Homeຂ່າວເຫດການປາຖະກະຖາວັນການທູດລາວ ຄົບຮອບ 71 ປີ ແລະ ຜົນສຳເລັດກອງປະຊຸມສຸດ ຍອດອາຊຽນຄັ້ງທີ 28 ແລະ 29

ປາຖະກະຖາວັນການທູດລາວ ຄົບຮອບ 71 ປີ ແລະ ຜົນສຳເລັດກອງປະຊຸມສຸດ ຍອດອາຊຽນຄັ້ງທີ 28 ແລະ 29

Published on

ໃນວັນທີ 12 ຕຸລານີ້ ຢູ່ນະຄອນຫລວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດປາຖະກະຖາ ວັນການທູດລາວຄົບຮອບ 71 ປີ(12/10/1945-12/10/2016) ແລະ ຜົນສຳເລັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29, ໂດຍໃຫ້ກຽດປາຖະກະຖາຂອງທ່ານ ສະເຫລີມໄຊ ກົມມະສິດລັດຖະມົນຕີກະຊວງການຕ່າງປະເທດ ເພື່ອເປັນທິດຊີ້ນຳ, ສະໜອງຂໍ້ມູນຂ່າວສານໃຫ້ຄະນະພັກ, ຄະນະນຳ, ຜູ້ເຮັດວຽກງານການເມືອງ-ແນວຄິດ ຂອງກະຊວງ-ອົງການອ້ອມຂ້າງສູນກາງ ແລະ ນະຄອນ ຫລວງ ໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ແລະ ນຳໄປໂຄສະນາ-ສຶກສາອົບຮົມ ໃຫ້ເປັນເປົ້າໝາຍຕ່າງໆຢ່າງກວ້າງຂວາງ.
ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນການທູດລາວ ສະແດງອອກ ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ສາມາດຕອບໂຕ້ຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ດີ, ສາມາດປົກປັກຮັກສາອະທິປະໄຕ, ເຂດນ້ຳແດນດິນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສາມາດຊີ້ແຈງອະທິບາຍ, ຍາດແຍ່ງຄວາມເປັນຈິງ ແລະ ການສະໜັບສະໜູນ ຂອງເພື່ອນມິດສາກົນນັບມື້ຫລາຍຂຶ້ນ ເຮັດໃຫ້ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນ ໃນເວທີພາກພື້ນ-ສາກົນ ອັນໄດ້ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ ກ້າວໄປສູ່ເປົ້າໝາຍໃນການນຳເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງປະເທດໃຫ້ເປັນປະເທດທີ່ມັ່ງຄັ້ງ, ປະຊາຊົນມີຄວາມສຸກ, ສັງຄົມມີຄວາມຍຸຕິທຳ, ປະ ຊາທິປະໄຕ ປອງດອງ ແລະ ສີວິໄລ, ປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດ, ມີສະຖານທູດລາວ ຢູ່ຕ່າງປະເທດ 26 ແຫ່ງ, ມີ 3 ສຳນັກງານຜູ້ຕາງໜ້າຖາວອນ, ກົງສູນໃຫຍ່ 9 ແຫ່ງ ແລະ 1 ຫ້ອງການກົງສູນ.

%e0%ba%a1%e0%ba%8a%e0%ba%8a
ທ່ານ ສະເຫລີມໄຊ ກົມມະສິດ ກ່າວຕື່ມວ່າ: ສຳລັບຜົນສຳເລັດໃນການເປັນເຈົ້າພາບ ແລະ ປະ ທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ເມື່ອບໍ່ດົນມານີ້ ໄດ້ຮັບຮອງເອົາ “ຖະແຫລງການອາຊຽນ ວ່າດ້ວຍອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ ອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດໃນພາກພື້ນ ແລະ ນອກພາກພື້ນ” ແລະ ໄດ້ຮັບຮອງເອົາເອກະສານ 8 ສະບັບ ເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມະສິດ ຂອງການເປັນປະທານອາຊຽນ ໃນປີ 2016 ກໍຄືວິໄສທັດປະຊາຄົມອາຊຽນ 2025, ໃນນັ້ນ ອັນສຳຄັນແມ່ນຜູ້ນຳໄດ້ຮັບຮອງເອົາແຜນແມ່ບົດ ການເຊື່ອມຈອດອາຊຽນ 2025 ແລະ ແຜນງານສຳລັບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ເຊິ່ງເອກະສານດັ່ງກ່າວ ເປັນພາກສ່ວນໜຶ່ງຂອງວິໄສທັດປະຊາຄົມອາຊຽນ 2025 ກໍຄື ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືອາຊຽນ ເຮັດໃຫ້ຖານະບົດບາດທາງການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນສູ່ລະດັບໃໝ່.

ພ້ອມນີ້, ທ່ານ ລັດຖະ ມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງການຢ້ຽມຢາມລັດຖະກິດສປປ ລາວ ຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ແລະ ປະທານາທິບໍດີ ແຫ່ງ ສ ເກົາຫລີ ຖືເປັນການຢ້ຽມ ຢາມຄັ້ງທຳອິດ ຂອງການນຳຂັ້ນສູງສຸດຂອງສອງປະເທດດັ່ງກ່າວ ແລະ ການຢ້ຽມຢາມສປປ ລາວ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ນາຍົກລັດຖະມົນຕີຢີ່ປຸ່ນ ຖືເປັນການເສີມຂະ ຫຍາຍການພົວພັນຮ່ວມມືທີ່ດີ ກັບບັນດາປະເທດເພື່ອນມິດ ກໍຄື ປະເທດມະຫາອຳນາດໃນໂລກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...