່ງທຸ່ມເງິນ 800 ຕື້ກວ່າກີບ ຂະຫຍາຍ ແລະປັບປຸງ ລະບົບນ້ຳປະປາ ເພື່ອຮອງຮັບການຂະຫຍາຍຕົວຂອງຊຸມຊົນແລະຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມ ຕ້ອງການຂອງພໍ່ແມ່ປະຊາຊົນໃນສະເພາະໜ້າ.
ເພື່ອເຮັດໃຫ້ໂຄງການກ້າວເຂົ້າສູ່ຂັ້ນຕອນການກໍ່ສ້າງຢ່າງມີຜົນສຳເລັດໃນ ວັນທີ 12 ຕຸລາ 2016 ໄດ້ຈັດພິທີວາງ ສີລາລືກໂຄງການຂະຫຍາຍ ແລະປັບ ປຸງລະບົບການຄຸ້ມຄອງນ້ຳປະປາ ນວ ໂດຍນຳໃຊ້ເງິນກູ້ຈາກບໍລິສັດ ນໍຣີນໂກ ສປ ຈີນ ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫຼວງວຽງຈັນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ຄຳເຜີຍ ວົງສາຄຳຜຸຍ ອຳນວຍການລັດ ວິສາຫະກິດນ້ຳປະປາ ນະຄອນຫຼວງ ວຽງຈັນ (ນປນຄ), ທ່ານ ຄຳໜູນ ຕຽງທະລາດ ເຈົ້າເມືອງໆສັງທອງ, ທ່ານ ກວນຫົວບິ່ງ ເອກອັກຄະລັດຖະທູດຈີນປະຈຳລາວ, ພ້ອມດ້ວຍບັນດາພະ ນັກງານ ແລະພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມທີ່ບ້ານໂຄກແຮ່, ເມືອງສັງທອງ ນະຄອນຫຼວງວຽງຈັນ.

ທ່ານ ຄຳເຜີຍ ວົງສາຄຳຜຸຍ ກ່າວວ່າ: ຍ້ອນເຫັນໄດ້ຄວາມຈຳເປັນ ແລະຄວາມ ຕ້ອງການຂອງປະຊາຊົນ ແລະອີງໃສ່ ແຜນພັດທະນາ 5 ປີ (2016-2020) ໂດຍການນຳ ນວ ໄດ້ນຳສະເໜີຕໍ່ລັດຖະບານ ເພື່ອຂໍອະນຸມັດເງິນກູ້ຢືມຈາກບໍລິ ສັດ ນໍຣີນໂກ ສປ ຈີນ, ມູນຄ່າ 100 ລ້ານໂດລາສະຫະລັດ ຫຼື ປະມານ 800 ຕື້ກວ່າກີບ, ເພື່ອພັດທະນາ ແລະຂະ ຫຍາຍລະບົບທໍ່ ລວມທັງການປັບປຸງ ແລະການນຳໃຊ້ເຄື່ອງມືທັນສະໄໝເປັນ ຕົ້ນແມ່ນ: ຂະຫຍາຍລະບົບທໍ່ແຕ່ຂະໜາດ 63-700 ມິນລີແມັດ, ໃນໄລຍະຍາວ ຫຼາຍກວ່າ 450 ກິໂລແມັດ, ຢູ່ເມືອງນາ ຊາຍທອງ, ເມືອງສີໂຄດຕະບອງ, ໄຊ ທານີ ແລະໄຊເສດຖາ.

ພ້ອມດ້ວຍວຽກການປ່ຽນຖ່າຍລະ ບົບທໍ່ເກົ່າຈຳນວນໜຶ່ງ, ກໍ່ສ້າງອ່າງເກັບ ນ້ຳສູງ 3 ໜ່ວຍ ຢູ່ບ້ານເວີນຄຳ, ນ້ຳ ຊວງ ແລະບ້ານສອງຂົວກາງແສນ; ກໍ່ສ້າງລະບົບນ້ຳປະປາ ຄົບຊຸດຢູ່ບ້ານໂຄກແຮ່ ແລະບ້ານໝາກ ນາວ-ນາລ້ອງ ເມືອງປາກງື່ມ; ຕິດຕັ້ງ ແລະນຳໃຊ້ລະບົບ SCADA ເຂົ້າໃນ ການຄຸ້ມຄອງໂຮງງານ, ລະບົບທໍ່ ແລະ ອ່າງນ້ຳສູງຢູ່ສຳນັກງານໃຫຍ່ ໂພນເຄັງ; ກໍ່ສ້າງຫ້ອງການສາຂາເມືອງນາຊາຍ ທອງ, ໄຊທານີ ແລະປ່ອງບໍລິການບ້ານ ຈັນສະຫວ່າງ.

ທ່ານກ່າວຕື່ມວ່າ: ການຈັດຕັ້ງປະ ຕິບັດໂຄງການທີ່ກ່າວມານັ້ນ ແມ່ນການ ປະກອບສ່ວນທາງດ້ານສະຖານທີ່ກໍ່ ສ້າງ, ການເວັ້ນຄືນທີ່ດິນ ແລະສິ່ງອຳນວຍຄວາມສະດວກຕ່າງໆຈາກບັນດາ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ເມືອງສັງທອງ ໄດ້ມອບທີ່ດິນໃນການກໍ່ ສ້າງໂຮງງານຜະລິດນ້ຳຢູ່ບ້ານໂຄກແຮ່ ເມືອງປາກງື່ມ ແລະເມືອງຫາດຊາຍ ຟອງ ໄດ້ອຳນວຍຄວາມສະດວກ ແລະ ມອບດິນໃຫ້ໂຄງການເພື່ອກໍ່ສ້າງຫ້ອງ ການ ແລະໂຮງງານຜະລິດນ້ຳ, ນອກນັ້ນ ເມືອງນາຊາຍທອງ, ສີໂຄດ, ຈັນທະບູລີ, ໄຊທານີ ກໍອຳນວຍຄວາມສະດວກໃນ ການຊອກຫາທີ່ດິນກໍ່ສ້າງອ່າງເກັບນ້ຳສູງ ແລະແລວວາງທໍ່ນ້ຳປະປາອີກດ້ວຍ, ໂຄງການດັ່ງກ່າວແມ່ນຈະຈັດຕັ້ງປະຕິ ບັດໃຫ້ສຳເລັດໃນກາງປີ 2018, ຖ້າໂຄງ ການນີ້ສຳເລັດຈະສາມາດສະໜອງນ້ຳ ໄດ້ກວມ 95% ຂອງປະຊາຊົນທີ່ມີລະ ບົບທໍ່ນ້ຳໄປເຖິງ.

ທ່ານ ຫຼົວຊິງດົງ ຫົວໜ້າ ບໍລິສັດ ນໍຣິນໂກ ປະຈຳເອເຊຍ ກ່າວວ່າ: ວຽກງານການສະໜອງໃຫ້ພຽງພໍກັບການ ຊົນໃຊ້ ແລະຮອງຮັບການຂະຫຍາຍຕົວ ຂອງບ້ານເຮືອນປະຊາຊົນແມ່ນມີຄວາມ ຈຳເປັນ ແລະສຳຄັນໃນນະຄອນຫຼວງ ວຽງຈັນ, ຊຶ່ງສອດຄ່ອງຕໍ່ແຜນພັດທະ ນາຖະກິດ-ສັງຄົມ ໃນນະຄອນຫຼວງວຽງ ຈັນ, ສະນັ້ນ; ການສະໜອງທຶນເພື່ອຂະ ຫຍາຍທຶນດັ່ງກ່າວນີ້ແມ່ນຈະຊ່ວຍໃນ ການພັດທະນາພື້ນຖານໂຄງລ່າງດ້ານການສະໜອງນ້ຳໃຫ້ພຽງພໍກັບຄວາມ ຕ້ອງການ ແລະພວກຂ້າພະເຈົ້າຄາດວ່າການຈັດຕັ້ງປະຕິບັດໂຄງການແມ່ນຈະ ຕ້ອງສຳເລັດໜ້າວຽກຕ່າງໆຕາມແຜນ ການທີ່ກຳນົດໄວ້ 21 ເດືອນແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...