spot_img
Homeຂ່າວຕ່າງປະເທດໄຕ້ຝຸ່ນຣາມະສູນ ຊັດເກາະຟິລິບປິນ ພົບຜູ້ເສຍຊີວິດແລ້ວ 11 ລາຍ

ໄຕ້ຝຸ່ນຣາມະສູນ ຊັດເກາະຟິລິບປິນ ພົບຜູ້ເສຍຊີວິດແລ້ວ 11 ລາຍ

Published on

557000008273005

 

ຂໍ້ມູນຈາກສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຟີລິບປິນ ຢືນຢັນວ່າ ໃນຂະນະນີ້ຄວາມໄວລົມ

ທີ່ສູນກາງຂອງພາຍຸຣາມະສູນ ໄດ້ທະລຸລະດັບ 250 ກິໂລແມັດຕໍ່ຊົ່ວໂມງໄປແລ້ວ ແລະ ອິດທິພົນຂອງມັນ

ກໍ່ໃຫ້ເກີດຝົນຕົກລົງມາຢ່າງໜັກ ທົ່ວນະຄອນຫຼວງມະນີລາ ແລະ ຫຼາຍເມືອງທີ່ຢູ່ໂດຍຮອບ ທ່າມກາງ

ລາຍງານຂ່າວທີ່ລະບຸວ່າ ທາງການຟີລິບປິນ ຕ້ອງປະກາດການງົດຈ່າຍກະແສໄຟຟ້າໃນຫຼາຍພື້ນທີ່ດ້ວຍ

ເຫດຜົນດ້ານຄວາມປອດໄພ.

 

ລ່າສຸດມີການຢືນຢັນພົບຜູ້ເສຍຊີວິດລາຍທຳອິດ ທີ່ຕົກເປັນເຫຍື່ອໄຕ້ຝຸ່ນຣາມະສູນແລ້ວ ເຊິ່ງເປັນຍິງ

ລາຍໜຶ່ງເທິງເກາະຊາມາ ທາງພາກຕາເວັນອອກຂອງຟີລິບປິນ ຫຼັງຈາກທີ່ນາງຖືກເສົາໄຟຟ້າທີ່ຕ້ານ

ທານພາຍຸບໍ່ໄຫວຫັກໂຄ່ນລົງມາທັບ, ຢ່າງໃດກໍຕາມ ຫຼັງຈາກພົບຜູ້ເສຍຊີວິດຄົນທຳອິດບໍ່ດົນ ຕົວເລກ

ຜູ້ເສຍຊີວິດລ່າສຸດ ໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 11 ຄົນແລ້ວ.

 

ຂະນະດຽວກັນ ທາງການຟິລິບປິນເຜີຍວ່າ ຍັງຄົງບໍ່ພົບຮ່າງຂອງຊາວປະມົງ 3 ຄົນ ທີ່ສູນຫາຍໄປໃນທະເລ

ຂະນະອອກໄປຫາປານອກຊາຍຝັ່ງ ທາງພາກຕາເວັນອອກກ່ອນໜ້ານີ້ ແລະ ຄາດວ່າທັງໝົດອາດເສຍ

ຊີວິດແລ້ວ.

 

ທ່ານ ກໍຣາຊອນ ໂຊລິມັນ ລັດຖະມົນຕີກະຊວງສະຫວັດດີການສັງຄົມຂອງຟີລິບປິນ ອອກມາຍອມຮັບ

ວ່າ ມີປະຊາຊົນຫຼາຍກ່ວາ 450,000 ຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນຂອງຕົນ ແລະ ເຂົ້າມາ

ພັກຢູ່ຕາມສູນພັກພິງຊົ່ວຄາວ ເຊິ່ງຄາດວ່າຈຳນວນຜູ້ອົບພະຍົບຂອງພາຍຸໄຕ້ຝຸ່ນຣາມະສູນ ອາດເພີ່ມ

ຈຳນວນຂຶ້ນອີກ ໃນ 24 ຊົ່ວໂມງຈາກນີ້.

 

ເມື່ອເດືອນພະຈິກປີທີ່ແລ້ວ ພື້ນທີ່ພາກກາງຂອງຟີລິບປິນ ຫາກໍປະເຊີນກັບຫາຍະນະຄັ້ງໃຫຍ່ຈາກ

ການພັດຖະຫຼົ່ມຂອງ ຊຸເປີໄຕ້ຝຸ່ນ ໄຫ່ຢ້ຽນ ເຊິ່ງເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍກ່ວາ 7,300 ຄົນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...