Homeຂ່າວພາຍ​ໃນໜຶ່ງປີຜ່ານມາ ແຂວງໄຊຍະບູລີ ສົ່ງອອກສິນຄ້າ ລວມມູນຄ່າ 33 ລ້ານໂດລາ!

ໜຶ່ງປີຜ່ານມາ ແຂວງໄຊຍະບູລີ ສົ່ງອອກສິນຄ້າ ລວມມູນຄ່າ 33 ລ້ານໂດລາ!

Published on

ຂປລ. ພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄປຕ່າງປະເທດ ມີມູນຄ່າທັງໝົດ 33 ລ້ານກ່ວາໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 45,91% ເມື່ອທຽບໃສ່ປີຜ່ານມາຫລຸດລົງ 43%, ໃນນີ້ ຜະລິດຕະພັນກະສິກຳ-ລ້ຽງສັດ ກວມ 31 ລ້ານໂດລາ, ເຄື່ອງປ່າຂອງດົງ 1 ລ້ານກ່ວາໂດລາ, ໄມ້ ແລະ ຜະລິດຕະພັນໄມ້ 648.807 ໂດລາ, ຖ່ານດັງໄຟ 10.000 ກ່ວາໂດລາ, ຫີນຂົບ ແລະ ຊາຍນ້ຳຂອງມູນຄ່າ 3.600 ໂດລາສະຫະລັດ.

ຄຽງຄູ່ການສົ່ງອອກສີນຄ້າແລ້ວ, ໃນ 1 ປີຜ່ານມາ ແຂວງໄຊຍະບູລີ ຍັງນຳເຂົ້າສິນຄ້າຈາກຕ່າງປະເທດ ມີມູນຄ່າທັງໝົດ 17 ລ້ານກ່ວາໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 18,52%, ທຽບໃສ່ປີຜ່ານມາຫລຸດລົງ 14%, ໃນນີ້ ເປັນໝວດສະບຽງອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ສອຍປະຈຳວັນ, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ, ພາຫະນະ ແລະ ອາໄຫລ່, ແນວພັນອຸປະກອນຮັບໃຊ້ການຜະລິດ, ນ້ຳມັນເຊື້ອໄຟ, ອຸປະກອບປັບປຸງໂຮງຮຽນ, ອົກຊີສຳເລັດຮູບ ​ແລະ​ອື່ນໆ. ວຽກງານຄຸ້ມຄອງ ອຸດສາຫະກຳ ແລະ ຫັດຖະກຳ ກໍໄດ້ຕັ້ງໜ້າປະຕິບັດຕາມສິດໜ້າທີ ​ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ລົງກວດກາໂຮງງານຜະລິດຊີມັງຊານເລີ, ໂຮງງານກັ່ນຫົວນ້ຳຫອມສີໄຄຕົ້ນຂອງ ບໍລິສັດກອນສິນສາກົນ ຈຳກັດ, ໂຮງງານເຜົາ ແລະ ປຸງແຕ່ງຂີ້ເຖົ່າລວຍ, ໂຮງງານຂ້າສັດ, ສະຖານທີ່ທ່ອງທ່ຽວອ່າງນ້ຳຕຽນ ແລະ ສະຖານທີ່ອື່ນໆ ອີກຈຳນວນໜື່ງ.

ປັດຈຸບັນແຂວງໄຊຍະບູລີ ອອກເອກະສານອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການດ້ານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດ 39 ແຫ່ງ, ໃນນີ້ ສ້າງຕັ້ງໃໝ່ 5 ແຫ່ງ ແລະ ສືບຕໍ່ດຳເນີນກິດຈະການ 34 ແຫ່ງ ໂດຍເຮັດໃຫ້ມູນຄ່າການຜະລິດດ້ານອຸດສາຫະກຳ ແລະ ຫັດຖະກຳບັນລຸ​ເກືອບ 200 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 2,6% ແລະ ຍອດມູນຄ່າການຈຳໜ່າຍຜະລິດຕະພັນອຸດສາຫະກຳ ແລະ ຫັດຖະກຳບັນລຸໄດ້ 247 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,8%. 
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...